ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-12 22:38:06    
ທ່ານ​ອາ​ບາສ​ຮຽກ​ຮ້ອງ​ໃຫ້​ທ່ານ​ຮາ​ເນຍ​ສະ​ແດງ​ຫຼັກ​ໝັ້ນ​ອັນ​ຄັກ​ແນ່​ຕໍ່​ສັນ​ຍາ​ສັນ​ຕິ​ພາບ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິສ​ຣາ​ແອນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ11 ມີນາ,​ເຈົ້າ​ໜ້າ​ທີ່​ຂອງ​ປາ​ເລັສຕິນກ່າວ​ວ່າ,ທ່ານ​ອາບາສ ປະທານອົງການ​ອຳນາດ​ແຫ່ງຊາດ​ປາ​ເລັສຕິນ​ເຫັນ​ວ່າ​ຄຳ​ຕອບ​ຂອງ​ທ່ານ​ຮາ​​ເນຍ ນາຍົກລັດຖະມົນຕີ​ຜູ້ໃຫມ່​ຂອງ​ລັດຖະບານ​ປາ​ເລັສຕິນ​​ປົກຄອງຕົນ​ເອງ​ຜູ້ນຳ​ອົງການ​ຮາ​ມາສມີ​ທ່າ​ທີ​ຄຸມ​ເຄືອ​ເກີ​ນ​ໄປຕໍ່​ສານແຕ່ງ​ຕັ້ງນາຍົກລັດຖະມົນຕີ,ທ່ານ​ຮາ​ເນຍຄວນ​ມີຫ​ຫຼັກ​ໝັ້ນ​ອັນ​ແຈ່ມ​ແຈ້ງຕໍ່​ສັນຍາ​ສັນຕິພາບ​ລະຫວ່າງ​ປາ​ເລັສຕິ​ນກັບອິສຣາ​ແອນ​.

ເຈົ້າ​ໜ້າ​ທີ່​ປາ​ເລັສຕິນກ່າວ​ວ່າ,ທ່ານ​ອາ​ບາສຮຽກຮ້ອງໃຫ້ອົງການຮາ​ມາສ​ໃຫ້​ຄຳ​ໝັ້ນ​ສັນຍາ​​ໂຄລົບສັນຍາ​ສັນຕິພາບ​ທີ່​ອົງການ​ປົດ​ປ່ອຍ​ປາ​ເລັສຕິນເຊັນກັບ​ອິສຣາ​ແອນ​,​ແຕ່​ໃນຈົດໝາຍ​ຕອບ​ຂອງ​ທ່ານ​ຮາ​ເນຍ​ໃນ​ວັນ​ທີ10 ມີນາພັດ​ມີ​ທ່າ​ທີ​ມະ​ລຸ​ບມະ​ລວຍ,ສະ​ນັ້ນ​ທ່ານ​ອາ​ບາສຈຶ່ງ​ຮຽກຮ້ອງໃຫ້​ອົງການ​ຮາ​ມາສສະ​ແດງຫຼັກໝັ້ນ​ຢ່າງ​ຈະ​ແຈ້ງພາຍໃນ2ອາທິດ,​ແລະ​ເຫັນ​ດີ​ສືບ​ຕໍ່​ພົບ​ປະ​ຜູ້ນຳ​ຂອງ​ອົງການ​ຮາ​ມາສ.

ມື້​ດຽວກັນ,ທ່ານ​ຮາ​ເນຍກ່າ​ວວ່າ,ການ​ປືກສາຫາລື​ປ​ະ​ກອບ​ລັດຖະບານ​ມໍ່​ຈະ​ສິ້ນສຸດ​ລົງ​ແລ້ວ,​​ໃນ​ສະມາ​ຊິກ​ຄະນະ​ລັດຖະບານ​ທີ່​ຮ່າງ​ໄວ້ນັ້ນ,ລັດ​ຖະມົນຕີ​ສ່ວນ​ຫຼາຍ​ບໍ່​ຢູ່​ໃນ​ຄະນະ​ກຳມະການ​ນິຕິບັນຍັດ​ປາ​ເລັສຕິນ.