ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-14 11:31:33    
ທ່ານ​ເວີນ​ເຈ່ຍ​ປາວ​ກ່າວ​ວ່າ ຈີນ​ຈະ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຢ່າງ​ຫມັ້ນ​ຫນຽວ​ບໍ່​ປ່ຽນ​ແປງ

cri Author: sayvanny
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ກອງ​ປະຊຸມ​ປະ​ຈຳ​ປີ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ​ໄດ້​ອັດ​ລົງ​ໃນຕ​ອນ​ເຊົ້າ​ວັນ​ທີ 14 ມີນາ. ​ໃນ​ງານ​ໃຫ້​ສຳ​ພາດ​ຕໍ່​ນັກຂ່າວຈີນ​ແລະ​ຕ່າງປະ​ເທດ​ຫລັງ​ກອງ​ປະຊຸມ, ທ່ານ​ເວີນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ເວົ້າວ່າ, ຈີນ​ຈະ​ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ຫມັ້ນ​ຫນຽວ​ບໍ່​ປ່ຽນ​ແປງ.

ທ່ານ​ເວີນ​ເຈ່ຍ​ປາວ​ເວົ້າວ່າ, ຜົນງານ​ຂອງ​ການ​ພັດທະນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຈີນ​ພຽງ​ແຕ່​ແມ່ນ​ບາດ​ກ້າວ​ທຳ​ອິດ​​ໃນ​ຂະ​ບວນວິວັດ​ຫັນ​ເປັນ​ທັນ​ສະ​ໄຫມ, ​ໄລຍະ​ທາງຕໍ່​ໄປ​ພາຍ​ຫນ້າ​ຍັງ​ຈະ​ຍາວ​​ໄກ​ແລະ​ລຳບາກ​ກວ່າ​ເກົ່າ. ຈີນ​ຈະ​ຊຸກ​ຍູ້​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ຢ່າງ​ຫມັ້ນ​ຫນຽວ​ບໍ່ປ່ຽນ​ແປງ, ກຽມ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຂອງ​ຄວາມ​ຫຍຸ້ງຍາກ​ແລະ​ການ​ສ່ຽງຕ່າງໆ​ນາໆ.ທ່ານ​ເວີນ​ເຈ່ຍ​ປາວ​ຍັງ​ກ່າວ​ວ່າ, ​ເຖິງ​ວ່າ​ໃນ​ການ​ກ້າວ​ເດີນ​ຍັງ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ,​ແຕ່​ຈະ​ຢຸດ​ຢັ້ງບໍ່​ໄດ້,ຖອຍ​ຄືນ​ຫລັງ​ຍິ່ງ​ບໍ່​ມີ​ທາງ​ອອກ.