ຕາມຂ່າວCRI: ວັນທີ 14 ມີນາໃນງານໃຫ້ສຳພາດຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ, ທ່ານເວີນເຈ່ຍປາວ ນາຍົກລັດຖະມົນຕີຈີນກ່າວວ່າ, ປັດຈຸບັນການຂະຫຍາຍການພົວພັນລະຫວ່າງຈີນກັບຍີ່ປຸ່ນໄດ້ປະສົບຄວາມຫຍຸ້ງຍາກຫຼວງຫຼາຍ, ນີ້ແມ່ນຝ່າຍຈີນບໍ່ຢາກໄດ້ເຫັນ. ແຕ່ສາຍເຫດທີ່ພາໃຫ້ເກີດສະພາບການດັ່ງກາວບໍ່ຢູ່ນຳຈີນ, ກໍບໍ່ຢູ່ນຳປະຊາຊົນຍີ່ປຸ່ນ, ຫາກຢູ່ນຳຜູ່ນຳຍີ່ປຸ່ນ.
ໃນເວລາຕອບຄຳຖາມຂອງນັກຂ່າວຍີ່ປຸ່ນ, ທ່ານເວີນເຈ່ຍປາວກ່າວວ່າ, ຖ້າຫາກບັນຫາຜູ່ນຳຍີ່ປຸ່ນນະມັດສະການວັດຢາຊູຄູນີບໍ່ໄດ້ຮັບການແກ້ໄຂ, ການພົວພັນລະຫວ່າງຈີນກັບຍີ່ປຸ່ນກໍຂະຫຍາຍຢ່າງສະດວກນັ້ນຍາກ.
|