ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 21:12:42    
ນັກ​ວິ​ທະ​ຍາ​ສາດ​ພົບ​​ເຫັນ​ສັດ​ແຫ້ນ​ເລັມ​ປະ​ຖົມ​ບູ​ຮານ​ທີ່​ຖືກ​ຖື​ວ່າ​ໄດ້​ສູນ​ພັນ​ແຕ່​ດົນ​ແລ້ວ​ຢູ່​ລາວ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ9​ມີນາ,ໜ່ວຍ​ຄົ້ນຄວ້າ​ໜ່ວຍ​ໜຶ່ງ​ທີ່​ປະກອບ​ດ້ວຍ​ນັກວິທະຍາ​ສາດ​ອາ​ເມ​ລິ​ກາ ຝະຣັ່ງ​ແລະ​ຈີນ​ເວົ້າວ່າ,ສັດ​ແຫ້ນ​ເລັມ​ຊະນິດ​ໜຶ່ງ​ທີ່​ພົບ​ເຫັນ​ຢູ່​ລາວ​ແມ່ນ​ໜູ​ໄດ​ທອມ​ຊ່ານ​ຕຸ່ງ ​ເຊິ່ງ​ເປັນ​ສັດ​ແຫ້ນ​​ເລັມ​ປະຖົມ​ບູຮານ​ທີ່​ຖືກ​ເຫັນ​ວ່າ​ໄດ້​ສູນພັນ​ແຕ່​ດົນ​ແລ້ວ,​ການ​ພົບ​ເຫັນ​ດັ່ງກ່າວ​ແມ່ນມີ​ໜ້ອຍ​ທີ່​ສຸດ.

ການຄົ້ນຄວ້າ​ລາຍ​ນີ້​ປະກາດ​ໃນ​ວາລະສານ​ວິທະຍາສາດ​ສະບັບ​ວັນ​ທີ10​ມີນາ,ທ່ານຫຼີ ຊວນຄຸຍຂອງສະ​ຖາ​ບັນ​ຄົ້ນຄວ້າ​ສັດ​ກະດູກສັນຫຼັງ​ບູຮານ​ແລະ​ມະນຸດ​ບູຮານ​ຂອງ​ສະພາ​ບັນດິດວິທະຍາ​ສາດ​ຂອງ​ຈີນ​ແມ່ນ​ຜູ້​ຂຽນ​ຜູ້​ໜຶ່ງ.

​ແຕ່​ກ່ອນ​ນັກວິທະຍາສາດ​ເຄີຍ​ເຫັນ​ວ່າ,​ຍຸກ​ສະ​ໄໝ​ທີ່​ໜູ​ໄດ​ທອມ​ດຳລົງ​ຊີວິດແມ່ນ​ປະ ມານ​34​ລ້ານ​ຫາ15​ລ້ານ​ປີ​ກ່ອນ,​ແຕ່​ມັນ​ໄດ້​ສູນພັນ​ເມື່ອ​ປະມານ11​ລ້ານ​ປີ​ກ່ອນນີ້.​ແຕ່​ເທື່ອ​ນີ້​ນັກ​ວິ​ທະ​ຍາ​ສາດ​ໄດ້​ພົບ​​ເຫັນ​ວ່າ,​ໜູ​ໄດ​ທອມ​ອາດ​ຈະ​ໄດ້​ຢູ່​ລອດ​ໃນ​ສະ​ພາບ​ແວດ​ລ້ອມ​ຊີ ວະ​ພາບ​ຂອງ​ອາ​ຊີ​ອາ​ຄະ​ເນ​ທີ່​ຂ້ອນ​ຂ້າງ​ໂດດດ່ຽວ​ແລະ​ສິ່ງ​ແວດ​ລ້ອມ​ກໍ່​ເໝາະ​ສົມ​ທີ່​ສຸດ.