ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-14 17:55:07    
ທ່ານ​ເວິນ​ເຈຍ​ປາວ​ກ່າວ​ວ່າ ຈີນ​ຈະ​ຄວບ​ຄຸມ​ຫຸ້ນ​ຂອງ​ທະ​ນາ​ຄານ​ການ​ຄ້າ​ແຫ່ງ​ລັດ​ຢ່າງ​ເດັດ​ຖານ

cri Author: lm

ຕາມ​ຂ່າວCRI: ໃນ​ງານ​​ໃຫ້​ສຳພາດ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນວັນ​ທີ 14 ມີນາ, ທ່ານ​ເວິນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ​ໃນ​ຂະ​ບວນການ​ປະຕິ​ຮູບ​ທະນາຄານ​ການ​ຄ້າ​ແຫ່ງ​ລັດ, ຈີນ​ຈະ​ຍຶດໝັ້ນ​ໃຫ້​ລັດຄວບ​ຄຸມຫຸ້ນຢ່າງ​ເດັດ​ຖານ, ​ເພື່ອ​ຮັບປະກັນ​ໃຫ້​ລັດ​ມີ​ສິດຄວບ​ຄຸມສາຍ​ຊີ​ວິດ​ເສດຖະກິດ, ປ້ອງ​ກັນ​ຄວາມ​ສ່ຽງ​ຂອງທະນາຄານ, ​ແລະ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຕະ​ຫຼອດ​ຂະ​ບວນການປະຕິ​ຮູບ, ປ້ອງ​ກັນ​ບໍ່​ໃຫ້​ຊັບ​ສິນ​ແຫ່ງ​ລັດ​ຫົ່ວ​ໄຫຼ.

ທ່ານ​ເວິນ​ເຈຍ​ປາວ​ແມ່ນ​ກ່າວ​ຄວາມ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວຂ້ອງ​ຂອງ​ນັກ​ຂ່າວ​ອາ​ເມ​ລິ​ກາ. ທ່ານ​ຍັງ​ກ່າວ​ເນັ້ນວ່າ, ຈຸດປະສົງ​ຂອງ​ການປະຕິ​ຮູບ​ລະບອບ​ຫຸ້ນ​ສ່ວນ​ຂອງ​ທະນາຄານ​ການ​ຄ້າ​ແຫ່ງ​ລັດ ​ແມ່ນ​ເພື່ອ​ຮ່ຳຮຽນ​ແລະ​ຖອດ​ຖອນ​ເອົາ​ບົດຮຽນ​ການ​ຄຸ້ມ​ຄອງ​ທີ່ກ້າວໜ້າ. ​ແລ້ວ​ຍົກ​ລະດັບ​ຄຸ້ມ​ຄອງ​ແລະ​ປະສິດທິຜົນ​ທຸລະ​ກິດ​ຂອງ​ທະນາຄານ​ການ​ຄ້າ​ແຫ່ງ​ລັດ​ໃຫ້​ສູງ​ຂຶ້ນ.