ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-11 19:52:01    
ສັງ​ຄົມ​ທີ່​ກົມ​ກຽວ​ກັນ​ບ້ານ​​​ເມືອງ​ຮ່ວມ​ຂອງ​ພວກ​ເຮົາ-----ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ເຂດ​ພາກ​ຕາ​ເວັນ​ຕົກ​ລົມ​ເລື່ອງ​ສ້າງ​ສັງ​ຄົມ​ທີ່​ກົມ​ກຽວ​ກັນ(ສຽງ)

cri


ເດືອນ​ມີນາ​ປີ 2006,ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈະ​ຜ່ານ​ແຜນກຳນົດ 5 ປີ​ຄັ້ງທີ 11 ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ແລະ​ສັງຄົມ​ຈີນ​.ການ​ຊຸກ​ຍູ້​ການ​ສ້າງ​ສັງຄົມ​ສັງຄົມ​ນິຍົມ​ທີ່​ກົມກຽວ​ກັນຈະ​ກາຍ​ເປັນ​ຈຸດ​ໜັກ​ຈຸດ​ໜຶ່ງ​​ແຫ່ງການ​ພັດທະນາຂອງ​ຈີນ​ໃນ 5 ປີ​ຂ້າງ​ໜ້​າ.ກ່ຽວ​ກັບ​ບັນຫາ​ດັ່ງກ່າວ,ນັກ​ຂ່າວ​ວິທະຍຸcriພວກ​ເຮົາ​ໄດ້​ສຳພາດ​ຜູ້​ແທນ​ສະພາ​ປະຊາຊົນ​ຂອງ ແຂວງ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ຄັ້ງນີ້,ພວກ​ເຂົາ​ເຈົ້າກ່າວ​ວ່າ,ການ​ຊຸກ​ຍູ້​ການ​ສ້າງ​ສັງຄົມທີ່​ກົມກຽວ​ກັນບໍ່​ພຽງ​ແຕ່​​ແມ່ນເປົ້າໝາຍທີ່​ປະຊາຊົນ​ທົ່ວ​ປະ​ເທດ​ລວມທັງ​ພາກ​ຕາ​ເວັນ​ຕົກ​ຕ້ອງ​ບາກ​ບັ່ນ​ສູ້​ຊົນ​ເທົ່າ​ນັ້ນ,​ແລະ​ກໍ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ຕໍ່​ການ​ເລັ່ງລັດ​ການ​ພັດທະນາ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ.

ທ່ານ​ຫວັງ​ຊິນຫວາຍ​ທີ່​ມາ​ຈາກ​ກົມ​ຄຸ້ມ​ຄອງ​ບໍລິຫານອຸດສາຫະກຳ​ການ​ຄ້າ​ເຂດ​ຊິນ​ຈ່ຽງ​ເວົ້າ​ຕໍ່​ນັກ​ຂ່າວ​ວ່າ:

"ການ​ສ້າງ​ສັງຄົມ​ທີ່​ກົມກຽວ​ກັນ,ສຳຄັນ​ທີ່​ສຸດ​ກໍ່​ແມ່ນ​ຕ້ອງ​ສ້າງ​ສັງຄົມ​ທີ່​ມີສັດ​ທາ.​ເມື່ອ​ມະນຸດ​ສຳພັນ​ມີ​ຄວາມ​ເຊື່ອ​ຖື​ກັນ​ທີ່​ສຸດ​ແລະ​ເບົາ​ອົກ​ເບົາ​ໃຈ​ແລ້ວ,ສັງຄົມ​ຈິ່ງ​ຈະ​ກົມກຽວ​ກັນ​ໄດ້​."

ທ່ານກ່າວ​ວ່າ ​ໃນ​ເຂດ​ພາກ​ຕາ​ເວັນ​ຕົກ, ຍ້ອນ​ວ່າກົດໝາຍ​ກົດ​ບັນຍັດ​ທຸກ​ລາຍ​ພວມ​ຢູ່​ໃນ​​ໄລຍະບູລະນະ​ໃຫ້​ສົມ​ບູນຂຶ້ນ, ການຕິດຕາມ​ກວດກາ​​ສັດ​ທາ​ຂອງ​ວິ​ສາ​ຫະກິດ​ຍັງ​ຂ້ອນ​ຂ້າງ​ບອບ​ບາງ, ສະນັ້ນ, ​ຈຶ່ງໄດ້​ປະ​ກົດ​ມີ​ບັນ​ຫາ​ຕ່າງໆ​ເຊັ່ນ ​ວິ​ສາ​ຫະກິດ​ບໍ່​ຖື​ສັດທາ, ກູ້​ເງິນ​ຍາກ, ບໍ່​ສາມາດ​ຈ່າຍ​ເງິນ​ດ້ວຍ​ພາຫະນະ​ທັນ​ສະ​ໄໝ​​ເປັນຕົ້ນ, ນີ້​ໄດ້​ຂັດຂວາງ​ການ​ພັດທະນາເສດຖະກິດ​ພາກ​ຕາ​ເວັນ​ຕົກ​​ໃນ​ລະດັບ​ໃດ​ໜຶ່ງ.

ທ່ານ​ວາງ​ຊິນ​ຮວາຍກ່າວ​ວ່າ, ບົດ​ລາຍ​ງານ​ຂອງ​ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນ​ຕີ​ຈີນ​​ໄດ້​ບັນດານໃຫ້​ທ່ານ​ມີ​ຄວາມ​ຄິດຫຼາຍຢ່າງ, ​ໃນ​ການ​ຫາລື​​ກັນໃນຫຼາຍມື້​ມາ​ນີ້, ທ່ານ​ສະ​ເໜີ​ວ່າ, ອົງການ​ປົກຄອງ​ທຸກຂັ້ນຄວນ​ສ້າງ​ແທ່ນ​ທີ່​ຮ່ວມ​ກັນຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ສຳລັບ​ອົງການ​ຕ່າງໆ​ເຊັ່ນ ການ​ທະນາຄານ ອຸດສາຫະກຳ​ການ​ຄ້າ ການ​ກວດກາ​ຄຸນ​ນະພາ​ບ ​ແລະ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ເປັນຕົ້ນ, ຊຸກຍູ້​ໃຫ້ສ້າງ​ສັດທາ​ນຳ​ກັນ. ທ່ານ​ເວົ້າວ່າ:

"​ໃນ 5 ປີ​ຂ້າງ​ໜ້າ, ສ້າງ​ແທ່ນ​ທີ່​ຂະ​ແໜງ​ການ​ຕ່າງໆ​ຂອງ​ອົງການ​ປົກຄອງ​ສາມາດ​ເຂົ້າຮ່ວມ​​ແລະ​ຊົມ​ໃຊ້​ຂໍ້​ມູນ​ຂ່າວສານ​ນຳ​ກັນ​ໄດ້, ​ຊັກ​ນຳ​​ແລະ​ຊຸກ​ຍູ້​​ອົງ​ກອນ​ເສດຖະກິດ​ຕ່າງໆ​ໃນ​ສັງຄົມມີ​ສັດທາຈະ​ມີ​ບົດບາດ​ເປັນ​ນ້ຳມັນ​ລີ​ນ ​ເຮັດ​ໃຫ້​ການ​ພັດທະນາ​ເສດຖະກິດ​ແລະ​ສ້າງສາ​ສັງຄົມ​ທີ່​ກົມກຽວ​ກັນ​ເດີນ​ແມ່ນ​ແລ່ນ​ສະດວກ."

ເນື້ອ​ໃນ​ສຳຄັນ​ອີກ​ລາຍ​ໜຶ່ງ​ໃນການສ້າງສາສັງຄົມ​ທີ່​ກົມກຽວ​ກັນ​ນັ້ນແມ່ນ​ເອົາ​ໃຈ​ໃສ່​ນຳ​ສຸຂະພາບ​ຂອງ​ປະຊາຊົນ,​ເລັ່ງລັດ​ພັດທະນາ​ພາລະກິດ​ສາທາລະນະ​ສຸກ​ແລະການ​ປີ່​ນປົວ,ຕັ້ງໜ້າ​ແກ້​ໄຂ​ບັນຫາຄວາມ​ຫຍຸ້ງຍາກ​ໃນ​ການ​ປົວ​ພະຍາດແລະ​ເສຍ​ຄ່າ​ປິ່ນປົວ​ແພງ.ທ່ານ​ວັງ​ອິ່ງທີ່​ມາ​ຈາກ​​ໂຮງໝໍ​ກິ່ງແຂວງ​ຕ້າ​ຫຼີ​ແຂວງ​ຢຸນນານ​ຈີນ​ເວົ້າວ່າ:

"​ເພື່ອ​ແກ້​ໄຂ​ບັນຫາ​ຫຍຸ້ງຍາກ​ຂອງຊາວ​ກະສິກອນ​ໃນ​ການ​ປົວ​ພະຍາດ​ແລະ​​ຄ່າ​ຢາຄ່າ​ປີ່​ນປົວ​ແພງ,ອົງການ​ປົກຄອງ​ໄດ້​ທຳ​ຄວາມ​ພະຍາ​ຍາມຫຼາຍ​ຢ່າງ​,​ເຊັ່ນ:ຊຸກຍູ້​ການສ້າງ​ລະບອບຮ່ວມມື​ປີ່​ນປົວ​ໃນ​ຊົນນະບົດ​​ເທື່ອ​ລະ​ກ້າວຢ່າງ​ໜັກ​ແໜ້ນ,​ດັດ​​ສ້າງ​ໂຮງໝໍ​ຊົນນະບົດ​ແລະ​ສ້າງຕັ້ງລະບົບສາທາລະນະ​ສຸກ 3 ຂັ້ນ."

ທ່ານ​ວັງ​ອິ່ງ​ເຫັນ​ວ່າ,ຈະ​ເສີມສ້າງ​ສາທາລະນະ​ສຸກ​ຊົນນະບົດ​ຂັ້ນພື້ນຖານ ກໍ່ຕ້ອງ​ສ້າງ​​ແລະ​ບູລະນະລະບອບ​ປະກັນ​ສັງຄົມ​ ​ຫຼາຍ​ລະດັບທີ່​ຄົບ​ຖ້ວນສົມບູນ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ແລະ​ເຂດ​ຊາຍ​ແດນ,ນອກ​ນີ້​ຍັງ​ຕ້ອງ​ສົ່ງ​ເສີມ​ໃຫ້ວິ​ສາ​ຫະກິດ​ຢຸກຢາສ້າງ​ຕາໜ່າງຈຳໜ່າຍ​ອັນ​ຄົບ​ຖ້ວນ​ຢູ່​ຊົນນະບົດ.

ທ່ານ​ນາງ​ໂຈ່​ວ​ເວີ້​ຍຈ້ຽນ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ທີ່​ມາ​ຈາກ​ແຂວງ​ສ້ານ​ຊີ່​ບອກ​ນັກ​ຂ່າວ​ວ່າ,ສັງຄົມ​ທີ່ກົມກຽວ​ກັນ​ໃນ​ສາຍຕາຂອງ​ນາງ,​ແມ່ນ​ໃຫ້​ເດັກນ້ອຍ​ໄດ້​ເຕີບ​​​ໃຫຍ່​ຂຶ້ນ​ໃນ​ສະພາບ​ແວດ​ລ້ອມ​ອັນປອດ​​ໃສ​ແລະ​ກົມກຽວ​ກັນ.ນາງ​ເວົ້າວ່າ,​​ອິນ​ເຕີ​ເນັດໃນ​ປະຈຸ​ບັນ​ແມ່ນ​ປ່ອງຢ້ຽມ​ສຳຄັນ​ສຳລັບ​ໃຫ້ຊາວ​ໜຸ່ມ​ເຍົາວະ​ຊົນຊອກ​ຮຽນຄວາມ​ຮູ້,​ແຕ່​ຍ້ອນ​ພາຫະນະ​ຕິດຕາມຄຸ້ມ​ຄອງອິນ​ເຕີ​ເນັດຂອງ​ຈີນ​ຍັງ​ບໍ່​​ກ້າວໜ້າ​ປານ​ໃດ,​ເວັບ​ໄຊ​ແລະຮູບ​ພາ​ບທີ່​ບໍ່ດີ​ຈຳນວນ​ໜຶ່ງ​ພວມ​ທຳຮ້າຍ​ຈິດ​ໃຈ​ຂອງ​ເດັກນ້ອຍ​.

ຄວນ​ຮັບ​ຮູ້​ພັດທະນາ​ແລະ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ຈາກ​ຄວາມ​ສູງ​ຂອງ​ການ​ສ້າງສາ​ສັງຄົມ​ທີ່ກົມກຽວ​ກັນ,ການ​ສ້າງສາ​ສັງຄົມທີ່​ກົມກຽວ​ກັນ​ຕ້ອງການ​ໃຫ້​ບັນດາ​ຝ່າຍ​ໃນ​ສັງຄົມ​ທຳ​ຄວາມ​ພະຍາ​ຍາມນຳ​ກັນ,​ເວົ້າ​ໃນ​ດ້ານ​ອິນ​ເຕີ​ເນັດ​ກໍ່​ເຊັ່ນ​ດຽວ​ກັນ.​ໃນ​ຖານ​ເປັນ​ພາຫະ​ນະ​ອັນ​ສຳຄັນ​ຂອງສັງຄົມ​​ໃນ​ການເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ,ອິນ​ເຕີ​​ເນັດ​ບໍ່ພຽງ​ແຕ່​ແມ່ນ​ຊ່ອງ​ທາງ​ໃໝ່​ທີ່​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ຝ່າຍ​ຕ່າງໆ​ຂອງ​ສັງຄົມ,ຍິ່ງ​ແມ່ນ​ທີ່​ໝັ້ນ​ໃໝ່​ຂອງ​ຂົງ​ເຂດ​ວັດທະນະທຳ​ພວກ​ເຮົາ.
 
ທ່ານ​ໂຈ່​ວ​ເວີ້​ຍຈ້ຽນຍັງ​ບອກ​ນັກ​ຂ່າວ​ວ່າ,​ໃນ​ໄລຍະ​ກອງ​ປະຊຸມ​ຄັ້ງ​ນີ້,ຂໍ້​ສະ​ເໜີ​ທີ່ຜູ້​ແທນ​ວົງ​ການ​ສຶກສາ​ສະ​ເໜີ​ອອກ​​ມາກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ອົບຮົມ​ຕຳຫຼວດ​ອິນ​ເຕີ​ເນັດ,​ໄດ້​ຮັບ​ຄວາມ​ເອົາ​ໃ​ຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ,ນາງ​ຮຽກຮ້ອງ​ໃຫ້​ເພີ່ມທະວີ​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ແບບ​ວິທະຍາສາດ,ຊຸກຍູ້​​ໃຫ້ອິນ​ເຕີ​ເນັດ​​ເສີມ​ຂະຫຍາຍ​ບົດບາດ​​ໃນ​ການ​ສ້າງສາ​ສັງຄົມ​ທີ່​ກົມກຽວ​ກັນ,​ໃຫ້​ເດັກນ້ອຍ​ທັງຫຼາຍ​ມີ​ແດນ​ອິນ​ເຕີ​​ເນັດ​ທີ່​ປອດ​ໃສ.