ລັດຖະມົນຕີກະຊວງວິທະຍາສາດເຕັກນິກຈີນກ່າວວ່າມີຄວາມໝັ້ນໃຈຕໍ່ຈີນຈະ ກາຍເປັນປະເທດແບບປະດິດສ້າງ
cri
ຕາມຂ່າວCRI,ວັນທີ10ມີນາຢູ່ທີ່ປັກກິ່ງ,ທ່ານຊູກວນຮວາ ລັດຖະມົນຕີກະຊວງວິທະຍາສາດເຕັກນິກຂອງຈີນກ່າວວ່າ,ທ່ານມີຄວາມໝັ້ນໃຈຕໍ່ຈີນເຂົ້າໃນຖັນແຖວປະເທດແບບປະດິດສ້າງໃນປີ2020.
ໃນງານຊຸມນຸມນັກຂ່າວທີ່ກອງປະຊຸມປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນຈັດຂຶ້ນ,ທ່ານຊູກວນຮວາເວົ້າວ່າ,ຈີນໄດ້ສ້າງສຳເລັດໂຄງປະກອບວິທະຍາສາດເຕັກນິກອັນຄົບຖ້ວນແລ້ວ,ມີຊັບພະຍາກອນວິທະຍາສາດເຕັກນິກແລະມະນຸດອັນພຽງພໍ,ແລະມີກຳລັງວິທະຍາສາດເຕັກນິກຂ້ອນຂ້າງແຂງແຮງ, ຄວາມສາມາດຄົ້ນຄວ້າພັດທະນາໃນຂົງເຂດສຳຄັນຈຳນວນໜຶ່ງເຊັ່ນຊີວະວິທະ ຍາ ນະໂນແມັດແລະການບິນອະວະກາດເປັນຕົ້ນໄດ້ເຂົ້າໃນລະດັບນຳໜ້າໃນໂລກແລ້ວ.ສະນັ້ນ,ຈີນມີເງື່ອນໄຂທີ່ມີຜົນດີຫຼາຍຢ່າງໃນການສ້າງສາປະເທດແບບປະດິດສ້າງ.
|
|