ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 17:51:42    
ມຽນ​ມາ​ປະ​ກົດ​ເຫັນ​ເຊື້ອ​ໄຂ້​ຫວັດ​ສັດ​ປີກ​ເທື່ອ​ທຳ​ອິດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ມີນາ, ສຳນັກງານ​ອົງການ​ຟາ​ວສະຫະ​ປະຊາ​ຊາດ​ປະຈຳ​ມຽນ​ມາ​ໄດ້​ຢືນຢັນ​ວ່າ, ກາງຄືນ​ວັນ​ທີ 12 ມີນາ, ​ຝ່າຍ​ທາງ​ການ​ມຽນມາ​ໄດ້​ແຈ້ງ​ຕໍ່​ສຳນັກງານ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​ວ່າ, ຢູ່ມຽນມາ​ໄດ້​ກວດ​ພົບ​ເຊື້ອ​ພະຍາດ​ທີ່​ສົງ​ໄສ​ເປັນ​​ໄຂ້ຫວັດ​ສັດ​ປີກ​ຈາກ​ໄກ່​ຕາຍ, ​ແລະ​ສົ່ງ​ໄປ​ໃຫ້​ກວດ​ຕື່ມ​ອີກຢູ່ສູນ​ກວດ​ສາກົນ​. ນີ້​ແມ່ນ​ມຽນມາ​ປະກົດ​ເຫັນ​ເຊື້ອ​ພະ​ຍາດ​ທີ່​ສົງ​ໄສ​ເປັນ​​​ໄຂ້ຫວັດ​ສັດ​ປິກ​ລາຍ​ທຳ​ອິດ.

ອົງການ​ຟາ​ວກ່າວ​ວ່າ, ວັນ​ທີ 8 ມີນາ ຢູ່​ເຂດ​ມານ​ດາ​ໄລ ທາງ​ພາກ​ເໜືອ​ມຽນມາ​ໄດ້​ພົບ​ເຫັນ​ໄກ່​ຕາຍ​ປະມານ 400 ​ໂຕ, ຝ່າຍ​ທີ່​ກ່ຽວຂ້ອງ​ກວດ​ແລະ​ເຮັດ​ວຽກ​ປ້ອງ​ກັນ​ພະຍາດ​​ໃນ​ທັນ​ທີ.