ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-10 21:26:50    
ລາຍ​ຈ່າຍ​ໃນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຈີນ​ຂອງ​ງົບ​ປະ​ມານ​ການ​ເງິນ​ສູນ​ກາງ​ຈີນ​ຈະ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ​ກາຍ​ເກືອບ​20%

cri
ຕາມ​ຂ່າວ​CRI,​ວັນ​ທີ10​ມີນາ​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ຈ່າງ​ຊ້າ​ວຊຸ່ນ ຜູ່​ຊ່ວຍ​ລັດຖະ ມົນຕີ​ກະ​ຊວງ​ການ​ເງິນ​ຂອງ​ຈີນ​ກ່າວ​ວ່າ,​ງົບ​ປະ​ມານ​ການ​ເງິນ​ສູນ​ກາງ​ຂອງ​ຈີນ​ໃນ​ປີ​ນີ້ຈະ​ລົງ​ທຶນ​ເຂົ້າ​ໃນ​ດ້ານ​ວິທະ​ຍາ​ສາດ​ເຕັກ​ນິກ​ຫຼາຍ​ກວ່າ​ປີ​ກາຍ​ເກືອບ​20%.

ທ່ານ​ຈ່າງ​ຊ້າວ​ຊຸ່ນ​ແມ່ນ​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ກອງ​ປະ​ຊຸມ​ປະຈຳ​ປີ​ຂອງ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ.​ທ່ານ​ເວົ້າ​ວ່າ,​ໃນ5ປີ​ຂ້າງ​ໜ້າ,​ຈີນ​ຈະ​ເພີ່ມ​ທະ​ວີ​ການ​ລົງທຶນ​ດ້ານ​ງົບປະ​ມານ​ການ​ເງິນ​ເຂົ້າ​ໃນ​ດ້ານ​ວິທະ​ຍາ​ສາດ​ເຕັກ​ນິກ,​ການ​ລົງ​ທຶນ​ເຂົ້າ​ໃນ​ດ້ານ​ເຕັກ​ນິກ​ວິທະ​ຍາສາດ​ຂອງ​ແຕ່ລະ​ປີ ຈະ​ກວມ2%​ຂອງ​GDP​ໃນ​ປີ​ນັ້ນ,​ປີ​ນີ້​ງົບ​ປະ​ມານ​ການ​ເງິນ​ສູນ​ກາງ​ຈະ​ລົງທຶນ​70ຕື້​ຢວນ​ເຂົ້າ​ໃນ​ດ້ານ​ວິທະ​ຍາສາດ​ເຕັກນິກ.
 
ທ່ານ​ຈ່າງ​ຊ້າ​ວຊຸ່ນ​ເວົ້າ​ວ່າ,ລັດຖະບານ​ຈີນ​ຍັງ​ຈະ​ປະຕິບັດ​ນະ​ໂຍບາຍ​ດ້ານ​ການ​ເງິນ​ແລະ​ພາສີ​ອາກອນ​ລະບົບ​ໜຶ່ງ​ເພື່ອ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ປະດິດສ້າງ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ.