ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-14 18:05:18    
ບໍ່​ຄວນ​ກິນ​ໄຂ່​ໄກ່​ດິບ

cri

ໄຂ່ໄກ່ແມ່ນອາຫານທີ່ມີທາດບຳລຸງຫຼາຍ,ໃນໄຂ່ໄກ່ມີໂປຼຕິນຫຼາຍແລະຄຸນນະພາບກໍດີ.
ໄຂ່ໄກ່ບໍ່ວ່າເອົາໄປຈືນ ຂົ້ວ ຕົ້ມຫຼືໜຶ້ງກໍລະລາຍງ່າຍແລະຮ່າງກາຍກໍຮັບເອົາງ່າຍ.ໄຂ່
ໄກ່ແມ່ນອາຫານບຳລຸງຮ່າງກາຍ,ໂດຍສະເພາະເໝາະສຳລັບຜູ້ເຖົ້າແລະເດັກນ້ອຍຜູ້
ອ່ອນໂຊ.

ແຕ່ມີບາງຄົນມັກກິນໄຂ່ດິບ,ນຶກວ່າກິນແບບນັ້ນຍ່ິງມີທາດບຳລຸງກວ່າ.ທີ່ຈິງແລ້ວມັນບໍ່
ແມ່ນແນວນັ້ນ,ເພາະວ່າໃນໄຂ່ຂາວດິບມີໂປຼຕິນແນວໜຶ່ງຈະເຮັດໃຫ້ກະເພາະລຳໄສ້ຮັບ
ເອົາທາດບີໂອຕິນບໍ່ໄດ້,ແລ້ວພາໃຫ້ຮ່າງກາຍຂາດເຂີນທາດບີໂອຕິນ,ແລ້ວຈະພາໃຫ້
ຜົມຫຼົ່ນຫຼືບ່ອນໃດບ່ອນໜຶ່ງໃນຮ່າງກາຍອັກເສບ.

ຖັດມາ,ກິນໄຂ່ດິບກໍບໍ່ຍ່ອຍງ່າຍ,ເພາະວ່າໃນໄຂ່ໄກ່ມີວັດຖຸຢ່າງໜຶ່ງບໍ່ລະລາຍງ່າຍ,ກິນ
ໄຂ່ສຸກ,ຮ່າງກາຍຈຶ່ງຮັບເອົາໂປຼຕິນໃນໄຂ່ໄດ້ທັງໝົດ.