ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-15 10:31:28    
ທ່ານ​ວາງ​ກວງ​ຢາ​ບັນ​ລະ​ຍາຍ​ທັດ​ສະ​ນະ​ຂອງ​ຈີນ​ກ່ຽວ​ກັບ​ການ​ສ້າງ​ສາ​ອາຟ​ກາ​ນີ​ສະ​ຖານ​ຄືນ​ໃຫມ່​ໂດຍ​ສັນ​ຕິ​

cri Author: sayvanny
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ​ໃນ​ງານ​ອະພິປາຍ​ເປີດ​ເຜີຍ​ກ່ຽວ​ກັບ​ບັນຫາ​ອາ​ຟກາ​ນີສະຖານ​ທີ່​ສະພາ​ຄວາມ​ຫມັ້ນຄົງ​ສະຫະ​ປະຊາ​ຊາດ​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ມີນາ, ທ່ານ​ວາງ​ກວງ​ຢາ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​,ບັນ​ລະ​ຍາຍ​ທັດສະນະ​ຂອງ​ຈີນ​ກ່ຽວ​ກັບ​ການ​ສ້າງສາ​ອາ​ຟກາ​ນີສະຖານຄືນ​ໃຫມ່​ໂດຍ​ສັນຕິ​.

ທ່ານ​ວາງ​ກວງ​ຢາ​ເວົ້າ​ວ່າ, ປະ​ຈຸ​ບັນ, ອາຟ​ກາ​ນີ​ສະ​ຖານ​ໄດ້ສຳ​ເລັດ​ໄລຍະຂ້າມ​ຜ່ານ​ການ​ເມືອງທີ່​ກຳ​ນົດ​ໄວ້​ໃນ​ສັນຍາ​ບອນ​ແລ້ວ, ​ໄດ້​ສ້າງ​​ໂຄງ​ຮ່າງ​ອຳ​ນາດ​ລັດ​ຍຸ​ກປະຈຸ​ບັນ, ​ແຕ່​ການ​ສ້າງ​ສາ​ຄືນ​ໃຫມ່​ໂດຍ​ສັນຕິ​ຍັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ການ​ທ້າ​ທາຍ​ຕ່າງໆ​ນາໆ.ສະນັນ, ລັດ​ຖະ​ບານ​ອາ​ຟກາ​ນີສະຖານ​ຄວນ​ສືບ​ຕໍ່​ຖື​ການສະ​ແຫວ​ງຫາ​ສະຖຽນ​ລະ​ພາບ, ຊຸກ​ຍູ້​ການ​ພັດທະນາ​ເປັນ​ຫນ້າ​ທີ່​ຕົ້ນຕໍ,ສ້າງສາ​ພື້ນຖານ​​ໃນ​ຂົງ​ເຂດ​ຕ່າງໆ​ໃຫ້​ດີ;ອົງກາ​ນ ສະ​ຫະປະຊາ​ຊາດ​ຄວນ​ສືບ​ຕໍ່​ພະ​ຍາ​ຍາມ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ແລະ​ປະ​ສານ​ງານໃນ​ການ​ສ້າງສາ​ອາຟ​ກາ​ນີ​ສະ​ຖານ​ຄືນ​ໃຫມ່​ໂດຍ​ສັນຕິ​ແລະ​ການ​ຊ່ອຍ​ເຫລືອ​ຂອງ​ສາ​ກົນ;ປະຊາ​ຄົມ​ໂລກ​ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ແລະ​ລົງທຶນ​ໃຫ້​ອາ​ຟກາ​ນີ​ສະ​ຖານ, ຮັບປະກັນ​ໃຫ້ການ​ຊ່ອຍ​ເຫລືອ​ຕາມ​ຄຳ​ຫມັ້ນສັນຍາ​ຢ່າງ​ທັນ​ການ​.

ທ່ານ​ວາງ​ກວງ​ຢາ​ເວົ້າວ່າ, ​ໃນ​ຖານ​ເປັນປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ໄມຕີ​ຈິດ, ຈີນ​ໄດ້​ເອົາ​​ໃຈ​ໃສ່​ນຳ​ຂະ​ບວນ​ວິ​ວັດ​ສ້າງສາ​ອາ​ຟກາ​ນີສະຖານ​ຄືນ​ໃຫມ່​ໂດຍ​ສັນຕິ​ຕະຫລອດ​ມາ.ຈີນ​ຈະ​ອີງ​ຕາມ​ນ້ຳ​ໃຈ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ເກາະ​ແຂນ​ກັນ​ກ້າວ​ໄປ​ຫນ້າ, ​ຮ່ວມ​ມື​ແລະ​ຊ່ອຍ​ເຫລືອ​ອາ​ຟກາ​ນີສະຖານ​​ເປັນ​ເວລາ​ຍາວ​ນານຄື​ແຕ່​ກ່ອນ​ທີ່​ຜ່ານ​ມາ.