
ຕາມຂ່າວCRI: ວັນທີ 14 ມີນາ, ໃນງານໃຫ້ສຳພາດຂ່າວທີ່ຈັດຂຶ້ນຫຼັງຈາກອັດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີ 4 ສະໄໝທີ 10, ທ່ານເວິນເຈຍປາວ ນາຍົກລັດຖະມົນຕີຈີນກ່າວວ່າ, ຈີນຕ້ອງປະຕິບັດລະບອບຮັກສາດິນປູກຝັງທີ່ເຂັ້ມງວດ, ຕ້ອງໃຊ້ແທນເທົ່າທີ່ຄວນໃຫ້ຊາວກະສິກອນທີ່ຖືກເກນໃຊ້ດິນປູກຝັງ, ລົງໂທດຢ່າງເຂັ້ມງວດຕໍ່ການກະທຳລະເມີດກົດໝາຍທີ່ຂືນເກນໃຊ້ດິນປູກຝັງຂອງຊາວກະສິກອນຢ່າງທົ່ວທີບຕາມກົດໝາຍ.
ທ່ານເວິນເຈຍປາວກ່າວວ່າ, ແກນກາງຂອງບັນຫາຊາວກະສິກອນຈີນແມ່ນບັນຫາທີ່ດິນ. ທີ່ດິນແມ່ນເປັນຂອງສ່ວນລວມ, ແຕ່ສິດຜະລິດແລະສິດທຸລະກິດແມ່ນເປັນຂອງຊາວກະສິກອນ, ນີ້ແມ່ນຈຸດພິເສດແລະກໍ່ແມ່ນທ່າແຮງຂອງຊົນນະບົດຈີນ.
ທ່ານກ່າວວ່າ, ສິດທຸລະກິດທີ່ດິນຂອງຊາວກະສິກອນຈີນຈະບໍ່ປ່ຽນແປງໃນໄລຍະຍາວນານ.
|