ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-11 20:34:34    
ບົດ​ບັນທຶກ​ປະຈຳ​ວັນ​ກ່ຽວ​ກັບ​ກອງ​ປະຊຸມ​ສອງ​ສະພາ​ໃນ​ວັນ​ທີ 11 ມີນາ

cri Author: da


ແລກປ່ຽນຄວາມເຫັນກັນ

ປີ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້ອຍເປັນ​ນັກ​ຂ່າວ ​ໄປ​ເອົາ​ຂ່າວ​ກອງ​ປະຊຸມ​ສອງ​ສະພາສົມ​ກັບ​ຄວາມ​ປວດ​ຢາກ​ໄປ.​ໃນ​ໜຶ່ງ​ອາທິດ​ມາ​ນີ້,ຂ້ອຍບໍ່​ພຽງ​ແຕ່​ໄດ້​ເຫັນ​​ພິທີ​ໄຂ​ກອງ​ປະຊຸມ​ສອງ​ສະພາ​ທີ່​ຄຶກຄື້ນກັບ​ຕາ​ຕົນ​ເອງ,ຍັງໄດ້​ເຫັນຜູ້ນຳ​ ​ລັດ ​ເຈົ້າໜ້າ​ທີ່​ຊັ້ນສູງ​ຂອງ​ລັດຖະບານ​ແລະ​ບຸກຄົນຜູ້​ມີ​ຊື່​ສຽງ​​ໃນ​ຂະ​ແໜງ​ການ​ຕ່າງໆ​ຫຼາຍໆ​ທ່ານ,ທັງ​ຍັງ​ໄດ້​ຖື​ໂອກາດ​ນີ້​ສຳພາດ​ພວກ​ເພິ່ນ,​ໄດ້​ຖ່າຍຮູບນຳ​ກັນ​ກັບ​ກຳມະການທີ່​ເປັນ​ດາ​ລາຫຼາຍ​ຄົນ,ຈັ່ງ​ແມ່ນ​ໄດ້ຮັບຜົນ​ຫຼາຍຢ່າງ.


ທ່ານ​ຈົ່ງ​ນານ​ຊ່ານ

ລັດຖະມົນຕີ​​ຂອງບັນດາ​ກະຊວງ​​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສອງ​ສະພາກໍ່​ແມ່ນ​ຜູ້​ທີ່​ນັກ​ຂ່າວທັງຫຼາຍ​ນຳ​ສຳພາດ.ມື້ວານ​ນີ້​ຂ້ອຍ​ໄດ້​ເຫັນ​ລັດຖະມົນຕີ​ກະຊວງ​ສຶກສາ​ທິການ,ຍັງ​ເຫັນລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ,​ແຕ່​ເສຍ​ດາຍ​ມີນັກ​ຂ່າວ​ຫຸ້ມ​ສຳພາດ​ພວກ​ເພິ່ນ​ຫຼາຍ​ໂພດ,ຮູບ​ທີ່ຖ່າຍ​ເອົາກໍ່​ບໍ່​ແຈ້ງ.ຂ້ອຍ​ຍັງ​​ໄດ້​ເຫັນທ່ານ​ຈົ່ງ​ນານ​ຊ່ານ ບັນດິດ​ສະພາ​ບັນດິດ​ວິສະວະກຳຈີນ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ ຊຶ່ງ​ເປັນ​ບຸກຄົນ​ນຳ​ໜ້າ​ວົງ​ການ​ແພດສາດ​ທີ່​ຕໍ່ຕ້ານ​ພະຍາ​ດຊາດ​ສ໌​ແລະ​ໄຂ້ຫວັດ​ນົກ,ທ່ານ​ແມ່ນວິລະ​ຊົນຜູ້​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ.

ຍັງ​ມີ​ທ່ານ​ຫຼິນ​ອີ້​ຟູ່ ນັກ​ເສດຖະສາດ​ຜູ້​ອາວຸ​ໂສ​ແລະ​ມີ​ຊື່​ສຽງ​ຂອງ​ຈີນ,ທ່ານ​ມີ​ສະຕິ​ປັນຍາ​ທີ່​ສຸດ,ທ່ານ​ທາງ​ສະຫງ່າ,ບໍ່​ວ່າ​ປະກົດ​ຕົວຢູ່​ໃສ,ນັກ​ຂ່າວ​ກໍ​ຫຸ້ມ​ໄປ​ຫາ​ເພິ່ນ​ໂລດ.

ນອກ​ນີ້,ຍັງ​ມີ​ຜູ້​ແທນ​ແລະ​ກຳມະການ​ທີ່​ມີ​ຊື່​ສຽງ​ໃນ​ທັນທີ​ຍ້ອນ​ກອງ​ປະຊຸມ​ສອງ​ສະພາ​ຄັ້ງນີ້.​ເຊັ່ນ:ທ່ານ​ໄລ້​ມິ​ງ ກຳມະການ​ສະພາ​ປຶກສາ​ກາ​ນ​ເມືອງ​ປະຊາຊົນ​ແຫ່ງ​ຊາດ.​


ທ່ານ​ໄລ້​ມິງ

ໃນ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ຄັ້ງນີ້,ທ່ານ​ໄດ້​ສະ​ເໜີ​ຍັດຕິ​ທີ່​ມີ​ລັກສະນະກໍ່ສ້າງກ່ຽວ​ກັບ​ເຮືອນ​ຢູ່​ແລະ​ການ​ປະກັນ​ໄພ​ບຳນານ.ຍັດຕິ​ຂອງ​​ເພິ່ນ,ບໍ່​ພຽງ​ແຕ່​ໄດ້​ດູດ​ດຶງ​ເອົາ​ຄວາມ​ສົນ​ໃຈ​ຂອງກຳມະການ​​ແລະ​ນັກ​ຂ່າວ​ທໍ່​ນັ້ນ,ຫາກ​ຍັງ​​ມີ​ສຽງ​ສະທ້ອນ​ຢ່າງ​​ແຂງ​ແຮງໃນ​ສັງຄົມ.ຢູ່​ເວັບ​ໄຊ​ທຸກ​ບ່ອນ ລ້ວນ​ແຕ່​​ໄດ້​ເຜີຍ​ແຜ່​ຍັດຕິ​ຂອງ​ເພິ່ນ,ຜູ້​ວິຈານ​ເທິງ​ເວັບ​ໄຊ​ກໍ​ຫຼາຍ​ເຖິງ​ແສນ​ກວ່າ​ຄົນ.ຄ່ຳ​ມື້​ນີ້,ທ່ານ​ຍັງ​ຈະ​ໄດ້​ຮັບເຊີນ​ໄປ​ເປັນ​ແຂກ​ຢູ່​ເວັບ​ໄຊ​ທີ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ,ຫາ​ສຽງ​ໃຫ້ຍັດຕິ​ຂອງ​ທ່ານ​ເອງ,​ແລກປ່ຽນຄວາມ​ເຫັນກັບ​ມິດ​ເວັບ​ໄຊ.​ໄດ້​ສຳພາດ​ບຸກຄົນ​ຜູ້​ມີ​ຊື່​ສຽງ​ປານ​ນີ້,ກໍ່​ບໍ່​ແມ່ນ​ເລື່ອງ​ງ່າຍ.