|
 |
(GMT+08:00)
2006-03-13 19:02:33
|
 |
ບົດບັນທຶກປະຈຳວັນກ່ຽວກັບກອງປະຊຸມສອງສະພາໃນວັນທີ 13 ມີນາ
cri
Author: da
ໃນເວລາເອົາຂ່າວກອງປະຊຸມສອງສະພາຫຼາຍມື້ມານີ້,ທ່ານນາງກັ່ນອິ່ງຈື່ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນທີ່ມາຈາກບ້ານມາຫຼິງເມືອງເຫີງເຂດກວາງຊີເຜົ່າຈ້ວງປົກຄອງຕົນເອງໄດ້ສ້າງພາບປະທັບໃຈອັນເລິກເຊິ່ງໃຫ້ນັກຂ່າວ

ໃນເວລາພົບກັບທ່ານນາງກັ່ນອິ່ງຈື່ເທື່ອທຳອິດ,ເພິ່ນພວມເບິ່ງໂທລະພາບກ່ຽວກັບຂ່າວກອງປະຊຸມສອງສະພາໃນຫ້ອງນອນ.ເພິ່ນມີຜົມສັ້ນ ນຸ່ງເຄື່ອງທຳມະດາແຕ່ຮຽບຮ້ອຍ ມີນິດໄສກົງໄປກົງມາທີ່ເປັນຈຸດພິເສດຂອງຊາວກະສິກອນ,ອາຍຸຂອງເພິ່ນພຽງ 30 ກວ່າປີ,ເຮັດໃຫ້ນັກຂ່າວຮູ້ສຶກວ່າ ເອົາຖານະເປັນເຈົ້າຕາແສງມາຫຼິງເມືອງເຫີງພົວພັນກັບເພິ່ນຍາກຫຼາຍ.
ກ່ອນເປັນຫົວໜ້າຕາແສງ,ທ່ານນາງກັ່ນອິ່ງຈື່ເປັນຄູຢູ່ໂຮງຮຽນປະຖົມຊົນນະບົດສອງປີ,ເມື່ອດຳລົງຕຳແໜ່ງຢູ່ອົງການປົກຄອງຕາແສງມາຫຼິງແລ້ວ,ເພິ່ນຮັບຜິດຊອກວຽກງານການສຶກສາ.
ໃນເວລາເປີດສົກຮຽນໃໝ່ທຸກປີ,ທ່ານກັ່ນອິ່ງຈື່ກໍຕ້ອງໄປກວດວຽກຢູ່ໂຮງຮຽນ,ສຳຫຼວດເດັກນ້ອຍໄດ້ເຂົ້າຮຽນແລ້ວບໍ່.ເວົ້າສຳລັບເພິ່ນແລ້ວ,ເລື່ອງເປັນຫ່ວງເປັນໃຍທີ່ສຸດກໍ່ແມ່ນ,ເດັກນ້ອຍຢູ່ບ້ານເກີດເມືອງນອນເຊົາຮຽນຍ້ອນບໍ່ມີຄ່າສຶກສາ.ເພິ່ນເວົ້າວ່າ,ບ້ານເພິ່ນຢູ່ເຂດພູດອຍ,ຊັບພະຍາກອນຂ້ອນຂ້າງໜ້ອຍ,ທຸກຍາກຫຼາຍ.ແຕ່ກ່ອນ ຍ້ອນບັນຫາຄ່າສຶກສາ,ເກືອບທຸກສົກປີຕ້ອງມີນັກຮຽນ 20 ກວ່າຄົນເຊົາຮຽນ.ແຕ່ລະປີ,ໂຮງຮຽນຕາແສງຕ້ອງໄປປຸກລະດົມເດັກນ້ອຍເຂົ້າຮຽນຢູ່ທຸກຄອບຄົວ,ແຕ່ສຸດທ້າຍ ຍັງມີຫຼາຍຄົນຈ່າຍຄ່າສຶກສາແລະຄ່າສໍຄ່າປຶ້ມບໍ່ຄົບ.
ໃນກອງປະຊຸມສອງສະພາຄັ້ງນີ້,ທ່ານນາຍົກລັດຖະມົນຕີໄດ້ປະກາດໃນບົດລາຍງານວຽກງານລັດຖະບານວ່າ,ໃນສອງປີຂ້າງໜ້ານີ້,ແຕ່ປີນີ້ເປັນຕົ້ນໄປໜ້າ,ຈະຍົກເວັ້ນຄ່າສຶກສາທັງໝົດຂອງນັກຮຽນຊົນນະບົດໃນການສຶກສາພາກບັງຄັບ,ປີນີ້ ຈະປະຕິບັດກ່ອນໃນພາກຕາເວັນຕົກ.ການຕົກລົງດັ່ງກ່າວທີ່ມີຄວາມໝາຍຫຼັກໝາຍທາງໃນປະຫວັດການພັດທະນາການສຶກສາຂອງຈີນ,ໄດ້ເຊີດຊູກຳລັງໃຈຂອງທ່ານນາງກັ່ນອິ່ງຈື່ທີ່ສຸດ.ເພິ່ນວ່າ,ໃນເວລາທ່ານນາຍົກລັດຖະມົນຕີອ່ານຕອນດັ່ງກ່າວ,ເພິ່ນຕົບມືແຮງຈົນແດງຂຶ້ນ,ເພາະວ່າ ພວກເດັກນ້ອຍຈະເຂົ້າຮຽນໄດ້ແລ້ວ.
ພົບທ່ານນາງກັ່ນອິ່ງຈື່ເທື່ອທີສາມແມ່ນຢູ່ຫ້ອງອາຫານໂຮງແຮມທີ່ຜູ້ແທນສະພາຢູ່ນັ້ນ.ເພິ່ນບອກນັກຂ່າວວ່າ,ມື້ວານນີ້ ເພິ່ນໄດ້ໂທລະສັບໄປຫາຫົວໜ້າໂຮງຮຽນມັດທະຍົມມາຫຼິງ,ຫົວໜ່າໂຮງຮຽນເວົ້າວ່າສະພາບການເດັກນ້ອຍເຂົ້າຮຽນໃນປະຈຸບັນດີຫຼາຍ,ພຽງແຕ່ 5 ຄົນບໍ່ໄດ້ເຂົ້າຮຽນ,ໂຮງຮຽນພວມເຮັດວຽກລະດົມຢູ່.
ເມື່ອລາຈາກທ່ານນາງກັ່ນອິ່ງຈື່ແລ້ວ,ນັກຂ່າວກໍປາດຖະໜາໃນໃຈແລະເຊື່ອວ່າ,ເມື່ອເວລາຜ່ານພົ້ນໄປບໍ່ດົນ,ພວກເດັກນ້ອຍເຫຼົ່ານີ້ຈະໄດ້ກັບໂຮງຮຽນຮ່ຳຮຽນອີກ.
|
|
|