ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-14 14:11:59    
ທ່າ​ນ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ​ສ້າງ​ຊົນ​ນະ​ບົດ​​​ແບບ​ໃໝ່​ແມ່ນ​ໃຫ້​ຊາວ​ກະ​ສິ​ກອນ​ຮັ່ງ​ມີ

cri
ຕາມ​ຂ່າວCRI, ​ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ພາຍຫຼັງ​ກອງ​ປະຊຸມ​ຄັ້ງ​ທີ4​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ10​ໄດ້​ປິດ​ປະຊຸມ​ໃນ​ວັນ​ທີ14​ມີນາ, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ຈີນ​​ວາງ​ເປົ້າ​ໝາຍ​ສ້າງສາ​ຊົນນະບົດ​​ໃໝ່​ສັງຄົມ​ນິຍົມ​ແມ່ນ​ເພື່ອ​ພັດທະນາ​​ກະສິກຳ, ປັບປຸງ​ເງື່ອນ​ໄຂ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ​ໃຫ້​ດີ​ຂຶ້ນ.

ທ່ານ​ເວີ່ນ​ເຈຍ​ປາວ​ກ່າວ​ວ່າ, ການ​ສ້າງສາ​ຊົນນະບົດ​ໃໝ່​ສັງຄົມ​ນິຍົມ​ແມ່ນ​ເອົາ​ກະສິກຳ​ແລະ​ວຽກ​ງານ​ຊົນນະບົດ​ໄວ້​ຢູ່​​ໃນຖານະ​ພົ້ນ​​ເດັ່ນ​ກວ່າ​ເກົ່າ​ໃນ​ພາກສ່ວນ​ທັງ​ໝົດ​ຂອງ​ການສ້າງສາ​ທັນ​ສະ​ໄໝ​ຂອງ​ຈີນ. ຜ່ານ​ຈາກ​ການ​ເອົາ​ອຸດສາຫະກຳ​ຫຼໍ່ລ້ຽງກະສິກຳ​​ຕົວ​ເມືອງ​ສະໜັບສະໜູນ​ຊົນນະ​ບົດ, ຊຸກ​ຍູ້​ຊົນນະບົດ​ເຫຼືອ​ຢູ່​ເຫຼືອ​ກິນແລະ​ກະສິກຳ​ເປັນ​ແບບ​ທັນ​ສະ​ໄໝ, ​ສ້າງການ​ພັດທະນາ​ເສດຖະກິດຂອງ​ຈີນບົນ​ພື້ນຖານ​ທີ່​ໝັ້ນ​ແກ່ນ​ກວ່າ​ເກົ່າ.

ທ່ານກ່າວ​ເນັ້ນ​ວ່າ, ​ໃນ​ຂະ​ບວນການ​ສ້າງສາ​ຊົນນະບົດ​ໃໝ່​ສັງຄົມ​ນິຍົມ​ນັ້ນ, ຕ້ອງ​ຮັບປະກັນສິດທິ​ປະຊາທິປະ​ໄຕ​ຂອງ​ຊາວ​ກະສິກອນ, ​ແລະ​ໃຫ້​ຊາວ​ກະສິກອນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ແທ້ຈິງ.