ວັນທີ10ມີນາ,ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນດຳເນີນຕໍ່ໄປຢູ່ປັກກິ່ງ
cri
Author: shuo
ຕາມຂ່າວCRI:ວັນທີ10ມີນາ,ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນແລະສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ດຳເນີນຕໍ່ໄປຢູ່ປັກກິ່ງ.
ມື້ນີ້,ບັນດາຄະນະຜູ້ແທນຂອງສະພາປະຊາຊົນແຫ່ງຊາດຈີນໄດ້ພິຈາລະນາບົດລາຍງານວຽກງານຂອງຄະນະປະຈຳສະພາປະຊາຊົນປະຊາຊົນແຫ່ງຊາດຈີນ,ແລະສືບຕໍ່ສະເໜີຍັດຕິ,ນັບລວມເຂົ້າກັນແລ້ວ,ກອງປະຊຸມຄັ້ງນີ້ລວມໄດ້ຮັບຍັດຕິຂອງຜູ້ແທນ600ກວ່າສະບັບ.ຜູ້ນຳຈີນຫຼາຍທ່ານ ເຊັ່ນທ່ານອູປ່າງກົວ ທ່ານເວີ່ນເຈ່ຍປາວ ທ່ານຫຼີຊາງຊຸ່ນແລະທ່ານລໍກ້ານເປັນຕົ້ນຕ່າງໄດ້ເຂົ້າຮ່ວມການພິຈາລະ ນາຂອງຄະນະຜູ້ແທນສ່ວນໜຶ່ງ.
ມື້ນີ້,ກອງປະຊຸມປະຈຳປີຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຈັດກອງປະຊຸມຄົບຄະນະ.ກຳມະການ12ທ່ານໄດ້ປະກອບຄຳຄິດຄຳເຫັນໃນກອງປະຊມກ່ຽວກັບບັນຫາຕ່າງໆ ເຊັ່ນການເມືອງປະຊາທິປະໄຕ ການສ້າງສາສັງຄົມທີ່ກົມກຽວກັນແລະການຊຸກຍູ້ການໂຮມປະເທດຊາດເປັນເອກະພາບກັນເປັນຕົ້ນ.
|
|