ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-15 10:22:57    
ສະພາ​ຄວາມ​ຫມັ້ນຄົງ​ຈັດ​ກອງ​ປະຊຸມ​ດ່ວນ​ປຶກສາ​ຫາລື​ສະຖານະ​ການ​ຕາ​ເວັນ​ອອກ​ກາງ​ຫລັງ​ອິສ​ລາ​ແອນ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ

cri Author: sayvanny
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ​ໂດຍ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຂອງ​ປາ​ເລັສ​ຕິນ,ຕອນ​ບ່າຍ​ວັນ​ທີ 14 ມີນາ, ສະພາ​ຄວາມ​ຫມັ້ນ​ຄົງ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ, ປຶກສາ​ຫາລື​ສະຖານະ​ການ​ຕາ​ເວັນ​ອອກ​ກາງ​ພາຍ​ຫລັງ​ອິສລາ​ແອນ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ເມືອງ​ເຈຣີ​ໂຄ ຕົວ​ເມືອງ​ປາ​ເລັສ​ຕິນ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ.

ທ່ານ​ອີ​ບຼາຮິມ.ກາມ​ບາຣີ ຮອງ​ເລຂາທິການ​ທີ່​ຮັບຜິດຊອບ​ວຽກ​ງານ​ການ​ເມືອງ​ຂອງ​ສະຫະ​ປະຊາ​ຊາດ​ໄດ້​ແຈ້ງ​ຕໍ່​ສະພາ​ຄວາມ​ຫມັ້ນຄົງ​ກ່ຽວ​ກັບ​ອິສລາ​ແນ​ບຸກ​ເຂົ້າຄຸກ​ເຈ​ລີ​ໂຄ​ທາງ​ການ​ທະຫານ​ຈັບ​ຕົວ​ທ່ານ​ຊາ​ອາ​ແດັດ ຜູ່​ນຳ​ແນວ​ໂຮມ​ປະຊາຊົນ​ປາ​ເລັສຕິນ​ແລະ​ທ່ານ​ໂຊ​ເບ​ກີ ອະດີດ​ເຈົ້າຫນ້າ​ທີ່​ຊັ້ນສູງ​ຂອງ​ປາ​ເລັສຕິນ​ແລະ​ທ່ານ​ອື່ນໆ.

ທ່ານ​ກາມ​ບາຣີຊີ້​ອອກ​ວ່າ, ຍ້ອນ​ອິສລະ​ແອນ​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ແລະ​ປາ​ເລັສ​ຕິນ​ກໍ່​ໃຊ້​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​, ​ເຮັດ​ໃຫ້​ສະຖາ ນະ​ການ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ທີ່​ເຄັ່ງ​ດຶງ​ຢູ່​ແລ້ວ​ນັ້ນຊຸດຮ້າຍ​ລົງ​ອີກ.

ມື້​ດຽວ​ກັນ, ທ່ານ​ອານ​ນານ ​ເລ​ຂາ​ທິ​ການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ໂຄ​ສົກ​ອອກ​ຖະ​ແຫລ​ງການ, ສະ​ແດງ​ຄວາມ​ສົ​ນ​ໃຈ​ທີ່​ສຸດຕໍ່​ເຫດການ​ດັ່ງກ່າວ, ຖະ​ແຫລ​ງການ​ຮຽກ​ຮ້ອງ​​ໃຫ້ສອງ​ຝ່າຍ​ຈົ່ງ​ຢຸດຕິ​ການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງ​ຮຸນ​ແຮງ​ໃນ​ທັນທີ, ຮັກສາ​ຄວາມ​ອົດ​ກັ້ນ,​ເຮັດ​ໃຫ້​ສະຖານະ​ການ​ສະຫງົບ​ລົງ​ໂດຍ​ໄວ.ຖະ​ແຫລ​ງການ​ຍັງ​​ເຕືອນໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ປ່ອຍ​ຕົວ​ຄົນ​ຕ່າງປະ​ເທດ​ທີ່​ຖືກ​ຈີ້​ຕົວ​ໃນ​ໄລຍະ​​ເກີດ​ການ​ວຸ້ນວາຍ​ໃນ​ທັນທີ.