ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-13 20:35:47    
ປະພັນ​ຂຽນ​ງາມ​ຂອງ​ຫວາງ​ຊີ່​ຈື່​ກັບ​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຢູ່​ຈີນ

cri Author: lm

ຕາມ​ໜັງສືພິມ​ຊິນ​ເຫ​ວິນ​ອູ​ປ້າວ: ວັນ​ທີ 12 ມີນາ, ງານ​ວາງສະ​ແດງ​ປະພັນ​ຂຽນ​ງາມ​ລ້ຳ​ເລີດ​ຈີນ​ຍິ່ປຸ່ນ​ໄດ້​ຈັດ​ຂຶ້ນຢູ່​ຫໍ​ພິພິດທະພັນ​ຊຽງ​ໄຮ້, ປະພັນ​ຂຽນ​ງາມ "ຊ້າງ​ລ້ວນ​ເທ່" ຂອງ​ຫວາງ​ຊີ່​ຈື່ ນັກ​ຂຽນ​ງາມ​ຂອງ​ຈີນ​ເປັນ​ຈຸດ​ຮຸ່ງ​ກວ່າ​ໝູ່​ໃນ​ງານ​ວາງສະ​ແດງ, ນີ້​ແມ່ນ​ປະພັນ​ຂຽນ​ງາມ "ຊ້າງ​ລ້ວນ​ເທ່" ກັບ​ມາວາງສະ​ແດງຢູ່​ຈີນ​ເປັນຄັ້ງທຳ​ອິດ​​ໃນ 1300 ປີມາ​ນີ້.

ຫວາງ​ຊີ່​ຈື່​ແມ່ນ​ນັກ​ຂຽນ​ງາມ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ຂອງ​ຈີນໃນ​ສະຕະວັດ​ທີ 4 ​ເຊິ່ງ​​ແມ່ນ​ລາ​ຊະ​ວົງ​ຈິ້ນ​​. ປະພັນ​ຂຽນ​ງາມ "ຊ້າງ​ລ້ວນ​ເທ່" ​ແມ່ນ​ຈົດໝາຍ​ກ້າມ​ໜຶ່ງຂອງ​ເພິ່ນ​ທີ່​ຂຽນ​ໃຫ້​ເພື່ອນ, ພາຍ​ຫຼັງມາ​ໄດ້​ໄຫຼ​ໄປຍີ່ປຸ່ນ​ໃນ​ລາຊະວົງ​ຖາງ​ສະຕະວັດ​ທີ 8.

ຕາມ​ແນະ​ນຳ​ວ່າ, ປະພັນ​ຂຽນ​ງາມ​ບູຮານ​ຂອງ​ຈີນທີ່​ໄຫຼ​ໄປ​ຕ່າງປະ​ເທດ ​​ຍີ່ປຸ່ນ​ໄດ້​ເກັບ​ຮັກ​ສາ​ໄວ້​ຫຼາຍກວ່າ​ໝູ່.