ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-14 14:59:28    
ກອງ​ປະ​ຊຸມ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 4​ສະ​ໄໝ​ທີ 10 ປິດ​ປະ​ຊຸມ

cri Author: min

ຕາມ​ຂ່າວCRI: ​ ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ອົງການ​ອຳນາດ​ລັດສູງ​ສຸດຂອງ​​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ເປັນ​ເວລາ 10 ມື້​ໄດ້​ອັດ​ລົງ ໃນ​ຕອນ​ເຊົ້າ​ວັນ​ທີ 14 ມີນາ. ກ່ອນ​ປິດ​ປະຊຸມ, ກອງ​ປະຊຸມ​ໃຫຍ່​ໄດ້​​ລົງ​ມະຕິ, ອະນຸມັດ​ໂຄງ​ຮ່າງ​ແຜນ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ແຫ່ງ​ຊາດ​ໃນ​ 5 ປີ​ຂ້າງ​ໜ້າ​ແລະ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ລັດຖະບານ​ທີ່​ຜູ້​ແທນ​ສະພາ​ປະຊາຊົນ ໄດ້​ສຳຫຼວດ​ພິຈາ​ລະນາ​ແລະ​ດັດ​ແກ້​ແລ້ວ​.

ໂຄງຮ່າງ​ແຜນ​ພັດທະນາ​ຊີ້​ອອກ​ວ່າ, ຈຸດ​ໝາຍ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ໃນ 5 ປີ​ຂ້າງ​ໜ້າ​ແມ່ນ 7.5% ສະເລ່ຍ​ຕໍ່​ປີ. ​ແຜນ​ພັດທະນາ​ຍັງ​ໄດ້​ກຳນົດ​ເປົ້າ​ໝາຍຫຼຸດ​ການ​ສິ້ນ​ເປືອງ​ພະລັງງານ​ແລະ​ຫຼຸດ​ບໍລິ​ມາດ​ສິ່ງ​ເສື່ອມພິດ​ຕົ້ນຕໍທີ່​ລະບາຍ​ອອກ. ຕາມ​ການຈັດ​ວາງ, ​ໃນ 5 ປີ​ຂ້າງ​ໜ້າ, ການສ້າງ​ຊົນນະບົດ​ແບບ​ໃໝ່, ຂ້ຽວ​ເລັ່ງ​ຊຸກ​ຍູ້​ການ​ສັບຊ້ອນ​ອົງ​ປະກອບ​ເສດຖະກິດ​ແລະ​ຫັນປ່ຽນ​ຮູບ​ການ​ເຕີບ​ໂຕ, ຊຸກ​ຍູ້​ການ​ພັດທະນາ​ຂອງ​ເຂດ​ແຄ້ວນ​ໃກ້​ກົມ​ກຽວ​ກັນ, ອອກ​ແຮງ​ເພີ່ມ​ຄວາມ​ສາມາດ​ປະດິດ​ສ້າງ​ໃໝ່​ຂອງ​ຕົນ​ເອງ​ແລະ​ອື່ນໆ, ຈະ​ກາຍ​ເປັນ​ຈຸດ​ໜັກ​ຍຸດ​ທະ​ສາດ​ແລະ​ໜ້າ​ທີ່​ຕົ້ນຕໍ​ຂອງ​ຈີນ.

ບົດ​ລາຍ​ງານ​ວຽກ​ງານ​ລັດຖະບານ​ທີ່​ກອງ​ປະຊຸມ​ອະນຸມັດ​ຊີ້​ອອກ​ວ່າ, ລັດຖະ ບານ​ຈີນ​ຈະ​ຫັນ​ຈຸດ​ໜັກ​ການ​ລົງທຶນ​ສ້າງສາ​ພື້ນຖານ​ໂຄງ​ລ່າງ​ໄປ​ສູ່​ຊົນນະບົດ, ແລະ​ປະຕິບັດ​ການ​ສຶກສາ​ພາກ​ບັງຄັບ​ທີ່​ຍົກ​ເລີກ​ຄ່າ​ຮຽນ​ຄ່າ​ໃສ່​ສາລະ​ພັດ​ໃນ​ຊົນນະບົດ​ທົ່ວ​ປະ​ເທດ​. ບົດ​ລາຍ​ງານ​ໄດ້​ກຳນົດ​ຈຸດໝາຍ​ເຕີບ​ໂຕ​ຂອງ​ເສດຖະກິດ​ຈີນ​ປີ​ນີ້​ໃຫ້​ຢູ່​ລະຫວ່າງ 8%.