ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 20:57:26    
​ສອງ​ເດືອນ​ຕົ້ນ​ປີ​ນີ້,​ມູນ​ຄ່າ​ຕົກ​ລົງ​ຊື້​ຂາຍ​ຂອງ​ການ​ນຳ​ເຂົ້າ​ເຕັກ​ນິກ​ຂອງ​ຈີນ​ເພີ່ມ​ຂຶ້ນ​1,5​ເທົ່າ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຕາມ​ຂໍ້​ມູນ​ສະຖິຕິ​ທີ່​ກະຊວງ​ການ​ຄ້າ​ຈີນ​ປ​ະກາດ​ໃນ​ວັນ​ທີ10​ມີນາ​ສະ​ແດງ​ໃຫ້​ເຫັນວ່າ,ສອງ​ເດືອນ​ຕົ້ນປີ​ນີ້,ມູນ​ຄ່າ​ຕົກລົງ​ຊື້​ຂາຍຂອງ​ການ​ນຳ​ເຂົ້າ​ເຕັກນິກ​ຂອງ​ຈີນ​ໄດ້​ບັນລຸ4​ຕື້900​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ1,5​ເທົ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ຂໍ້​ມູນ​ສະຖິ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,ສອງ​ເດືອນ​ຕົ້ນປີ​ນີ້,ຈີນ​ໄດ້​ເຊັນ​ຂໍ້​ຜູກ​ພັນ​ນຳ​ເຂົ້າ​ເຕັກ​ນິກ​ລວມ​1500​ກວ່າ​ສະບັບ.​ໃນ​ນັ້ນ,ຍີ່ປຸ່ນ ສະຫະພາບ​ເອີ​ລົບ​ແລະ​ສ.​ເກົາຫຼີ​ແມ່ນ​​ແຫຼ່ງ​ນຳ​​​ເຂົ້າ​​ເຕັກ​ນິກ​ຕົ້ນ​ຕໍ​ສາມ​ແຫ່ງ​ຂອງ​ຈີນ.

ຕາມ​ຊາບ​ວ່າ,ການ​ນຳ​ເຂົ້າອຸປະ​ກອນຄົບ​ຊຸດ​ແລະ​ອຸປະ​ກອນ​ຂໍ​ກະ​ແຈ​ທີ່​ຖື​ຫົວລົດ​ໄຟ​ເປັນ​ຕົວ​ແທນ​ໄດ້​ພາ​ໃຫ້ການ​ນຳ​ເຂົ້າ​ເຕັກນິກ​ເຕີບ​ໂຕຢ່າງ​ວ່ອງ​ໄວ,ຂະ​ແໜງ​ການ​ຂົນ​ສົ່ງ​ທາງ​ລົດ​ໄຟ​ແມ່ນ​ຂະ​ແໜງ​ການ​ນຳ​ເຂົ້າ​ເຕັກນິກ​ທີ່​ເຕີບ​ໂຕ​​ໄວ​ກວ່າ​ໝູ່​ຂອງ​ຈີນ.