ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-14 18:24:06    
ທ່ານ​ເວິນ​ເຈຍ​ປາວ​ກ່າວ​ວ່າ ທະ​ແນມ​ແຕ່​ພັກ​ໝິນ​ຈິ້ນ​ຕັງ​ໄຕ້​ຫວັນ​ປະ​ລະ​ໂຄງ​ການ "​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ" ​ແຜ່ນ​ດິນ​ໃຫຍ່​ຍິນ​ດີ​ຕິດ​ຕໍ່​ພົວ​ພັນ​​ແລະ​ຫາ​ລື​ກັບ​ເຂົາ

cri Author: lm

ຕາມ​ຂ່າວ​CRI: ວັນ​ທີ 14 ມີນາ​ຢູ່​ທີ່ປັກ​ກິ່ງ, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ, ທ່ານ​ເວິນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ, ທະ​ແນມ​ແຕ່​ຍຶດ​ໝັ້ນ​ຫຼັກ​ການ​ຈີນ​ດຽວ, ທະ​ແນມ​ແຕ່​ພັກ​ໝິນຈິ້ນ​ຕັງໄຕ້​ຫວັນ​ປະລະ​ໂຄງການ "​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ", ​ຝ່າຍ​ແຜ່ນດິນ​ໃຫຍ່​ຍິນ​ດີ​​ໃຫ້​ຄຳ​ຕອບ​ໂດຍ​ທາງ​ບວກ, ຕິດ​ຕໍ່​ພົວ​ພັນ​ແລະ​ປຶກສາ​ຫາລື​ກັບ​ເຂົາ.

ຂະນະ​ດຽວ​ກັນ ທ່ານ​ເວິນ​ເຈຍ​ປາວ​ຊີ້​ອອກ​ວ່າ, ​ບົນພື້ນຖານຫຼັກການ​ຈີນ​ດຽວ, ສອງ​ຝັ່ງ​ຈັດການ​ປຶກສາ​ຫາລື​ແລະ​ເຈລະຈາ​ກັນ​ແມ່ນ​ສະ​ເໝີ​ພາບ, ບໍ່​ມີ​ບັນຫາ​ຜູ່ໃດ​ກືນ​ກິນ​ຜູ່​ໃດ.

​ແຕ່​ທ່ານ​ເວິນ​ເຈຍ​ປາວ​​ກ່າວ​ເນັ້ນວ່າ, ຝ່າຍ​ແຜ່ນດິນ​ໃຫຍ່​ພວມຕິດຕາມຢ່າງ​ໃກ້​ຊິດ​ນຳ​ສະພາບ​ການທີ່​ເຈົ້າໜ້າ​ທີ່​ໄຕ້​ຫວັນຂ້ຽວ​ເລັ່ງດຳ​ເນີນ​ການ​ເຄື່ອນ​ໄຫວ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອກະລາດ, ​ໄດ້ທຳ​ການ​ກະກຽມ​ເປັນ​ຢ່າງ​ດີ​ເພື່ອ​ຮັບ​ມື​ກັບ​ຜົນຮ້າຍ​ຢ້ອນ​ຫຼັງທຸກ​ອັນທີ່​ອາດ​ຈະ​ເກີດ​ຂຶ້ນ.