ຕາມຂ່າວcri:ຜູ້ແທນສະພາປະຊາຊົນແຫ່ງຊາດຈີນທີ່ພວມເຂົ້າຮ່ວມກອງປະຊຸມສະໄໝສາມັນປະຈຳປີຂອງສະພາປະຊາຊົນແຫ່ງຊາດຈີນຢູ່ປັກກິ່ງເຫັນວ່າ,ລັດຄວນໃຊ້ມາດຕະການຕື່ມອີກ,ເພື່ອຮັບມືກັບສະຖານະການອັນຂ້ຽວຂາດແຫ່ງຄວາມປອດໄພໃນການຜະລິດໃນສະເພາະໜ້ານີ້.
ໃນສະເພາະໜ້ານີ້,ສະພາບຄວາມປອດໄພໃນການຜະລິດຂອງຈີນຍັງຂ້ຽວຂາດທີ່ສຸດຕໍ່ມາ.ປີກາຍນີ້,ທົ່ວປະເທດມີປະມານ1ແສນ3ໝື່ນຄົນເສຍຊີວິດຍ້ອນເກີດອຸປະຕິເຫດໃນການຜະລິດ.ຜູ້ແທນສະພາປະຊາຊົນແຫ່ງຊາດຈີນເຫັນວ່າ,ລັດຄວນໃຊ້ມາດຕະການໃຫ້ວິສາຫະກິດທີ່ກ່ຽວຂ້ອງຄືບໍ່ຖ່ານຫີນເປັນຕົ້ນເພີ່ມການລົງທຶນ,ຮັບປະກັນໃຫ້ການຜະລິດມີຄວາມປອດໄພ.ພ້ອມກັນນີ້,ຂະແໜງການທີ່ກ່ຽວຂ້ອງກໍຄວນເພີ່ມທະວີການອົບຮົມແລະໃຫ້ການສືກສາຕໍ່ຜູ້ປະກອບອາຊີບທີ່ອັນຕະລາຍ,ເພື່ອຫຼຸດອຸປະຕິເຫດໃຫ້ໜ້ອຍລົງ.
|