ຕາມຂ່າວ CRI: ທ້າວວາງຈິນຢວນແມ່ນຊາວກະສິກອນເຜົ່າຮຸຍທຳມະດາສາມັນຜູ້ໜຶ່ງຂອງເຂດຊິ່ນຈຽງເຜົ່າອຸຍອູວປົກຄອງຕົນເອງຂອງຈີນ,ແຕ່ເລື້ອງສ້າງຄອບຄົວຂອງລາວພັດບໍ່ທຳມະດາ.ໃນໄລຍະອອກແຮງງານຢູ່ກຽດກິດສະຕັງ,ລາວໄດ້ພົບນາງສາວທີ່ສວຍງາມແລະໃຈບຸນຜູ້ໜຶ່ງ.ເມື່ອສອງເດືອນກ່ອນ,ທ້າວວາງຈິນຢວນໄດ້ພານາງສາວຜູ້ນີ້ກັບມາປະເທດຈີນ,ຈັດງານດອງທີ່ຟົດຟື້ນ.
ທ້າວວາງຈິນຢວນປີນີ້ອາຍຸ 26 ປີ,ຮູບຮ່າງບໍ່ສູງປານໃດ,ຜິວດຳອ່ຳທ່ຳ,ແມ່ນຊາວກະສິກອນເຜົ່າຮຸຍທີ່ດຸໝັ່ນແລະຊື່ສັດສຸຈະລິດ.ໃນລະບູໃບໄມ້ປົ່ງປີ 2004,ລາວໄດ້ເຂົ້າຮ່ວມຄະນະອອກແຮງງານທີ່ຈັດຕັ້ງໂດຍອົງການປົກຄອງທ້ອງຖິ່ນ,ໄປປູກໝາກເລັ່ນ 4 ເຮັກຕາຢູ່ນິຄົມກະເສດທີ່ຢູ່ມໍ່ບິສເຄັກ ນະຄອນຫຼວງກຽດກິດສະຕັງ.
ພໍໄປຮອດຕ່າງປະເທດ,ທ້າວວາງຈິນຢວນໄດ້ພົບຄວາມຫຍຸ້ງຍາກຫຼວງຫຼາຍ.ໂດຍສະເພາະແມ່ນປາກພາສາຂອງປະເທດນັ້ນບໍ່ເປັນ,ຈຶ່ງເຮັດໃຫ້ລາວຕິດຕໍ່ພົວພັນກັບຄົນປະເທດທີ່ຈ້າງລາວນັ້ນບໍ່ໄດ້,ສະນັ້ນ,ທ້າວວາງຈິນຢວນຕ້ອງການຄົນຢູ່ແຫ່ງນັ້ນຊ່ອຍລາວ,ເວລານີ້,ນາງເຟໂກໂທວາ ໂອເລຍ ບຼາກຸຍມີໂລບນາໄດ້ປະກົດຕົວຢູ່ຕໍ່ໜ້າລາວ.
ນາງໂອເລຍເປັນຄົນສູງ,ດັງໂດ່ງ,ຜິວຂາວ,ແກ່ນຕາສີຟ້າ,ງາມຫຼາຍ.ເຮືອນຂອງນາງຢູ່ມໍ່ນິຄົມກະເສດທີ່ທ້າວວາງຈິນຢວນເຮັດວຽກຢູ່,ກໍແມ່ນຢູ່ໃນສວນຂອງນິຄົມກະເສດນັ້ນເອງທີ່ນາງກັບທ້າວວາງຈິນຢວນຮູ້ຈັກກັນ.ທ້າວວາງຈິນຢວນຍັງຈື່ສະພາບທີ່ພົບນາງໂອເລຍຄັ້ງທຳອິດ.ລາວຫວນຄືນວ່າ:"ມື້ໜຶ່ງ,ຝົນຕົກລິນຄ່ອຍໆ.ຢູ່ຂ້າງສວນພວກເຮົາມີຕູບມົງໂກນ,ຄົນທັງຫຼາຍກໍໄປຊົ້ນຝົນ.ນາງກໍເຂົ້າມາຄືກັນ,ຍັງມີເພື່ອນຍິງສອງຄົນມານຳກັນ.ພວກນາງທັງຍິ້ມທັງລົມພາສາຣັດເຊຍກັບຂ້ອຍ,ແຕ່ຂ້ອຍຟັງບໍ່ເຂົ້າໃຈ.ນີ້ແມ່ນເທື່ອທຳອິດທີ່ຂ້ອຍພົບກັບນາງ."
ຍ້ອນບ່ອນຢູ່ຂອງທ້າວວາງຈິນຢວນອາໃກ້ກັບເຮືອນຂອງນາງໂອເລຍ,ສະນັ້ນ,ໃນເວລາລາວໄປຍ່າງຫຼິ້ນຕາມຖະໜົນ,ລາວໄດ້ພົບນາງໂອເລຍເລື້ອຍໆ.ນາງກໍໄດ້ລົມກັບທ້າວວາງຈິນຢວນຢ່າງຈູບຈ້າວ,ແລະເປັນເຈົ້າການສອນລາວປາກພາສາຣັດເຊຍ.
ທ້າວວາງຈິນຢວນມັກໄປຝຶກພາສາຣັດເຊຍຢູ່ໃນສວນສາທາລະນະທີ່ມໍ່ບ່ອນຢູ່,ຂໍແຕ່ວ່ານາງໂອເລຍມີເວລາຫວ່າງ,ກໍໄປສອນລາວ.ເຖິງຈະເສຍເວລາຫຼາຍກໍຕາມ,ແຕ່ນາງໂອເລຍພັດເວົ້າວ່າສະໝັກໃຈເຮັດ,ນາງເວົ້າວ່າ:"ເວລານັ້ນ,ພວກເຮົາກໍບໍ່ສົນໃຈນຳອາກາດຮ້ອນ,ໃຜກໍຕັ້ງໃຈທີ່ສຸດ.ທ້າວວາງຈິນຢວນມັກຮຽນຫຼາຍ,ຂ້ອຍກໍຍິນດີສອນລາວທີ່ສຸດ.ເພາະວ່າລາວແມ່ນຊາວຈີນ,ປາກພາສາຣັດເຊຍບໍ່ເປັນ,ໄດ້ພົບຄວາມຫຍຸ້ງຍາກຫຼາຍ.ສະນັ້ນຂ້ອຍກໍຢາກສອນລາວຫຼາຍແດ່,ໃຫ້ລາວເວົ້າເປັນໄວ."
ຍ້ອນມີນາງໂອເລຍຊ່ອຍເຫຼືອ,ລະດັບພາສາຣັດເຊຍຂອງທ້າວວາງຈິນຢວນໄດ້ສູງຂຶ້ນຢ່າງຈະແຈ້ງ,ການແລກປ່ຽນກັນລະຫວ່າງສອງຄົນກໍຄ່ອຍໆຫຼາຍຂຶ້ນ.ພວກເຂົາເຈົ້າໄດ້ລົມກັນເລື້ອຍໆເພື່ອຊອກຮູ້ຮີດຄອງປະເພນີຂອງປະເທດຝ່າຍກົງກັນຂ້າມ.ນາງໂອເລຍໄດ້ກາຍເປັນເພື່ອນທີ່ດີກວ່າໝູ່ຂອງທ້າວວາງຈິນຢວນຢູ່ແຫ່ງນີ້,ສ່ວນນ້ຳໃຈອົດທຸກທົນຍາກຂອງທ້າວວາງຈິນຢວນກໍໄດ້ຝັງເລິກຢູ່ໃນໃຈຂອງນາງໂອເລຍ.
ເມື່ອຮອດມື້ພັກວັນບຸນ,ນາງໂອເລຍກໍໄປບ່ອນຢູ່ຂອງທ້າວວາງຈິນຢວນເພື່ອແຕ່ງກິນແລະຊັກເຄື່ອງໃຫ້ລາວ,ເມື່ອໄດ້ເຫັນວ່າທ້າວວາງຈິນຢວນເຮັດວຽກອິດເມື່ອຍທຸກມື້,ນາງກໍຢາກແບ່ງປັນພາລະຂອງລາວ.ການເບິ່ງແຍງດູແລຢ່າງພຽນໃຈຂອງນາງໂອເລຍເຮັດໃຫ້ທ້າວວາງຈິນຢວນຮູ້ສຶກວ່າບໍ່ຕ່າງຫຍັງກັບຢູ່ບ້ານຕົນເອງ.
ໃນລະດູໃບໄມ້ປົ່ງປີ2005,ທ້າວວາງຈິນຢວນໄດ້ສຳເລັດວຽກງານຢູ່ກຽດກິດສະຕັງ.ແຕ່ລາວບໍ່ໄດ້ກັບຄືນປະເທດ,ພັດສືບຕໍ່ໄປປູກໝາກເລັ່ນຢູ່ກະສັກສະຕັງ.ນາງໂອເລຍເປັນຫ່ວງນຳວຽກລາວອິດເມື່ອຍຫຼາຍ,ຈຶ່ງບໍ່ໃຫ້ລາວໄປ,ແຕ່ທ້າວວາງຈິນຢວນຍຶດໝັ້ນຢາກໄປ.ໃນມື້ອອກເດີນທາງ,ນາງໂອເລຍກໍໄປສົ່ງລາວ,ແຕ່ບໍ່ໄດ້ປາກຈັກຄວາມ.ເມື່ອໄດ້ເຫັນວ່ານາງມິດງຽບ,ທ້າວວາງຈິນຢວນກໍຮູ້ສຶກບໍ່ສະບາຍໃຈ.ລາວເວົ້າວ່າ: "ມື້ນັ້ນ,ຂ້ອຍກໍຢູ່ຍາກຫຼາຍ,ຂ້ອຍໄດ້ຊື້ເຄື່ອງດື່ມ,ແຕ່ນາງບໍ່ກິນ,ແລະບໍ່ປາກເວົ້າຈັກຄວາມ.ຂ້ອຍຮູ້ວ່ານາງບໍ່ສະບາຍໃຈ,ຂ້ອຍກໍເຂົ້າໃຈໄດ້.ໃນເວລາກິນເຂົ້າ,ຂ້ອຍຍັງບໍ່ທັນກິນໝົດ,ນາງກໍຮ້ອງໄຫ້.ຫຼັງຈາກລົດແລ່ນແລ້ວ,ຂ້ອຍຂີ່ຢູ່ໃນລົດ,ຮູ້ສຶກຢູ່ຍາກທີ່ສຸດ.ແຕ່ຂ້ອຍເຊື່ອໝັ້ນວ່າ,ຂ້ອຍບໍ່ຢ້ານ,ເພາະວ່າ,ຫຼັງຈາກຂ້ອຍຫາເງິນໄດ້ແລ້ວຍັງຈະກັບຄືນມາ.ເພາະພວກເຮົາສອງຄົນມີຄວາມຮັກດີຢ່າງເລິກເຊິ່ງ,ຂ້ອຍບໍ່ຢາກໃຫ້ຄວາມຮັກນີ້ຂາດສະບັ້ນຍ້ອນພັດພາກຈາກກັນ."
ໄລຍະທີ່ທ້າວວາງຈິນຢວນຢູ່ກາສັກສະຕັງເປັນໄລຍະທີ່ທົດສອບຄວາມຮັກລະຫວ່າງຄູ່ຮັກຄົນລະປະເທດຄູ່ນີ້. ເຖິງວ່າຢູ່ຫ່າງກັນໄກແສນໄກ,ແຕ່ພວກເຂົາເຈົ້າຍັງຄິດຮອດຄິດເຖິງຝ່າຍກົງກັນຂ້າມ.ໃນໄລຍະນີ້,ພວກເຂົາເຈົ້າໄດ້ຝາກຄວາມຮັກໄວ້ຢູ່ນຳໂທລະສັບ.ຂໍແຕ່ວ່າມີເວລາຫວ່າງ,ນາງໂອເລຍກໍໂທລະສັບໄປຫາທ້າວວາງຈິນຢວນ.ຖ້າສາຍບໍ່ຫວ່າງ,ນາງກໍເປັນຫ່ວງຫຼາຍ.ນາງເວົ້າວ່າ: "ໃນໄລຍະລາວໄປກາສັກສະຕັງ,ຂ້ອຍຮູ້ສຶກໂດດດ່ຽວປ່ຽວພອຍຫຼາຍ,ຄືວ່າຂາດສິ່ງໃດສິ່ງໜຶ່ງໃນຊີວິດ.ບ່ອນທີ່ລາວໄປຢູ່ນັ້ນບໍ່ສະດວກ,ບາງເທື່ອຂ້ອຍໂທລະສັບຫາລາວແຕ່ສາຍບໍ່ຫວ່າງ,ຂ້ອຍກໍຮ້ອນໃຈທີ່ສຸດ,ຢ້ານລາວມີເລື່ອງຍາກ.ຖ້າໂທລະສັບໄດ້ແລ້ວ,ກໍຮູ້ສຶກດີໃຈທີ່ສຸດ."
ໄປຮອດກາສັກສະຕັງພຽງແຕ່ໜຶ່ງເດືອນທໍ່ນັ້ນ,ທ້າວວາງຈິນຢວນກໍອົດກັ້ນຄວາມຄິດຮອດນາງໂອເລຍໄວ້ບໍ່ໄດ້,ເລີຍກັບຄືນສູ່ກຽດກິດສະຕັງອີກ,ກັບມາຢູ່ຄຽງຂ້າງນາງໂອເລຍ.ການພັດພາກຈາກກັນເທື່ອນີ້ເຮັດໃຫ້ຄວາມຮັກລະຫວ່າງສອງຄົນເລິກເຊິ່ງກວ່າເກົ່າ,ພວກເຂົາເຈົ້າຮູ້ສຶກວ່າຈະຫ່າງເຫີນອອກຈາກຝ່າຍກົງກັນຂ້າມບໍ່ໄດ້ອີກແລ້ວ.ທ້າວວາງຈິນຢວນຈຶ່ງຕົກລົງເອົານາງໂອເລຍເປັນເມຍ.ທຳອິດ,ພໍ່ແມ່ ຂອງນາງໂອເລຍບໍ່ເຫັນດີນຳ,ແຕ່ຄວາມດຸໝັ່ນແລະໃຈບຸນຂອງທ້າວວາງຈິນຢວນໄດ້ເຮັດໃຫ້ພວກເພິ່ນຕື້ນຕັນໃຈ.ໃນທີ່ສຸດ,ພວກເພິ່ນໄດ້ເຫັນດີນຳ.
ທ້າວວາງຈິນຢວນໄດ້ສົ່ງຂ່າວສິລິມຸງຄຸນນີ້ໃຫ້ພໍ່ແມ່ທີ່ຢູ່ຈີນນັ້ນຊາບໃນທັນທີ.ພໍ່ແມ່ຂອງລາວດີໃຈທີ່ສຸດ,ປາຖະໜາຢາກເຫັນລູກໄພ້ຕ່າງປະເທດໂດຍໄວ.ໃນທ້າຍເດືອນພະຈິກປີ2005,ທ້າວວາງຈິນຢວນໄດ້ພານາງໂອເລຍກັບມາຮອດຈີນ.ໝົດຄອບຄົວດີໃຈທີ່ສຸດ,ແລ້ວໄດ້ຈັດງານດອງທີ່ຄຶກຄື້ນຕາມປະເພນີຂອງຈີນໃຫ້ເຈົ້າບ່າວເຈົ້າສາວຄູ່ນີ້.ເວລານັ້ນ,ຄົນໃນທົ່ວເມືອງນ້ອຍກໍພາກັນໄປອວຍໄຊໃຫ້ພອນແກ່ຄູ່ຮັກຄົນລະປະເທດຄູ່ນີ້.
ປັດຈຸບັນ,ຄອບຄົວຂອງທ້າວວາງຈິນຢວນມີຄວາມປອງດອງກັນຫຼາຍ,ແມ່ຍ່າຊູ່ລານອິງເວົ້າວ່າ,ເພິ່ນມັກລູກໄພ້ຕ່າງປະເທດນີ້ຫຼາຍ.
"ລູກໄພ້ນີ້ຊື່ສັດສຸຈະລິດຫຼາຍ,ຂ້າພະເຈົ້າຄິດວ່າ,ໃນໃຈມີຫຼາຍຄວາມຈະລົມກັບລາວ,ແຕ່ລາວບໍ່ເຂົ້າໃຈພາສາຈີນ.ບາງເທື່ອກໍເຮັດວາດມືສະແດງຄວາມມັກ,ຮູ້ສຶກວ່າລາວກໍເປັນລູກສາວຂອງຕົນ."
ປັດຈຸບັນ,ນາງໂອເລຍພວມຮຽນພາສາຈີນ,ເພື່ອໃຫ້ເຂົ້າໃຈກັນໃນຄອບຄົວໂດຍໄວ. ພວກເຂົາເຈົ້າມີແຜນຈະໄປເຮັດກະສິກຳຢູ່ກຽດກິດສະຕັງອີກໃນລະດູໃບໄມ້ປົ່ງເພື່ອສ້າງຜົນງານອີກ.
|