ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-12 19:04:01    
ຈີນຕັ້ງໜ້າ​ຮັບ​ມື​ກັບ​ສະ​ຖານະ​ການ​ອັນ​ຂ້ຽວ​ຂາດ​ຂອງ​ການ​ຜະ​ລິດ​ຢ່າງ​ປອດ​ໄພ(ສຽງ)

cri


ປີ​ກາຍ​ນີ້ ອັດຕາ​​ເຕີບ​ໂຕ​ຂອງ​ເສດຖະກິດ​ຂອງ​ຈີນ​ໄ​ດ້ບັນລຸ 9,9%,​ແຕ່ພັດ​ມີ 1 ​ແສນ 2 ໝື່ນ 7 ພັນ​ຄົນ​ເສຍ​ຊີວິດຍ້ອນ​ອຸບັດ​ຕິ​ເຫດ​ໃນ​ການ​ຜະລິດ,ໝາຍ​ຄວາມ​ວ່າ,​ໃນ​ຂະນະ​ທີ່​ຈີນ​ໄດ້​ສ້າງ​ຊັບສິນ​ອັນ​ມະຫາສານ​ນັ້ນ,ກໍ່​ໄດ້​ເສຍ​ຄ່າ​ຕອບ​ແທນ​ດ້ານ​ຊີວິດ​ອັນ​ໜັກ​ໜາ.​ໃນ​ຖານ​ເປັນ​ກຳມະກອນ​​ບໍ່​ແຮ່​ຜູ້​ໜຶ່ງ​ຂອງ​ແຂວງ​ຈຽງ​ຊູ່ ພາກ​ຕາ​ເວັນ​ອອກ​ຂອງ​ຈີນ,ທ່ານຕ້າຍ​ຊິງ​ວ້າງ​ໄດ້​ສະ​ແດງຄວາມ​ເປັນ​ຫ່ວງ​ນຳຜູ້​ຮ່ວມ​ງານ​​ເພາະ​ເກີດ​ອຸບັດ​ຕິເຫດ​ໃນບໍ່​ແຮ່​​ເລື້ອຍໆ.

"ບໍ່​ຖ່ານ​ຫີນ​ນ້ອຍ​ຈຳນວນ​ໜຶ່ງຂອງຈີນ​ເກີດ​ອຸບັດ​ຕິ​​ເຫດ​ອ່າວ​ຫລາຍ,ຂ້ອຍ​ກໍ່​ເປັນ​ຫ່ວງ​ວ່າ, ມື້​ນີ້​ລົງ​ບໍ່​​ໄປແລ້ວ​ຈະ​​ໄດ້ຂຶ້ນ​ມາ​ອີກ​ບໍ່."

 ກ່ຽວ​ກັບ​ມູນເຫດ​ທີ່ພາ​ໃຫ້​ບໍ່​ຖ່ານ​ຫີນ​ແລະ​ຄົມ​ມະນາ​ຄົມ​ເປັນຕົ້ນ​​ເກີດ​ອຸບັດ​ຕິ​ເຫດ​ຮ້າຍ​ແຮງ​ເລື້ອຍໆໃນ​ຫລາຍ​ປີ​ມາ​ນີ້,​ໃນ​ເວລາທ່ານ​ເວີ່ນ​ເຈຍ​ປາວ ອ່ານ​ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ເມື່ອ​ອາທິດ​ກ່ອນ, ທ່ານ​ໄດ້​ຊີ້ໃຫ້​ເຫັນບັນຫາ​ສຳຄັນໃນ​ດ້ານ​ຄວາມ​ປອດ​ໄພ​ຂອງການ​ຜະລິດ​.

"ມາດ​ຕະການ​ຄວາມ​ປອດ​ໄພບໍ່​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ແທ້​ຈິງ,ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນຕໍ​ດ້ານ​ຄວາມ​ປອດ​ໄພ​ຂອງ​ວິ​ສາ​ຫະກິດ​ບໍ່​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງ,ອຸປະກອນ​ຮັກສາຄວາມ​ປອດ​ໄພ​​ໃນ​ການ​ຜະລິດ​ຫລ້າຫລັງ;ຄວາມ​ຕ້ອງການ​ຖ່ານ​ຫີນ​ຫລາຍ​ເກີນ​ໄປ,ພາ​ໃຫ້ການ​ຜະລິດ​ແລະ​ການ​ຂົນ​ສົ່ງ​ເຄັ່ງ​ຕຶງ​ເກີນ​ໄປ;ວຽກ​ງານ​ພື້ນຖານ​ຂອງ​ວິ​ສາ​ຫະກິດ​ອ່ອນ​ບາງ,ການ​ຄຸ້ມ​ຄອງ​ໂຍະຍານ,ບາງ​ວິ​ສາ​ຫະກິດ​ດຳ​ເນີນ​ການ​ຜະລິດ​ລະ​ເມີດກົດໝາຍ​​ແລະກົດ​ລະບຽບ​ຢ່າງ​ໜັກໜ່ວງ. ນອກ​ນີ້,ຜູ້ນຳ​ແລະ​ພະນັກງານ​ຂອງ​ບາງທ້ອງ​ຖິ່ນມີ​ລະ​ເຫີຼງຫຼືປະລະໜ້າ​ທີ່​ຢ່າງ​ໜັກໜ່ວງ,ຈົນ​ກະ​ທັ້ງກິນ​ສິນ​ຈ້າງສໍ້​​ໂກງ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ."

ຕໍ່​ເລື່ອງ​ນີ້,ທ່ານ​ເວີ່ນ​ເຈຍ​ປາວ​ໄດ້​ສະ​ເໜີ​ວິທີ​ແກ້​ໄຂ 7 ຂໍ້,ຮຽກຮ້ອງ​ໃຫ້​ອົງການ​ປົກຄອງ​ທ້ອງ​ຖິ່ນ​ທຸກຂັ້ນ​ແລະ​ວິ​ສາ​ຫະກິດ​ຈັດຕັ້ງປະຕິບັດ​ລະບອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ດ້ານ​ການ​ຜະ​ລິດ​ຢ່າງ​ປອດ​ໄພ,ທ່ານ​ສົ່ງ​ເສີມ​ໃຫ້​ກຸ່ມ​ວິ​ສາ​ຫະກິດ​ຖ່ານ​ຫີນ​ຂະໜາດ​ໃຫຍ່​ລວມຕົວ​​ແລະ​ດັດ​ສ້າງບໍ່​ຖ່ານ​ຫີນຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ.ປີ​ນີ້,ລັດ​ຈະ​ເບີກ​ເງິນ 3 ຕື້​ຢວນສະໜັບສະໜູນ​ໂຄງການ​ທົດ​ລອງ​ແກ້​ຂອດ​ຍາກ​ດ້ານ​ວິທະຍາສາດ​ເຕັກນິກ​​ເພື່ອ​ປົວ​ແປງ​ແລະ​ນຳ​ໃຊ້​ແກັສ​ໂດຍ​ສັງ​ລວມ,​ແລະ​ຈະ​ກວດກາ​ຊຳລະ​ບັນຫາ​ປະລະ​ໜ້າ​ທີ່ ລະ​ເຫີຼງໜ້າ​ທີ່​ແລະ​ເສຍ​ທາດ​ຂາດ​ຄຸນ​ໃນ​ຂົງ​ເຂດ​ການ​ຜະລິດ​​ດ້ວຍ​ຄວາມປອດ​ໄພ​ຢ່າງ​ເຂັ້ມງວດ.

ທ່ານ​ຫລີ​ອີ້​ຈົ່ງ ຫົວໜ້າ​ກົມ​ໃຫຍ່​ຕິດຕາມ​ກວດກາ​ຄຸ້ມ​ຄອງ​ການ​ຜະລິດ​ຢ່າງ​ປອດ​ໄພ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ຕໍ່​ບັນຫາ​ລະບອບ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ອົງການ​ປົກຄອງ​ທຸກຂັ້ນ​ໄດ້​ມີ​ແຜນ​ແລະ​ຄວາມ​ຄິດ​ເບື້ອງ​ຕົ້ນ​ແລ້ວ.

"ຂໍ້​ສຳຄັນ​​ໜຶ່ງ​ກໍ​ແມ່ນ​ສ້າງ​​ແລະ​ບູລະນະລະບົບ​ກວດສອບຕົວ​ເລກ​ດັດຊະນີ​ຄວບ​ຄຸມ​ການ​ຜະລິດ​ດ້ວຍ​ຄວາມ​ປອດ​ໄພ, ​ປະຕິບັດທັດສະນະ​ຜົນງານ​ການ​ເມືອງ​ແລະຜົນ​ງານການ​ຜະລິດອັນ​ຖືກຕ້ອງ​​ໃນ​ການ​ຜະລິດ​ດ້ວຍຄວາມ​ປອດ​ໄພ. ອັດຕາ​ຕາຍ​ຍ້ອນ​ອຸບັດຕິ​ເຫດ​​ໃນ​ແຕ່​ລະ​ຫົວໜ່ວຍGDPຕ້ອງຫຼຸດລົງ 35% ພາຍ​ໃນ 5 ປີ, ​ໃນຜູ້ດຳ​ເນີນ​ງານ​ອຸດສາຫະກຳ​ການ​ຄ້າ​ແລະ​ບໍ່​ແຮ່ 1 ​ແສນ​ຄົນ​​ໃດ, ​ໃນ 5 ປີ​ຕ້ອງຫຼຸດລົງ 25%. ສອງ​ຕົວ​ເລກ​ດັ່ງ​ກ່າວ​ນີ້​ໄດ້​ຈັດ​ເຂົ້າ​ໃນ​ລະບົບ​ຕົວ​ເລກ​ດັດຊະນີ​ຂອງ​ເສດຖະກິດ​​ແຫ່ງ​ຊາດ​ແລະ​ການ​ພັດທະນາ​ສັງຄົມ.

ກຸ່ມ​ບໍ່​ຖ່ານ​ກົກຊ່ານ​ຊີ​ແມ່ນ​ບໍ່​ຖ່ານ​ຫິນສຳຄັນຂອງ​ລັດ​ທີ່​ມີ​ຂະໜາດ​ຂ້ອງ​ຂ້າງ​ໃຫຍ່, ​ແຕ່ລະ​ປີ​ໄດ້​ຜະລິດ​ຖ່ານ​ຫິນ 60 ລ້ານ​ໂຕນ​ຂຶ້ນ​ໄປ. ທ່ານ​ຕູ້​ຟູ​ຊີ​ນ ຜູ້ອຳນວຍການ​ໃຫຍ່​ບອກ​ນັກ​ຂ່າວ​ວ່າ, ​ໃນ​ເວລາ​ວາງ​ແຜນການ​ຜະລິດ​ທຸກ​ປີ, ພວກ​ເຂົາ​ເຈົ້າລ້ວນ​ແຕ່​​ໄດ້ເອົາ​ການຈັດວາງມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​​ໃນ​ການ​ຜະລິດ​ວາງໄວ້​ຢູ່​ໃນ​ຖານະ​ອັນ​ດັບ​ໜຶ່ງ.

"ປີນີ້​ໄດ້​ຈັດວາງ​ງົບປະມານ 1 ຕື້ 200 ລ້ານ​ຢວນ​​ເພື່ອໃຊ້​ເຂົ້າ​ໃນ​ການ​ຜະລິດ​ດ້ວຍ​ຄວາມ​ປອດ​ໄພ​ໂດຍ​ກົງ, ​ເຊິ່ງລວມທັງ​ການ​ບູລະນະ​ລະບົບ​ຄວາມ​ປອດ​ໄພ, ການ​ຈັດ​ຊື້ ປ່ຽນ​ໃໝ່​ແລະ​ສ້ອມ​ແປງ​ເຄື່ອງຕິດຕາມ​ຄວບ​ຄຸມຄວາມ​ປອດ​ໄພ, ​ແລະຍັງ​ມີ​ມາດ​ຕະການຮັບປະກັນ​ຄວາມ​ປອດ​ໄພ​ອື່ນໆ. ນອກ​ນີ້, ການ​ລົງທຶນຫຼາຍກວ່າ​ໝູ່​ກໍ​ແມ່ນ​ກົນ​ຈັກ​ແລະ​​ເຄື່ອງ​ປະກອບ, ດ້ານ​ໜຶ່ງ​ແມ່ນ​ເພື່ອ​ຍົກ​ປະສິດທິພາບ​ໃຫ້​ສູງ​ຂຶ້ນ, ​ແຕ່​ສຳຄັນ​ກວ່າ​ນັ້ນ​ແມ່ນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ."

ຍ້ອນວ່າ​ອຸບັດ​ຕິເຫດ​ຖ່ານ​ຫີນ​ສ່ວນຫຼາຍ​ເກີດ​ຂຶ້ນ​ໃນ​ບໍ່​ຖ່ານ​ຫີນ​ນ້ອຍທີ່​ບໍ່​ມີ​ຄວາມ​ສາມາດ​​ຜະລິດ​ດ້ວຍ​ຄວາມ​ປອດ​ໄພ​. ທ່ານ​ຕູ້​ຟູ​ຊີ​ນ​ເວົ້າວ່າ, ບົດ​ລາຍ​ງານວຽກ​ງານ​ຂອງ​ລັດຖະບານ​ໃນ​ປີ​ນີ້​ໄດ້​ກ່າວ​ເຖິງ​​ເລື່ອງ​ໃຫ້​ກຸ່ມ​ວິ​ສາ​ຫະກີດ​ຖ່ານ​ຫິນ​ຂະໜາດ​ໃຫຍ່​​ໂຮມ​​ເອົາ​ແລະ​ດັດ​​ສ້າງ​ບໍ່​ຖ່ານ​ຫີນ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​, ນີ້ແມ່ນ​ນະ​ໂຍບາຍກົກ​ຮາກ​ໃນ​ການ​ປົວ​ແປງ​​ແກ້​ໄຂບັນຫາ​ດັ່ງກ່າວ​ນີ້. ​ໃນ​ນາມ​ເປັນ​ຜູ້​ແທນສະພາ​ປະຊາຊົນ​ຜູ້​ໜຶ່ງ, ທ່ານ​ຫວັງ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ວາງ​ຂໍ້​ກຳນົດ​ລະອຽດ​ທີ່​ກ່ຽວຂ້ອງ​ໂດຍ​ໄວ, ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ໃນ​ແຫ່ງ​ຕ່າງໆນຳ​ໄປ​ປະຕິບັດ.

ທ່ານ​ຢາງ​ກັ່ງ​ອີ ຜູ້​ແທນ​ສະພາປະຊາຊົນ​ອີກ​ຜູ້​ໜຶ່ງ​​ໄດ້ສະ​ເໜີ​​ໃຫ້​ເພີ່ມ​ທະວີ​ການ​ອົບຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ຂະ​ແໜງ​ການ​ທີ່​ມີ​ຄວາມອັນຕະລາຍ​ຫຼາຍ, ຍົກ​ຄຸນ​ທາດ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ການ​ຮັກສາ​ຄວາມ​ປອດ​ໄພ​ໃຫ້​ສູງ​ຂຶ້ນ​ຈາກ​ດ້ານ​ກົກ​ຮາກ, ​ເພື່ອຫຼຸດ​ອຸບັດ​ເຫດ​ໃຫ້ໜ້ອຍ​ລົງ.
(ຈົບ)