|
 |
(GMT+08:00)
2006-03-10 20:51:58
|
 |
ກຳມະການສະພາປຶກສາການເມືອງແຫ່ງຊາດຈີນສະເໜີໃຫ້ເສີມຂະຫຍາຍບົດບາດຂອງສະພາປຶກສາການເມືອງຕື່ມອີກໃນການສ້າງສາການເມືອງປະຊາທິປະໄຕຂອງຈີນ
cri
Author: shuo
ຕາມຂ່າວCRI:ວັນທີ10ມີນາ,ຢູ່ທີ່ປັກກິ່ງ,ກອງປະຂຸມປະຈຳປີຂອງສະພາປຶກສາການເມືອງ ປະຊາຊົນແຫ່ງຊາດຈີນໄດ້ຈັດກອງປະຊຸມຄົບຄະນະ.ກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະເໜີວ່າ,ເອົາໃຈໃສ່ແລະເສີມຂະຫຍາຍບົດບາດຂອງສະພາປຶກສາການເມືອງຕື່ມອີກໃນການສ້າງສາການເມືອງປະຊາທິປະໄຕຂອງຈີນ.
ໃນເວລາປະກອບຄຳຄິດຄຳເຫັນ,ກຳມະການທັງຫຼາຍຊີ້ອອກວ່າ,ພາລະບົດບາດຕົ້ນຕໍລາຍໜຶ່ງຂອງສະພາປຶກສາການເມືອງແມ່ນປຶກສາຫາລືການເມືອງ,ຮູບການເຂົ້າຮ່ວມການເມືອງແບບນີ້ເຮັດໃຫ້ສະພາປຶກສາການເມືອງມີຖານະພິເສດໃນການສ້າງສາການເມືອງປະຊາທິປະໄຕຂອງຈີນ.ຈຸດດີອັນພົ້ນເດັ່ນຂອງການປຶກສາຫາລືແບບປະຊາທິປະໄຕແມ່ນສາມາດຮັບປະກັນໃຫ້ກຳມະການສະພາປຶກສາການເມືອງທີ່ມາຈາກວົງການຕ່າງໆສາມາດເຂົ້າຮ່ວມຂະບວນການວາງນະໂຍບາຍສາທາລະນະຢ່າງສະເໝີພາບກັນ,ສະແດງຄວາມເຫັນຢ່າງເສລີ,ແລ້ວທຳການຕົກລົງນະໂຍບາຍທີ່ຄົນທັງຫຼາຍຮັບເອົາໄດ້ໃນການຫາລືແລະປຶກສາຫາລືກັນຢ່າງມີສະຕິສຳປະຊັນຍະ.ເນື່ອງຈາກສະພາປຶກສາການເມືອງມີຖານະອັນພິເສດ,ຕ້ອງເສີມຂະຫຍາຍບົດບາດຂອງມັນຕື່ມອີກໃນການສ້າງສາການເມືອງປະຊາທິປະໄຕ.
|
|
|