ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 20:32:40    
ບົດ​ບັນ​ທຶກ​ປະ​ຈຳ​ວັນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສອງ​ສະ​ພາ​ໃນ​ວັນ​ທີ 10 ມີ​ນາ

cri Author: da
ເພື່ອ​ຍົກ​​ຄຸນ​ນະພາ​ບຂອງ​ກອງ​ປະຊຸມ​ສອງ​ສະພາ​ໃຫ້ສູງຂຶ້ນ,ພາກສ່ວນ​ຕ່າງໆ​ລ້ວນ​ແຕ່​ພະຍາຍາມ​ເສີມ​ຂະຫຍາຍ​ທ່າ​ແຮງ​ຂອງ​ຕົນ,​ໃນ​ເວລາ​ເອົາ​ຂ່າວ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໃນ​ຫຼາຍ​ມື້​ມາ​ນີ້,ນັກ​ຂ່າວກໍ​ໄດ້​ປະກົດ​ເຫັນ​ຕົວຢ່າງລາຍໜຶ່ງ​.


​ໃນ​ຫຼາຍ​ມື້​ມາ​ນີ້,ນັກ​ຂ່າວ​ໄດ້​ໄປ​ບ່ອນ​ພັກ​ຂອງ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຫຼາຍ​ເທື່ອ​​ແລ້ວ.ຢູ່​ບ່ອນ​ພັກແຕ່​ລະ​ບ່ອນ​,ລ້ວນ​ແຕ່​​ໄດ້​​ເຫັນ"ຫ້ອງ​ກວດ​ຂໍ້​ມູນ​"ທີ່​ຈັດ​ຕັ້ງ​ໃຫ້ກຳມະການ​ໂດຍ​ຈຳ​ເພາະ.ຢູ່​ໃນ​ຫ້ອງ​ມີ​ຄອມ​ພິວ​ເຕີ​ເຂົ້າ​ເນັດ​ໄດ້,ມີ​ເອກະສານ​ສະຖິຕິ​ທີ່​ເອົາ​​ໄປອ່ານ​ໄດ້,ນີ້​ແມ່ນກົມ​ສະຖິຕິ​ແຫ່ງ​ຊາດ​ຈີນ​ທີ່ຂໍ້​ມູນກຳ​ເອກະສານ​ສະຖິຕິ​ທີ່​ມີອິດ​ທິພົນ​ທີ່​ສຸດ​ຈັດຕັ້ງ​ໃຫ້​ກຳມະ​ກາ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງຊາດ​ໂດຍ​ຈຳ​ເພາະ.


​ໃນ​ເວລາ​ໄປ​ສຳພາດ,ພະນັກງານ​ຢູ່​ຫ້ອງ​ກວດ​ຂໍ້​ມູນ​ຍັງ​ໄດ້​ເລົ່າ​ນິທານ​ຊ່ອຍ​ກຳມະການ​ແກ້ຄວາມ​ຜິດພາດ​​ໃຫ້​ນັກ​ຂ່າວ​ຟັງ:


ຢູ່​​ໂຮງ​ແຮມ​ຈີ່​ງ​ເຟີ່ງ,ທ່ານ​ໂກ່​ຊົ່ງ​ໄຫ​​ໄດ້​ຖືຍັດຕິ​ຫຼາຍ​ສະບັບເຊັ່ນ:ການ​ຮຽກຮ້ອງ​​ໃຫ້​ຫຼຸດຄ່າ​ໃຊ້​ຈ່າຍ​ດ້ານ​ພາລະກິດ​ບໍລິຫານ​ໃຫ້​ໜ້ອຍ​ລົງ​ເປັນຕົ້ນ​ໄປຫ້ອງ​ກວດ​ຂໍ້​ມູນຂອງ​ບ່ອນ​ພັກ,ຂໍ​ມອບໂດຍ​ຜ່ານ​ອິນ​ເຕີ​ເນັດ.ທ່ານນາງກວ່ນປິ່ງ ພະນັກງານ​ຢູ່​ຫ້ອງ​ກວດ​ຂໍ້​ມູນ​ໄດ້​ລົງມື​ຊ່ອຍຕີພິມ​ໃຫ້​ໃນ​ທັນທີ.​

ໃນ​ເວລາ​ຕີ​ພິມ,​ໂດຍ​ອີງ​ຕາມ​ສະພາບ​ທີ່​ຕົນ​ເອງ​ກຳ​ໄດ້​ ທ່ານນາງ​ກວ່ນປີ່​ງປະກົດ​ເຫັນ​ວ່າ,ຕົວ​ເລກ​ສະ​ຖິຕິ​ໃນຍັດຕິ​ກ່ຽວ​ກັບ"ຄ່າ​​ໃຊ້​ຈ່າຍ​ຂອງ​ລົດ​ຫຼວງກວມ​ຄ່າ​ໃຊ້​ຈ່າຍ​ດ້ານ​ພາລະກິດ​ບໍລິຫານ​ງານ​ແຫ່ງ​ລັດ​ເຖິງ 1 ສ່ວນ 3 "ນັ້ນອາດ​ຈະ​ບໍ່​​ແມ່ນ​ຢຳ,ນາງ​ໄດ້​ໃຊ້​ຕົວ​ເລກ​ຄາດໝາຍ​ສອງ​ລາຍ​ຄື"ການແບ່ງປະ​ເພດ​ລາຍ​ຈ່າຍ​ທາງ​ການ​ເງິນ​ແຫ່ງ​ລັດ​ຕາມ​ສັບພະ​ຄຸນ"​ແລະ"ຈຳນວນ​ລົດ​ສ່ວນ​ຕົວ",ມາພິສູດຄຳ​ເວົ້າດັ່ງກ່າວ,​ເຮັດ​ໃຫ້​ທ່ານ​ໂກ່​ຊົ່ງ​ໄຫ​ຮູ້ສຶກ​ວ່າ,ຂໍ້​ມູນຕົວ​ເລກ​ອິນ​ເຕີ​ເນັດ​ທີ່​ຕົນ​ໃຊ້​ນັ້ນ ​ແມ່ນບໍ່​ຖືກຕ້ອງ​​ແທ້.ບໍ່​ພຽງ​ແຕ່​ທໍ່​ນີ້,ທ່ານ​ນາງ​ກວ່ນປີ່​ງຍັງ​ສະ​ເໜີ​​ໃຫ້​ທ່ານ​ໃຊ້​ຕົວ​ເລກ​ອີກ 2 ຈຸຂອງ​ກົມ​ສະຖິຕິ​ແຫ່ງ​ຊາດມາ​ຢັ້ງຢືນທັດສະນະ​ຂອງ​ຕົນ,ທ່ານ​ໂກ່​ໄດ້​ຮັບ​ເຫັນ​ດີ​ນຳຢ່າງດີ​ໃຈ,ທັງ​ຈົດ​ເຂົ້າຍັດຕິ​ພ້ອມ.