ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-14 19:08:26    
ຈີນ​ສະໜັບສະໜູນ​ຄວາມ​ພະຍາຍາມທັງ​ໝົດ​ທີ່​ມີ​ຜົນ​ດີ​ຕໍ່​ການແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ

cri

ຕາມ​ຂ່າວcri:ທ່ານ​ຊິງ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ສະໜັບສະ​ໜູນ​ຄວາມ​ພະຍາຍາມ​​ທັງ​ໝົດ​ທີ່​ມີ​ຜົນ​ດີ​ຕໍ່​ການແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານ​ໂດຍ​ຜ່ານ​ການ​ເຈລະຈາ.ຝ່າຍ​ຈີນ​ພວມ​ແລະ​ຈະ​ສືບ​ຕໍ່​ປະສານ​ງານ​ກັບ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຢ່າງ​ແໜ້ນ​ແຟ້ນ,​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ທີ່​ມີ​ລັກສະນະ​ສ້າງສັນ​ໃນ​ການແກ້​ໄຂ​ບັນຫາ​ນິວ​ເຄຼຍອີຣານດ້ວຍ​ພາຫະນະ​ການ​ຕ່າງປະ​ເທດ.

ວັນ​ທີ14 ມີນາ​,​ໃນ​ງານ​​ໃຫ້​ສຳພາດຂ່າວ​ທີ່​​ຈັດຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຊິງ​ກ່າງ​ກ່າວ​ວ່າ,ຝ່າຍ​ຈີນ​ເຫັນ​ວ່າ,​ໃຕ້​ສະພາບ​ການ​ສະ​ເພາະ​ໜ້າ​ນີ້,ຂໍ້​ສະ​ເໜີ​ຂອງຣັດ​ເຊຍ​​ຈະແມ່ນ​ການ​ທົດ​ລອງ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ເພື່ອ​ທັບມ້າງ​ສະພາບ​ແຂງ​ກະດ້າງຂອງ​ບັນຫາ​ນິວ​ເຄຼຍອີຣານ.ຝ່າຍ​ຈີນ​ສະໜັບສະໜູນ​ການ​ເຈລະຈາ​ລະຫວ່າງ​ອີຣານກັບຣັດ​ເຊຍ​ໂດຍ​ຕະຫຼອດ,​ແລະ​ຫວັງ​ໃຫ້ການ​ເຈລະຈາ​ນີ້​ຈະໄດ້ຮັບຄວາມ​ຄືບ​ໜ້າ​​ໂດຍ​ໄວ.