ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 11:12:49    
ກອງ​ປະຊຸມ​ຄັ້ງ​ທີ4​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ​10​​ປິດ​ປະ​ຊຸມ

cri
ຕາມ​ຂ່າວCRI, ວັນ​ທີ13​ມີນາ, ຢູ່​ທີ່​ປັກ​ກິ່ງ, ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເຊິ່ງ​ເປັນ​ອົງການ​​ປຶກສາ​ສູງ​ສຸດ​ສຳລັບຫຼາຍ​ພັກ​ຝ່າຍ​ປຶກສາ​ການ​ເມືອງ​ຂອງ​ຈີນ​ໄດ້​ສິ້ນ​ສຸດ​ກອງ​ປະຊຸມ​ປະຈຳ​ປີ​ທີ່​​ໄຂເປັນ​ເວລາ11​ມື້. ກອງ​ປະຊຸມ​​ໄດ້ສະ​ເໜີ​ວ່າ, ຕ້ອງ​ບາກ​ບັ່ນ​ສູ້​ຊົນ​ເພື່ອ​ບັນລຸເປົ້າ​ໝາຍ​ແຜນ​ພັດທະນາ​ເສດຖະກິດສັງຄົມ​ແຫ່ງ​ຊາດ​ຄື​ແຜນ​ພັດທະນາ5ປີ​ຄັ້ງ​ທີ11​ໃນ5​ປີ​ຂ້າງ​ໜ້າ.


ມະຕິ​ການ​ເມືອງ​ທີ່​ຜ່ານ​ຮັບຮອງ​ໃນ​ກອງ​ປະຊຸມ​ສະ​ເໜີ​ວ່າ, ຕ້ອງ​ພັດທະນາ​ກຳລັງ​​ຜະລິດ​ໃນ​ຊົນນະບົດ​ຕື່ມ​ອີກ, ຊຸກ​ຍູ້​ໃຫ້​ຊາວ​ກະສິກອນ​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ, ປົກ​ປ້ອງ​ສິດທິ​ປະຊາທິປະ​ໄຕ​ຂອງ​ຊາວ​ກະສິກອນ, ຊຸກ​ຍູ້​ການ​ສ້າງສາ​ຊົນນະບົດ​ແບບ​ໃໝ່​ເພື່ອ​ສ້າງ​ຄຸນ​ຄວາມ​ດີໃຫ້​ແກ່​ຊາວ​ກະ​ສິກ​ອນຫຼາຍ​ຮ້ອຍ​ລ້ານ​ຄົນ; ຕ້ອງ​ເພີ່ມ​ຄວາມ​ສາມາດ​ດ້ານ​ການ​ປະດິດ​ສ້າງ​​ໂດຍ​ຕົນ​ເອງ​ໃຫ້​ເຂັ້ມ​ແຂງ​ຂຶ້ນ; ​ເດັດດ່ຽວ​ຄັດຄ້ານ​ແລະ​ສະກັດ​ກັ້ນ​ອິດ​ທິກຳລັງ​​ແບ່ງ​​ແຍກໄຕ້​ຫວັນ​ໃຫ້​ເປັນ​ເອກະລາດ​ແລະ​ການ​ເຄື່ອນ​ໄຫວ​ຂອງ​ພວກເຂົາ, ​ປະກອບ​ກຳລັງ​ເພື່ອ​ຂະຫຍາຍ​ການ​ພົວພັນ​ສອງ​ຝັ່ງ​ຊ່ອງ​​ແຄບ​ແລະ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ຢ່າງ​ສົມບູນ.


1  2