ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 19:08:46    
ອາ​ເມ​ລິ​ກາຕັ້ງຫ້ອງການ​ເຕັກ​ນິກ​ສິ່ງ​ແວດ​ລ້ອມ​ແລະ​ພະ​ລັງ​ງານ​ຢູ່​ຈີນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 13 ມີນາ, ອາ​ເມ​ລິ​ກາ​ໄດ້​ຕັ້ງຫ້ອງການເຕັກ​ນິກ​ສິ່ງ​ແວດ​ລ້ອມ​ແລະ​ພະລັງງານ​ຢູ່​ທີ່​ປັກ​ກິ່ງ​ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ອາ​ເມ​ລິ​ກາ​ຕັ້ງ​ຫ້ອງ​ການ​ເຕັກນິກ​​ສິ່ງ​ແວດ​ລ້ອມ​ແລະພະລັງງານ​ຢູ່​ຕ່າງປະ​ເທດ​ເປັນຄັ້ງທຳ​ອິດ.

ຫ້ອງການ​ດັ່ງກ່າວ​ແມ່ນ​ກະຊວງ​ການ​ຄ້າ​​ແລະ​ມະຫາວິທະຍາ​ໄລ​ມີ​ໂຊຣີອາ​ເມ​ລິ​ກາ​ຮ່ວມ​ມື​ກັນຕັ້ງຂຶ້ນ. ຕາມ​ແນະນຳ​ວ່າ, ຫ້ອງການ​ດັ່ງກ່າວ​ຈະ​ຮ່ວມ​ມື​ກັບ​ວິ​ສາ​ຫະກິດ​ຂະ​ໜາດ​ໃຫຍ່​ຂອງ​ອາ​ເມ​ລິ​ກາຈຳນວນໜຶ່ງ​​ຢ່າງ​​ແໜ້ນ​ແຟ້ນ, ​ແນະນຳ​​ເຕັກນິກ​ສິ່ງ​ແວດ​ລ້ອມ​ແລະ​ພະລັງງານ​ທີ່​ກ້າວ​ໜ້າກວ່າ​ໝູ່​ຂອງ​ອາ​ເມ​ລິ​ກາ​ໃຫ້​ຈີນ, ຕົວຢ່າງ​ຄື ການ​ຊຳລະ​ນ້ຳ​ໂສ​​ໂຄກ​​ຕົວ​ເມືອງ ການ​ຊຳລະ​ເຄື່ອງ​ເສດ​ທາດ​​ແຂງ0 ການ​ປາບ​ເຊື້ອ​ພະຍາດ​ແລະ​ສິ່ງ​ກໍ່ສ້າງ​​ສີຂຽວ​ເປັນຕົ້ນ; ພ້ອມ​ກັນນັ້ນ ຍັງ​ຈະ​ສະໜອງ​ຂໍ້​ມູນ​ຂ່າວສານ​ດ້ານ​ການ​ສຶກສາ​ແລະ​ການ​ໂອນ​ເຕັກນິກ​ເປັນຕົ້ນ.