ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 11:46:35    
ທ່ານ​ມຸດ​ຊາ​ກ່າວ​ປະ​ນາມ​ຖ້ອຍ​ຄວາມ​ຂອງ​ທ່ານ​ໂອນ​ເມິດ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ຊາຍ​ແດນ​​ລະ​ຫວ່າງ​ອິສ​ຣາ​ແອນ​ກັບ​ປາ​ເລັສ​ຕີນ

cri Author: min
ຕາມ​ຂ່າວCRI: ວັນ​ທີ 12 ມີນາ, ທ່ານ​ມຸດຊາ ​ເລຂາ​ທິການ​ໃຫຍ່​ສັນ​ນິ​ບາດ​ປະ​ເທດ​ອາ​ລັບ​ໄດ້​ອອກ​ປະກາດ​ຢູ່​ເລີ​ແກ, ກ່າວ​ປະນາມ​ຖ້ອຍ​ຄວາມ​ຂອງ​ທ່ານ​ໂອນ​ເມິດ ນາຍົກ​ລັດຖະ​ມົນຕີ​ພາງ​ຂອງ​ອິສຣາ​ແອນ​ກ່ຽວກັບ​ການ​ຂີດ​ແບ່ງ​ຊາຍແດນ​ຖາວອນ​ລະຫວ່າງ​ອິສຣາ​ແອນ​ກັບປາ​ເລັສຕີນ​ແຕ່​ຝ່າຍ​ດຽວ.

ທ່ານ​ມຸດຊາ​ເວົ້າ​ວ່າ, ທ່ານ​​ໂອນ​ເມິ​ດຈະ​ຂີດ​ແບ່ງ​ຊາຍ​ແດນ​ລະຫວ່າງ​ອິສຣາ​ແອນ​ກັບ​ປາ​ເລັສຕີນ​ຝ່າ​ຍດຽວ, ​ແມ່ນ​ເພື່ອ​ເຮັດ​ໃຫ້​ເລື່ອງ​ອິສຣາ​ແອນ​ຍຶດ​ຄອງ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຊອບ​ກົດໝາຍ. ທ່ານ​ມຸດຊາ​ເວົ້າ​ວ່າ, ການ​ກະ​ທຳ​ແບບ​ນີ້​ແມ່ນ​ອັນຕະລາຍ​ທີ່​ສຸດ, ບໍ່ອາດຈະ​ນຳ​ເອົາ​ແຜນ​ສັນ​ຕີ​ພາບ​ທີ່ "ກ້ຳ​ເກິ່ງ​ກັນ, ​​ແລະ​ທຸກ​ຝ່າຍ​ຮັບ​ເອົາ​ໄດ້" ​ມາ​ໃຫ້​ພາກ​ພື້ນ​ປາ​ເລັສ​ຕີນ​ອິສຣາ​ແອນ, ຫາກ​ມີ​ແຕ່​ຈະ​ເຮັດ​ໃຫ້​ສະຖາ​ນະ​ການ​ໃນ​ພາກ​ພື້ນ​ນີ້​ປັ່ນ​ປ່ວນຂຶ້ນ​ຕື່ມ​ອີກ.