ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 14:18:57    
ສະ​ຖາ​ນີ​ໂທ​ລະ​ທັດ​ສຶກ​ສາ​ຫຼວງ​ຂອງ​ໄທ​ສອນ​ພາ​ສາ​ຈີນ​ກາງ(ສຽງ)

cri Author: min


ທ່ານ​ຜູ້​ຟັງ​ທີ່​ໂຄລົບ, ຢູ່​ປະ​ເທດ​ໄທ​ມີ​ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ຫຼວງຫຼາຍ, ພວມ​ເປີດ​ຂະ​ບວນ​ຮຽນ​ພາສາ​ຈີນ​ກາງ​ຢ່າງ​ຟົດ​ຟື້ນ. ​ໃນ 20 ປີ​ມາ​ນີ້, ​ເຈົ້າ​ຍິງ​ສິລິ​ນ​ທອນ​ໄດ້ຮຽນ​ພາສາ​ຈີນ​ກາງ​ຢ່າງ​ບໍ່​ຮູ້​ອິດ​ຮູ້​ເມື່ອຍ, ສຶກສາ​ຄົ້ນຄວ້າ​ວັດທະ​ນະທຳ​ຈີນ, ​ແລ້ວ​ໄດ້​ເປັນ​ຕົວຢ່າງ​ຮຽນ​ພາສາ​ຈີນ​ກາງຂອງ​ປ​ະຊາ​ຊົນ​ໄທ, ກະຕຸກ​ຊຸກ​ຍູ້​ນຊາວ​ໜຸ່ມ​ໄທ​ອັນ​ໄພສານ​ຮຽນ​ພາສາ​ຈີນ​ກາງ​ຢ່າງ​ຂະຫຍັນ. ສ່ວນ​ລັດຖະບານ​ໄທ​ກໍ​ກຽມ​ເປີດ​ຫຼັກສູດ​ພາສາ​ຈີນ​ກາງ​ຢູ່​ໂຮງຮຽນ​ປະຖົມ​ແລະ​ໂຮງຮຽນ​ມັດທະຍົມ​ທົ່ວ​ປະ​ເທດ​ກ່ອນ​ປີ 2008, ຈົນ​ຮອດ​ສະຖານີ​ໂທລະທັດ​ສຶກສາ​ຫຼວງ​ຂອງ​ໄທ​ກໍ​ເມົາ​ນຳ​ການ​ສອນ​ພາສາ​ຈີນ​ກາງ. ຕໍ່​ໄປ, ພວກ​ເຮົາ​ກໍ​ຈະ​ແນະນຳ​ສະຖານີ​ໂທລະທັດ​ສຶກສາ​ຫຼວງ​ໄທ​ທີ່​ສອນ​ພາສາ​ຈີນ​ກາງ​ສູ່​ທ່ານ​ຟັງ:

ສະຖານີ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ວັງ​ໄກຼກັງວົນ​ຕັ້ງ​ຢູ່​ໂຮງຮຽນ​ວັງ​ໄກຼກັງວົນ​ຂອງ​ອຳ​ເພີ​ຫົວ​ກີ​ນຈັງຫວັດ​ປະຈວບ​ຄີ​ລິ​ຂັນ​ເຊິ່ງ​ເປັນ​ສະຖານ​ທີ່​ພັກຜ່ອນ​ແຄມ​ທະ​ເລ​ທີ່​ມີ​ຊື່ສ​ຽງຂອງ​ໄທ, ມັນ​ແມ່ນ​ໂທລະທັດ​ສຶກສາ​ຫຼວງ​ຂອງ​ໄທ​ອ້ອຍ​ຕ້ອຍ​ແຫ່ງ​ໜຶ່ງ. ສະຖານີ​ໂທ​ລະ​ທັດ​ນີ້​ເລີ່​ມສອນ​ພາສາ​ຈີນ​ກາງ, ​ເມື່ອ 8 ປີ​ກ່ອນ.

ປິ 1995, ​ເຈົ້າ​ຊີວິດ​ພູມິ​ພົນ​ອະດຸນ​ຍະ​ເດດ​ໄດ້​ນຳ​ໜ້າ​ບໍລິຈາກ​ເງິນ 50 ລ້ານ​ບາດ, ສະໜັບ​ສະໜູນ​ການ​ຕັ້ງ​ກອງ​ທຶນ​ການ​ສຶກສາ​ທາງ​ໄກ, ​ເພື່ອ​ສ້າງ​ສະຖານີ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ແລະ​ເລີ່​ມອອກ​ອາກາດ​ໃນ​ວັນ​ທີ 5 ທັນວາປີດຽວ​ກັນ. 10 ປີ​ໄດ້​ຜ່ານ​ໄປ​ແລ້ວ, ປະຈຸ​ບັນ, ສະຖານີ​ໂທລະທັດ​ນີ້​ໄດ້​ມີ 15 ຊ່ອງ​ກະຈາຍ​ລາຍການ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ຕະຫຼອດ 24 ຊົ່ວ​ໂມງ​ທຸກ​ມື້, ລວມທັງ​ຫຼັກສູດ​ແຕ່​ ປ.​ໜຶ່ງຫາມ.ຝ, ອະ​ຊີວະ​ສຶກສາ, ການ​ສຶກສາ​ມະຫາ​ວິທະ​ຍາ​ໄລ​ແລະ​ອື່ນໆ, ສະຖານີ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ໄດ້​ກວມ​ທົ່ວ​ປະ​ເທດ​ໄທ, ມຽມມາ, ລາວ, ຫວຽດນາມ, ກຳປູ​ເຈຍ, ​ແຂວງ​ຢຸນນານ​ຈີນ.

ທຳ​ອິດ, ຫຼັກສູດ​ສອນ​ພາສາ​ຕ່າງປະ​ເທດ​ຂອງ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ວັງ​ໄກຼກັງວົນ​ມີ​ແຕ່​ພາສາ​ອັງກິດ,​ ຝຼັ່ງ, ຍີ່​ປຸ່ນ, ​ເຢຍລະ​ມັນ. ຫຼັງຈາກ​ນັ້ນ, ບໍ່​ຮອດ 2 ປີ, ທ່ານ​ປະທານ​ກອງ​ທຶນ​ສຶກສາ​ທາງ​ໄກ​ກໍ່​ເລີ່​ມກຽມ​ຈັດ​ຫຼັກສູດ​ພາສາ​ຈີນ​ກາງ. ​ເດືອນ​ພະຈິກ​ປີ 1997, ທ່ານ​ໄດ້​ເຊີນ​ອາຈານ​ລູອ້າຍ​ຊານ ຫົວໜ້າ​ພະ​ແນກ​ພາສາ​ຈີນກາງ​ຂອງ​ສະຖາ​ບັນ​ການ​ຄ້າອາ​ສຳ​ຊັນ​ມາ​ເປັນ​ຫົວໜ້າ​ພະ​ແນ​ກພາສາ​ຈີນ​ຂອງ​ໂທ​ລະ​ທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ວັງ​ໄກຼ​ກັງວົນ, ​ຮັບ​ຜິດຊອບ​ວຽກ​ງານ​ການ​ສຶກສາ​ພາສາ​ຈີນ​ກາງ. ​ເດືອນ​ມິຖຸນາ​ປີ 1998, ລາຍການ​ສຶກສາ​ພາສາ​ຈີນ​ກາງ​ໄດ້​ອອກ​ອາກາດ​ຢູ່​ສະຖານີ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ວັງ​ໄກຼ​ກັງວົນ, ​ເຊິ່ງ​ເປັນ​ສະຖານີ​ໂທລະທັດ​ສອນ​ພາສາ​ຈີນ​ກາງ​​ແຫ່ງ​ທຳ​ອິດ​ຢູ່​ໄທ.

ທ່ານ​ນາງ​ອາຈານ​ລູອ້າຍ​ຊານ ກໍ່​ແມ່ນ​ຜູ້​ຈັດ​ລາຍການ​ໂທລະທັດ​ສອນ​ພາສາ​ຈີນ​ກາງ​ຢູ່​ໄທ​ຜູ້​ທຳ​ອິດ. ທ່ານ​ນາງ​ອາຈານ​ແມ່ນ​ຊາວ​ຈີນ​ຮຸ້ນ​ທີ​ສອງ​, ​ເພິ່ນ​ໄດ້​ຮຽນ​ພາສາ​ຈີນ​ກາງ​ພາຍ​ໃຕ້​ສະຕິ​ການ​ສຶກສາ​ດັ້ງ​ເດີມ​ຂອງ​ຊາວ​ຈີນ​ແລະ​ການ​ລະດົມ​ຂອງ​ພໍ່​ແມ່, ຈົນ​ກະທັ້ງ​ຮອດ​ອາຍຸ 50 ກວ່າ​ປີ​ຍັງ​ຮຽນ​ພາສາ​ຈີນ​ກາງ​ຢູ່​ປັກ​ກິ່ງ, ກາຍ​ເປັນ​ຜູ້​ເຂົ້າ​ຮ່ວມ​ແລະ​ຊຸກ​ຍູ້​ການ​ສອນ​ພາສາ​ຈີນ​ກາງ​ຢູ່​ສະ​ຖາ​ບັນ​ການ​ຄ້າ​ອາ​ສຳ​ຊັນແລ້ວ, ​ໃນ​ເວລາ​ຫວ່າງ, ​ເພິ່ນ​ຍັງ​ຍຶດໝັ້ນ​ຂັບ​ລົດ​ໄປ​ສະຖານີ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ວັງ​ໄກຼ​ກັງວົນ​ອັດ​ລາຍການ​ສອນ​ພາສາ​ຈີນ​ກາງ​ບໍ່​ຂາດ​ທຸກ​ອາທິດ.

​ໃນ​ເວລາ​ນັກ​ຂ່າວ​ຈີນ​ໄປ​ເອົາ​ຂ່າວ​ຢູ່​ສະຖານີ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ວັງ​ໄກຼ​ກັງວົນ, ພໍດີ​ມື້​ນັ້ນ​ບໍ່​ມີ​ຫຼັກສູດ​ສອນ​ພາສາ​ຈີນ​ກາງ, ຈຶ່ງ​ບໍ່​ໄດ້​ໄປ​ຫ້ອງ​ຮຽນ​ເບິ່ງ​ການ​ສອນ​ພາສາ​ຈີນ​ກາງ​ກັບ​ຫູ​ກັບ​ຕາ. ​ແຕ່​ວ່າ, ຜູ້​ອາສາ​ສະໝັກ​ສອນ​ພາສາ​ຈີນ​ກາງ​ທີ່​ມາ​ຈາກ​ຈີນ​ຜູ້​ໜຶ່ງ, ​ໄດ້​ເວົ້າ​ຄວາມ​ຮູ້ສຶກ​ຕໍ່​ການ​ສອນ​ພາສາ​ຈີນ​ກາງ​ຢູ່​ໂທລະທັດ​ໃຫ້​ນັກ​ຂ່າວ​ຟັງ.

ນາງ​ຊ້າ​ວ​ເລີ້​ເລີ້ ອາຍຸ 22 ປີ​ແມ່ນ​ຄູ​ສອນຢູ່​ພະ​ແນ​ກພາສາ​ຈີນ​ຂອງ​ສະຖານີ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ວັງ​ໄກຼກັງວົນ​ໃນ​ປ​ະຈຸ​ບັນ. ​ເມື່ອລາວ​ໄດ້​ສຳ​ເລັດ​ການ​ຮຽນ​ຢູ່​ມະຫາ​ວິທະຍາ​ໄລ​ພາສາ​ປັກ​ກິ່ງ​ໃນ​ເດືອນ​ສິງຫາ​ປີ​ກາຍ​ນີ້​ແລ້ວ,​ກໍ​ຖືກ​ສົ່ງ​ໄປ​ສອນ​ພາສາ​ຈີນ​ກາງ​ຢູ່​ໄທໃນ​ນາມ​ເປັນ​ຜູ້​ອາສາ​ສະໝັກ​ສອນ​ພາສາ​ຈີນ​ກາງ. ລາວ​ເວົ້າ​ວ່າ, ​ໄທ​ເປັນປະ​ເທດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ສຶກສາ​ຫຼາຍ,​ ສະຖານີ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ແມ່ນ​ຕັ້ງ​ຂຶ້ນ​ຕາມ​ພະ​ລາຊະ​ດຳລິ​ຂອງ​ເຈົ້າ​ຊີວິດ​ໄທ, ມີ​ຈຸດປະສົງ​ຢາກ​ເຮັດ​ໃຫ້​ການ​ສຶກສາ​ກາຍ​ເປັນ​ຊັບພະ​ຍາກອນ​ມວນ​ຊົນ​ອັນ​ກວ້າງຂວາງ​ໂດຍ​ຜ່ານ​ພາຫະນະ​ວິທະຍາ​ສາດ​ເຕັກນິກ​ທັນ​ສະ​ໄໝ.

"ລາຍການ​ວັດທະ​ນະທຳ​ພາສາ​ຈີນ​ກາງ​ຂອງ​ໂທລະທັດ​ສຶກສາ​ກ່ອນ​ອອກ​ອາກາດ​ແຕ່​ປີ 1998, ​ໂດຍ​ມີ​ອາຈານ​ລູອ້າຍ​ຊານ​ເປັນ​ຜູ້​ຈັດ​ຈົນ​ມາ​ຮອດ​ປະຈຸ​ບັນ, ​ແຕ່​ລະອາ​ທິດ​ຊົ່ວ​ໂມງ​ໜຶ່ງ. ປີ 2001, ຫຼັກສູດ​ສອນ​ພາສາ​ຈີນ​ກາງ​ທີ່​ຖືກ​ຈັດ​ເຂົ້າ​ເປັນ​ຫຼັກສູດ​ທາງ​ການ, ຄິດ​ໄລ່​ຄະ​ແນນ​ການ​ຮຽນ, ​ແຕ່​ລະ​ຊັ້ນ​ຮຽນ​ອາທິດ​ລະ 5 ຊົ່ວ​ໂມງ. ປະຈຸ​ບັນ, ພະ​ແນກ​ພາສາ​ຈີນ​ກໍ່​ມີ​ອາຈານ 5 ຄົນ​ແລ້ວ." ນາງ​ຊ້າ​ວ​ເລີ້​ເລີ້​ເວົ້າ​ວ່າ, ​ເດັກນ້ອຍ​ໄທ​ເປັນ​ໜ້າ​ຮັກຫຼາຍ, ມັກ​ຮຽນ​ພາສາ​ຈີນ​ກາງ. ນີ້​ເຮັດ​ໃຫ້​ລາວ​ເຕັມ​ໄປ​ດ້ວຍ​ຄວາມ​ຈູບ​ຈ້າ​ວຕໍ່​ການ​ສອນ​ພາສາ​ຈີນ​ກາງ​ຢູ່​ໄທ, ​ແລະ​ສະໝັກ​ແກ່ຍາວ​ເວລາ​ໄປ​ຮອດ​ເດືອນ​ເມສາ​ປີໜ້າ.

​ເລີ່ມ​ແຕ່ 8 ປີ​ກ່ອນ, ຈົນ​ມາ​ຮອດ​ປະຈຸ​ບັນ, ການ​ສຶກສາ​ພາສາ​ຈີນ​ກາງຂອງ​ໂທລະທັດ​ສຶກສາ​ທາງ​ໄກ​ຜ່ານ​ດາວ​ທຽມ​ວັງ​ໄກຼກັງວົນ​ໄດ້​ມີ​ຂະໜາດ​ໃຫຍ່​ສົມຄວນ​ແລ້ວ, ​ເພື່ອ​ສອດຄ່ອງ​ກັບ​ກະ​ແສ​ຮຽນ​ພາສາ​ຈີນ​ກາງ​ໃນ​ທົ່ວ​ໂລກ​ແລະ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ການ​ພັດທະນາ​ການ​ສຶກສາ​ພາສາ​ຈີນ​ກາງ. ກອງ​ທຶນ​ສຶກສາ​ທາງ​ໄກຫຼວງ​ໄດ້​ຮຽບຮຽງ 《ຫຼັກສູດ​ການ​ສອນ​ພາສາ​ຈີນ​ກາງ》 6 ​ເຫຼັ້ມຊຸດ​ໜຶ່ງ​ເປັນ​ແບບຮຽນ​ພາສາ​ຈີນ​ກາງ​ແລະ​ດ້ວຍ​ສາລະພັດ​ສື່​ທີ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ໄທ, ​ແລະ​ເລີ່​ມສອນ​ຢູ່​ໂທລະທັດ​ສຶກສາ​ຫຼວງ​ແຕ່​ເດືອນ​ພຶດສະພາ​ປີ 2001 ​ເປັນ​ຕົ້ນ​ໄປ. ຄຽງ​ຄູ່​ກັບ​ການ​ຖ່າຍ​ທອດ​ສົດ​ຂອງ​ໂທລະທັດ​ສຶກສາ​ຫຼວງ, ລາຍການ​ສອນ​ພາສາ​ຈີນ​ກາງ​ໄດ້​ເຂົ້າ​ສູ່​ນັກຮຽນ​ຫຼາຍ​ລ້ານ​ຄົນ​ຂອງ​ໂຮງຮຽນ​ປະຖົມ​ເກືອບ 7 ພັນ​ແຫ່ງ​ແລະ​ໂຮງຮຽນ​ມັດທະຍົມ 3 ພັນ​ແຫ່ງ​ທົ່ວ​ປະ​ເທດ​ໄທ.