ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-12 18:15:29    
ຜູ້​ແທນ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ຂ້ຽວ​ເລັ່ງ​ສ້າງ​ທາງ​ສາ​ກົນ​ຢຸນ​ນານ ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊຽນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ຜູ້​ແທນ​ສະພາ​ປະຊາຊົນ​ທີ່​ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຢູ່​ປັກ​ກິ່ງ​ໄດ້​ສະ​ເໜີ​ໃຫ້​ຂ້ຽວເລັ່ງ​ສ້າງ​ທາງ​ສາກົນ​ຢຸນນານ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ອາ​ຊ​ຽນ.

ທ່ານ​ເຮີ​ຕ້ວນສີ ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​, ປະທານ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​​ແຂວງ​ຢຸນນານ​ເວົ້າ​ວ່າ, ​ໃນຫຼາຍປີ​ຂ້າງ​ໜ້າ, ຢຸນນານ​ຈະ​ເພີ່ມ​ຄວາມ​ແຮງ​ສ້າງ​ທາງ​ສາກົນ​ຢຸນນານ, ຍາດ​ແຍ່ງ​ເຮັດ​ໃຫ້​ຢຸນນານ​ກາຍ​ເປັນຕາ​ໜ່າງ​ທາງ​ສາກົນ​ທີ່​​ເອົາ​ການ​ບິນນຳ​ທາງ, ຖື​ທາງ​ລົດ​ໄຟ​ແລະ​ທາງ​ຫຼວງ​ຊັ້ນ​ສູງ​ເປັນ​ໂຄງ​ຮ່າງ, ຖືການ​ຂົນ​ສົ່ງ​ທາງ​ນ້ຳ​ເປັນ​ການ​ເພີ່ມ​ຕື່ມ, ​ຊຸກ​ຍູ້​​ໃຫ້​ຈີນ​ກັບ​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ຈະ​ເລີ​ນຮຸ່ງ​ເຮືອງ​ນຳ​ກັນ​ໃນ​ດ້ານ​ເສດຖະກິດ​.

​ແຂວງ​ຢຸນນານ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກສ​ຽງ​ໃຕ້​ຂອງ​ຈີ​ນມີ​ດິນ​ແດນ​ຕິດ​ກັບ​ລາວ​, ມຽນມາ​ແລະ​ຫວຽດນາມ, ມີ​ທາງ​​ໄປ​ສູ່​ຕ່າງ​ປະ​ເທດ 90 ກວ່າ​ເສັ້ນ. ຢຸນນານ​ບໍ່ພ​ຽງ​ໄດ້​ຕິດຕໍ່​ກັບ​ມະຫາ​ສະໝຸ​ດປາຊິ​ຟິກ​ແລະ​ມະຫາ​ສະໝຸດ​ອິນ​ເດຍ​ຈາກ​ທາງບົກ​ທໍ່​ນັ້ນ, ຍັງ​​ໄດ້​ເຮັດ​ໃຫ້​ຕະຫຼາດ​ໃຫຍ່ 3 ​ແຫ່ງ ຄື ຈີນ​, ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​ເຊື່ອມ​ຕໍ່​ເຂົ້າກັນ, ​ໄດ້​ມີ​ບົດບາດ​ສຳຄັນ​ໃນ​ການ ຊຸກຍູ້​ການ​ພັດທະນາ​ເສດ​ຖະ​ກິດ​ແລະ​ການ​ແລກ​ປ່ຽນ​ວັດທະ​ນະທຳ​ພາຍ​ໃນ​ພາກ​ພື້ນ​ນີ້.