ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-11 19:11:41    
ຈີນ​ຈະ​ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ຊອບ​ກົດ​ໝາຍ​ຂອງ​ນັກ​ທຸລະ​ກິດ​ຕ່າງ ປະ​ເທດ​ໃນ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ສຳ​ຫຼວດ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່

cri

ຕາມ​ຂ່າວCRI,ວັນ​ທີ11ມີນາ​ຢູ່​ທີ່​ປັກ​ກິ່ງ,ທ່ານຫຼີຢວນ ຮອງ​ລັດຖະມົນຕີ​ກະຊວງ​ທີ່​ດິນ​ແລະ​ຊັບ​ພະຍາກອນ​ແຫ່ງ​ຊາດຈີນ​ກ່າວ​ວ່າ,ຈີນ​ຈີນ​ຈະ​ເປີດ​ກວ້າງ ການ​ໄຂປະຕູ​ສູ່​ພາຍ​ນອກ​ໃນ​ດ້ານ​ສຳ​ຫຼວດ​ແລະຂຸດ​ຄົ້ນ​ຊັບ​ພະຍາກອນ​ບໍ່​ແຮ່,ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫດ​ຍທີ່​ຊອບ​ກົດໝາຍ​ຂອງ​ນັກທຸລະກິ​ດຕ່າງປະ​ເທດ​ທີ່​ລົງທຶນໃນ​ຂົງ​ເຂດ​ດັ່ງກ່າວ,ດຳ​ເນີນ​ການ​ຮ່ວມ​ມື​ແລະ​ແລກປ່ຽນ​ກັບ​ຕ່າງປະ​ເທດ​ຢ່າງ​ກວ້າງ​ຂວາງ.

ທ່ານ​ຫຼີຢວນ​ແມ່ນ​ໃຫ້​ທັດສະ​ນະ​ດັ່ງກ່າວ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ກອງ​ປະຊຸມ​ປະ​ຈຳປີ​ຂອງ​ສະພາ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ.​ທ່ານ​ຊີ້​ອອກ​ວ່າ,​ຍ້ອນ​ວ່າ​ຈີນ​ມີປະ​ຊາ​ກອນ​ຫຼາຍ,​ບວກ​ກັບ​ໃນ​5ປີ​ຂ້າງ​ໜ້ານິ້​ຈີນ​ຍັງ​ຈະ​ຢູ່​ໃນ​ໄລຍະ​ທີ່ການ​ຫັນ​ເປັນ​ອຸດສາ​ຫະ​ກຳ​ແລະ​ຕົວ​ເມືອງ​ພັດ​ທະນາ​ຢ່າງ​ວ່ອງ​ໄວ,ຄວາມ​ຂັດ​ແຍ່ງ​ທີ່​ຊັບ​ພະຍາ​ກອນ​ບໍ່ພ​ຽງພໍ​ໂດຍ​ທຽບ​ຖານ​ຈະ​ພົ້ນ​ເດັ່ນ​ທີ່​ສຸດ.

ທ່ານ​ກ່າວ​ວ່າ,​ການ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ​ດຳ​ເນີນ​ການ​ສຳ​ຫຼວດ​ແບບ​ການ​ຄ້າ​ແມ່ນ​ວິທີ​ໜຶ່ງ​ໃນ​ການ​ແກ້​ໄຂ​ບັນຫາ​ຊັບພະ​ຍາ​ກອນ​ບໍ່​ພຽງພໍ.​ລັດ ຖະບານ​ຈີນຈະ​ວາງ​ນະ​ໂຍ​ບາຍ​ລະ​ບົບ​ໜຶ່ງ,​ສ້າງ​ຕັ້ງ​ແລະ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ຕະຫຼາດ​ທີ່​ທ່ຽງ​ທຳ​ແລະ​ຍຸດ​ຕິ​ທຳ,​ຍົກ​ສະ​ມັດ​ຕະ​ພາບ​ການ​ນຳ​ໃຊ້​ຊັບ​ພະຍາ​ກອນ​ໃຫ້​ສູງ​ຂຶ້ນ.