ກຳມະການສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນກ່າວຕີໂຕ້ອາເມລິກາທີ່ຕຳໜິສະພາບສິດທິມະນຸດຂອງຈີນຢ່າງບໍ່ມີເຫດຜົນ
cri
ຕາມຂ່າວCRI,ວັນທີ10ມີນາ,ກຳມະການວົງການຖະແຫຼງຂ່າວແລະພິມຈຳໜ່າຍທີ່ພວມເຂົ້າຮ່ວມກອງປະຊຸມປະຈຳປີຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຢູ່ປັກກິ່ງໄດ້ຕິຕຽນບົດລາຍງານສິດທິມະນຸດຂອງບັນດາປະເທດປີ2005ທີ່ອາເມລິກາປະກາດໃນຫວ່າງມໍ່ໆນີ້ໂດຍຕິຕຽນສະພາບສິດທິມະນຸດຂອງຈີນຢ່າງບໍ່ມີເຫດຜົນ.
ທ່ານກຳມະການຈ້າວສີເຈິ້ງເວົ້າວ່າ,ລັດຖະທຳມະນູນຂອງຈີນໄດ້ທຸກລະບຸໄວ້ຢ່າງຈະແຈ້ງວ່າເຄົາລົບແລະຮັບປະກັນສິດທິມະນຸດຂອງພົນລະເມືອງທຸກຖ້ວນໜ້າ,ຈີນກໍ່ໄດ້ຮັບຄວາມຄືບໜ້າໃນພາລິກິດສິດທິມະນຸດຢ່າງບໍ່ຢຸດຢັ້ງ,ພົນລະເມືອງຈີນອັນໄພສານມີຄວາມເພີງພໍໃຈຕໍ່ເລື່ອງນີ້,ປະເທດສ່ວນຫຼາຍທີ່ສຸດໃນໂລກກໍ່ເຫັນດີນຳ.ທ່ານເວົ້າວ່າ,ກະຊວງການຕ່າງປະເທດອາເມລິກາປະກາດບົດລາຍງານສິດທິມະນຸດ,ແຊກແຊງສິດທິມະນຸດຂອງບັນດາປະເທດໃນໂລກຢ່າງບັງອາດ,ແຕ່ໃນນັ້ນພັດບໍ່ມີອາເມລິກາເອງ.
ທ່ານກຳມະການຢາງເຈິ້ງຊວນ ຮອງປະທານປະຈຳມູນນິທິພັດທະນາສິດທິມະນຸດຂອງຈີນເວົ້າວ່າ,ອາເມລິກາວິຈານສະພາບສິດທິມະນຸດຂອງຈີນຢ່າງບໍ່ມີເຫດຜົນນັ້ນບໍ່ແມ່ນຫາລືບັນຫາສິດທິມະນຸດ,ກໍ່ບໍ່ແມ່ນເອົາໃຈໃສ່ນຳສິດທິມະນຸດຂອງຈີນ,ສິດທິມະນຸດທີ່ເຂົາຕ້ອງການແມ່ນປ່ອຍໃຫ້ຜູ່ທີ່ຄັດຄ້ານລະບອບສັງຄົມນິຍົມນັ້ນດຳເນີນການເຄື່ອນໄຫວ.
ກຳມະການທັງຫຼາຍເຫັນວ່າ,ໃນຫຼາຍປີມານີ້,ຈີນໄດ້ສຳຫຼວດຊຳລະຄະດີລະເມີດສິດທິມະນຸດຢ່າງເດັດດ່ຽວ,ສະພາບສິດທິມະນຸດໄດ້ຮັບການປົວແປງໃຫ້ດີຂຶ້ນແລ້ວ.
|
|