ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-14 18:13:19    
ຂ່າວ​ກ່ຽວ​ກັບ​ຈີນ​ກັບ​ອາ​ຊຽນສອງ​ຂ່າວ​

cri Author: lm
ຂ່າວ​ກ່ຽວ​ກັບ​ຈີນ​ກັບ​ອາ​ຊຽນສອງ​ຂ່າວ​:
1.ຄະນະ​ຜູ່​ແທນ​ອົງການ​ປົກຄອງ​ເຂດ​ກວາງຊີ​ຢ້ຽມຢາມ​ສີ່​ປະ​ເທດອາ​ຊຽນ​ເພື່ອ​ເຜີຍ​ແຜ່​ງານ​ເອັກ​ສ​ໂປ​ຈີນ​ອາ​ຊຽນຄັ້ງທີ​ສາມ​
ວັນ​ທີ 28 ມີນາ ທ່ານ​ລູ້ປິນ ປະທານອົງການ​ປົກຄອງ​ເຂດ​ກວາງຊີ​ເຜົ່າ​ຈວ້າງປົກຄອງ​ຕົນ​ເອງຈີນ​ນຳພາ​ຄະນະ​ຜູ່​ແທນ​ອົງການ​ປົກຄອງ​ເຂດ​ກວາງຊີ​ໄປ​ຢ້ຽມຢາມ​ຟິລິບ​ປິນ ບຼູ​ໄນ ສິງກະ​ໂປ​ແລະ​ມຽນມາ,​ເພື່ອ​​ໂຄສະ​ນະ​ເຜີຍ​ແຜ່​ງານ​ເອັກສ​ໂປ​ຈີນ​ອາຊຽນຄັ້ງທີ​ສາມ.
​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ນານ​ນິງ, ທ່ານ​ລູ້​ປິນ​ເວົ້າວ່າ, ​ໃນ​ໄລຍະ​ຢ້ຽມຢາມ,ທ່ານ​ຈະ​ພົບ​ປະ​ກັບ​ຜູ່​ນຳ​ຂອງ​ສີ່​ປະ​ເທດ​ດັ່ງກ່າວ,​ແລະ​ຈະ​ເຊື້​ອນ​ເຊີນນັກທຸລະກິດຂອງ​ຫລາຍ​ປະ​ເທດ​ເຂົ້າຮ່ວມ​ງານ​ເອັກສ​ໂປ​ຈີນ​ອາຊຽນຄັ້ງ ທີ​ສາມ. ຄະນະ​ຜູ່​ແທນ​ກວາງຊີ​ຍັງ​ຈະ​ສົນທະນາ​ກັບ​ນັກທຸລະກິດ​ທີ່​ຜູ່​ສຳຄັນ​ຂອງ​ສີ່​ປະ​ເທດ​ດັ່ງກ່າວ, ຂໍ​ຄວາມ​ເຫັນ​ນຳ​ນັກທຸລະກິດ​ທີ່​ຮ່ວມ​ງານ, ​ເຮັດ​ແນວ​ໃດ​ຈະສ້າງ​ງານ​ເອັກສ​ໂປ​ໃຫ້​ດີ,​ໂດຍ​ສະ​ເພາະ​ແມ່ນ​ເຮັດ​ແນວ​ໃດຈໍ່​ຕົວ​ຂຶ້ນ​ເປັນ​ກົນ​ໄກ,ຊຸກ​ຍູ້​ງານ​ເອັກສ​ໂປ​ນີ້​ພັດທະນາ​ຢ່າງ​ດີງາມ​ເປັນ​ເວລາ​ຍາວ​ນານ, ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ສີສັນພິ​ເສດ​ທີ່​ຈີນ​ກັບ​ສິບ​ປະ​ເທດ​ອາ​ຊຽນພ້ອມ​ກັນ​ຈັດ​ງານ​ວາງສະ​ແດງ.
ຕາມ​ເຜີຍ​ໃຫ້​ຮູ້​ວ່າ, ງານ​ເອັກສ​ໂປ​ຈີນ​ອາ​ຊຽນຄັ້ງທີ​ສາມ​ແລະ​ກອງ​ປະ ຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ຈີນ​ອາ​ຊຽນຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນາ​ນນິງ ​ເທດສະບານ​ເຂດ​ກວາງຊີ​ໃນ​ຫົກ​ເດືອນ​ທ້າຍ​ປີ​ນີ້,ການ​ເຄື່ນ​ອ​ໄຫວ​ລະ​ລຶກຈີນ​ກັບ​ອາ​ຊຽນສ້າງ​ການ​ພົວພັນ​ຄູ່​ຂາ​ສົນທະນາ​ຄົບຮອບ 15 ປີ​ກໍ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ນາ​ນນິງ​ໃນ​ໄລຍະ​ດຽວກັນ, ປັດຈຸ​ບັນ, ​​ເຂດ​ກວາງຊີ​ກຳລັງ​ທຳ​ການ​ກະກຽມ​ເພື່ອ​ກາ​ນ​ເຄື່ອນ​ໄຫວ​ດັ່ງກ່າວ.
ທ່ານລູ້​ປິນ​ແນະນຳ​ວ່າ,  ​ແຕ່​ວັນ​ທີ 30 ມີນາ​ຮອດ​ວັນ​ທີ 2 ​ເມສາ,ຄະນະ​ຜູ່​ແທນ​ເຂດ​ກວາງຊີ​ຈະ​ຈັດ​ງານສະ​ແດງ​ແລະ​ຂາຍ​ສິນຄ້າ​ຢູ່​ເມືອງ​ມາ​ນີລາ​ແຫ່ງ​ຟິລິບ​ປິນ,​ແຕ່​ວັນ​ທີ 7 ຫາ​ວັນ​ທີ 9 ​ເມສາ, ງານ​ວາງສະ​ແດງ​ແລະ​ຂາຍ​ສິນຄ້າ​ດັ່ງກ່າວ​ຈະ​ຍ້າຍ​ໄປ​ຈັດ​ຢູ່​ສິງກະ​ໂປ.​ໃນ​ເວລາ​ນັ້ນ, ຄະນະ​ສິນລະປະ​ກອນ​ລິວ​ຊານ​ເຈ​ຂອງ​ເຂດ​ກວາງຊີ​ກໍ່​ຈະ​ຈັດ​ງານ​ສະ​ແດງ​ສິນລະປະກຳຢູ່​ສອງ​ແຫ່ງ​ດັ່ງກ່າວ ​ເພື່ອ​ສະ​ແດງ​​ໃຫ້​ເຫັນ​ຮີດຄອງ​ປະ​ເພນີ​ຊົນ​ເຜົ່ນອັນ​​ເຂັ້ມຂຸ້ນ​ຂອງ​ກວາງຊີ.
ສິນຄ້າ​ທີ່ຈະວາງສະ​ແດງ​ໃນ​ງານ​ວາງສະ​ແດງ​ແລະ​ຂາຍ​ສິນຄ້າ​ນັ້ນມີ​ເຄື່ອງດິນ​ເຜົາ ອາຫານ​ກະປ໋ອງ ​ກົນ​ຈັກ​ກະ​ເສດ ​ກົນ​ຈັກ​ກິດຈະການ ລົດຍົນ ​ເຈ້ຍ ​ວັດ​ສະດຸ​ກໍ່ສ້າງ​ແລະຜະລິດ​ຕະພັນອຸດສາຫະກຳເຄມີ ​ເປັນຕົ້ນ, ​ເຊິ່ງ​ເປັນ​ຜະລິດ​ຕະພັນ​ດັ້ງ​ເດີມ​ຂອງ​ເຂດ​ກວາງຊີ, ພ້ອມ​ກັນນັ້ນ ກໍ່​ຈະ​ວາງສະ​ແດງ​ຜະລິດ​ຕະພັນ​ໄຮ​ເທັກຄື ຢຸກຢາຊະນິດ​ໃຫມ່​ແລະ​ຂໍ້​ມູນ​ຂ່າວສານ​ເອ​ເລັກ​ໂຕຼນິກ​ເປັນຕົ້ນ.

2.ລາຍການ​ໂທລະພາບ​ຂະຫນາດ​ໃຫຍ່​ກ່ຽວ​ກັບ​ແມ່ນ້ຳລ້ານ​ຊ້າງ​ແມ່ນ້ຳຂອງ​ສາຍ​​ເລີ່​ມຖ່າຍ​ຢູ່​ເຂດ​ກວາງຊີ​ຂອງ​ຈີນ
ລາຍ​ການໂທລະພາບ​ຂະຫນາດ​ໃຫຍ່ 20 ຕອນ​ທີ່​ມີ​ຫົວ​ເລື່ອງ​ວ່າ: ​ແມ່ນ້ຳລ້ານ​ຊ້າງ ​ແມ່ນ້ຳຂອງ ​ເຊິ່ງສະ​ແດງສະພາບ​ຮອບດ້ານ​ຂອງ​ຈີນ ​ໄທ ຫວຽດນາມ ມຽນມາ ລາວ ກຳປູ​ເຈຍ​ແລະ​ເຂດ​ກວາງຊີ ​ແຂວງ​ຢຸນນານ​ຂອງ​ຈີນ​ນັ້ນຈະຖ່າຍ​ຢູ່​ເມືອງ​ກຸ້ຍ​ລິນ ​ເມືອງ​ລາຍ​ປິນ ​ເມືອງ​ຊົງ​ໂຈ​ ​ເມືອງ​ທ່າ​ຟາງ​ເຊິ​ງ ​ເມືອງ​ຊິນ​ໂຈ​ວ​ແລະ​ເມືອງ​ໄປ​ຫາຍ​ຂອງ​ເຂດ​ກວາງຊີ​ໃນ​ໄວໆ​ນີ້.
ລາຍການ​ດັ່ງກ່າວ​ແມ່ນ​ສະຖານີ​ໂທລະພາບ​ສູນ​ກາງ​ຈີນ​ເປັນ​ຜູ່​ລົງທຶນ​​ຫມົດ.ການ​ໄປ​ຖ່າຍ​ລາຍການ​ເລື່ອງ​ແມ່ນ້ຳລ້ານ​ຊ້າງ ​ແມ່ນ້ຳຂອງ​ຢູ່​ເຂດ​ກວາງຊີ​ຈະ​ແມ່ນ​ສະຖານີ​ໂທລະພາບ​ສູນ​ກາງ​ຈີນຖ່າຍ​ເຂດ​ກວາງຊີ​ດ້ວຍ​ເຕັກນິກ​ແຈ້ງ​ສຸດ​ເປັນ​ຄັ້ງທຳ​ອິດ.
ຕາມ​ຊາບ​ວ່າ, ​ເມືອງ​ກຸ້ຍ​ລິນ​ແມ່ນ​ຕົວ​ເມືອງ​ຕົ້ນຕໍ​ໃນ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ,ຈະ​​ໃຊ້​ຍົນ​ເຮ​ລິ​ກົບ​ຖ່າຍ​ແມ່ນ້ຳລີ​ຈ່ຽງ,ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ສະ​ແດງ​ພາບ​ວິວທິວ​ທັດ​ອັນ​ສວຍ​ງາມ​ທີ່​ຖ່າຍ​ທາງ​ອາກາດ​ຕໍ່​ຄົນ​ທັງຫລາຍ.ລາຍການ​ພາບ​ພົດ.ລິວ​ຊານ​ເຈຂອງ​ເມືອງ​ກຸ້ຍ​ລິນ​ແລະ​ຖະ​ຫນົນ​ຊີ​ເຈ​ຂອງ​​ເມືອງຢາງ​ໂຊ​ລ້ວນ​ແຕ່​ແມ່ນ​ເນື້ອ​ໃນ​ຂອງ​ລາຍການ​ແມ່ນ້ຳລ້ານ​ຊາງ ​ແມ່ນ້ຳຂອງ.
ນອກ​ນັ້ນ, ວັດທະນະທຳ​ຜານ​ກູ​ເມືອງ​ລາຍ​ປິນ ຮູບ​ແຕ້ມ​ຜາ​ພູ​ຫວາ​ຊານ​ນິງມິ​ງຂອງ​ເມືອງ​ຊົງ​ໂຈ ດ່ານ​ມິດຕະພາບ​ເມືອງ​ຜິງຊຽງ ນຳຕົກຕາ​ດ​ເຕີ​ຕຽນ​ຕ້າ​ຊິນ ​ເຊິ່ງ​ເປັນນ້ຳຕົກຕາ​ດຂາມ​ຊາດໃຫຍ່​ທີ​ສອງ​ໃນ​ໂລກ ການກໍ່ ສ້າງ​ທ່າ​ກຳ​ປັ່ນ​ຂອງ​ເມືອງ​ຟາງ​ເຊິ​ງ​ແລະ​ເມືອງ​ຊິງ​ໂຈ​ວ ຫາດ​ຊາຍ​ອິນ​ຖານ​ແລະ​ເກາະ​ເວີຍ​ໂຈ​ວທີ່​ສວຍ​ງາມ​ຂອງ​ເມືອງ​ໄປ​ຫາຍ,ລ້ວນ​ແຕ່​ແມ່ນ​ຈຸດ​ຫນັກຂອງ​ການ​ຖ່າຍລາຍການ​ແມ່ນ້ຳລ້ານ​ຊ້າງ​ແມ່ນ້ຳຂອງ.
ທ່ານ​ຈ່າງ​​ໂອ ຫົວຫນ້າ​ຜະລິດ​ລາຍການ​ແມ່ນ້ຳລ້ານ​ຊ້າງ​ແມ່ນ້ຳຂອງ​ຂອງ​ສະຖານີ​ໂທລະພາບ​ສູນ​ກາງ​ຈີນ​ເຜີຍ​ໃຫ້​ນັກ​ຂ່າວ​ຮູ້​ວ່າ, ພາຍຫລັງ​ຖ່າຍ​ລາຍການ​ນີ້​ສຳ​ເລັດ​ແລ້ວ, ຈະ​ອອກ​ອາກາດ​​ໃນ​ເວລາ​ທອງຄຳ​ຂອງສະຖານີ​ໂທ ລະພາບ​ສູນ​ກາງ​ຈີນ​ຊ່ອງ​ຫນຶ່ງ​ແລະ​ຊ່ອງ​ສາກົນ,​ໂທລະພາບ​ແຫ່ງ​ຊາດ​ຂອງ​ໄທ ຫວຽດນາມ ມຽນມາ​ ​ລາວ ​ແລະ​ກຳປູ​ເຈຍ​ກໍ່​ຈະ​​ອອກອາກາດ​ໃນ​ໄລຍະ​ດຽວ.