ຕາມຂ່າວcri:ວັນທີ14 ມີນາ,ໃນງາມໃຫ້ສຳພາດຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ,ທ່ານເວິ່ນເຈ່ຍປາວກ່າວວ່າ,ຈີນໄດ້ເປັນປະເທດຮັບຜິດຊອບໃນປະຊາຄົມໂລກແລ້ວ.
ທ່ານເວິ່ນເຈ່ຍປາວໄດ້ຍົກໃຫ້ເຫັນການປະພຶດ10ອັນທີ່ຈີນໄດ້ເປັນປະເທດຮັບຜິດຊອບແລ້ວ.ທ່ານຊີ້ອອກວ່າ,ການພັດທະນາແລະຄວາມສະຖຽງລະພາບຂອງຈີນໄດ້ປະກອບສ່ວນອັນສຳຄັນຕໍ່ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຂອງໂລກ;ຈີນຊອກໄດ້ເສັ້ນທາງພັດທະນາຢ່າງວິທະຍາສາດທີ່ປະຢັດພະລັງງານແລະອະນຸລັກສິ່ງແວດລ້ອມ;ຈີນປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບທີ່ເປັນເອກະລາດເປັນເຈົ້າຕົນເອງ,ຍິນດີຢູ່ຮ່ວມກັນກັບທຸກປະເທດໂດຍສັນຕິ;ຈີນປະຕິບັດນະໂຍບາຍການຕ່າງປະເທດທີ່ມີໄມຕີຈິດຖານປະເທດໃກ້ຄຽງຖືປະເທດໃກ້ຄຽງເປັນເພື່ອນ,ພັດທະນາການພົວພັນໄມຕີຈິດຮ່ວມມືກັບປະເທດໃກ້ຄຽງ;ຈີນເປັນຜູ້ເຂົ້າຮ່ວມແລະຜູ້ປົກປັກຮັກສາລະບົບສາກົນ,ທຳຄວາມພະຍາຍາມຮ່ວມກັບປະຊາຄົມໂລກເພື່ອສ້າງລະບຽບການເມືອງແລະເສດຖະກິດສາກົນອັນໃໝ່;ຈີນແມ່ນປະເທດທີ່ປົກປັກຮັກສາສັນຕິພາບຂອງໂລກຢ່າງເດັດດຽວໜຽວແໜ້ນ,ໃນບັນຫາພາກພື້ນແລະສາກົນທີ່ສຳຄັນຄືບັນຫານິວເຄຼຍແຫຼມເກົາຫຼີ,ບັນຫານິວເຄຼຍອີຣານເປັນຕົ້ນ,ໄດ້ໃຊ້ຫຼັກໝັ້ນທີ່"ຊັກຊວນໃຫ້ປອງດອງກັນແລະຊຸກຍູ້ການເຈລະຈາ"ຢ່າງສະເໝີຕົ້ນສະເໝີປາຍ;ຈີນໃຊ້ທ່າທີຮ່ວມມືຕໍ່ຄວາມໝັ້ນຄົງທີ່ບໍ່ແມ່ນດັ້ງເດີມ,ເຊິ່ງລວງທັງໄພທຳມະຊາດໃຫຍ່ທີ່ເກີດໃນໂລກ;ຈີນຄັດຄ້ານລັດທິການກໍ່ການຮ້າຍແລະການແຜ່ຜາຍນິວເຄຼຍຢ່າງເດັດຂາດ;ຫຼັງຈາກຈີນເຂົ້າເປັນສະມາຊິກອົງການການຄ້າໂລກ,ແລ້ວໄດ້ປະຕິບັດຄຳສັນຍາຂອງຕົນຢ່າງແທ້ຈິງ;ຈີນຕັ້ງໜ້າຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດດ້ານການພັດທະນາຂອງສະຫະປະຊາຊາດ;ຈີນປະຕິບັດນະໂຍບາຍການປ້ອງການປະເທດທີ່ຢູ່ໃນທ່າຮັບ,ນະໂຍບາຍນີ້ແມ່ນເຫັນຊອດໄດ້.
|