|
![](/images/spacer.gif) |
(GMT+08:00)
2006-03-15 15:33:41
|
![](/images/shim.gif) |
ທ່ານກົວເຕີກາງກັບລາຍການຊ້ຽງເຊີງຫຼືສີປາກດຶກໃນຂອງທ່ານ
cri
![]( /mmsource/images/2004/04/21/laba.gif)
![]( /mmsource/images/2006/03/16/2005122819184982078.jpg)
ທີ່ນີ້, ວິທະຍຸສາກົນແຫ່ງປະເທດຈີນ, ສະບາຍດີທ່ານຜູ້ຟັງທີ່ໂຄລົບ, ລາຍການຊ້ຽງເຊີງຫຼືສີປາກດຶກໃນແມ່ນຮູບການສິນລະປະທີ່ມີມູນເຊື້ອທີ່ຄົນຈີນນິຍົມທີ່ສຸດ. ແຕ່ໃນຫຼາຍປີມໍ່ໆມານີ້, ລາຍການຊ້ຽງເຊີງຂອງຈີນພັດຢູ່ໃນສະພາບຕ່ຳຕະຫຼອດມາ. ແຕ່ປີນີ້ມາ, ຢູ່ຕະຫຼາດສະແດງສິນລະປະວັນນະຄະດີຂອງຈີນພັດມີມ້າມືດຕົວໜຶ່ງປະກົດອອກມາ, ນັກສະແດງຊ້ຽງເຊີງຜູ້ໜຶ່ງທີ່ຊື່ວ່າທ່ານກົວເຕີກາງພັດມີຊື່ມີສຽງດັງຂຶ້ນຢູ່ນະຄອນປັກກິ່ງກັບນະຄອນທຽນສິນ, ການສະແດງຮອບສ່ວນຕົວຂອງເພິ່ນ, ມີເທື່ອໜຶ່ງ, ຕ້ອງກັບມາສະແດງຕັ້ງ20ເທື່ອ. ໃນຂະນະທີ່ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດນັ້ນດ ເພິ່ນກໍໄດ້ກາຍເປັນບຸກຄົນທີ່ມີການຖົກຖຽງກັນ, ວົງການຊ້ຽງເຊີງດັ້ງເດີມບໍ່ຮັບຮອງເພິ່ນທັງໝົດ, ໃນລາຍການວັດທະນະທຳຈີນພາກນີ້, ພວກເຮົາກໍຈະລົມເລື່ອງທ່ານກົວເຕີກາງ ບຸກຄົນທີ່ອັດສະຈັນຜູ້ນີ້ສູ່ທ່ານຟັງ.
ທ່ານຜູ້ຟັງ, ທີ່ທ່ານພວມຟັງຢູ່ນີ້ແມ່ນລາຍການຊ້ຽງເຊີງຫຼືເວົ້າດຶກໃນໜຶ່ງຂອງທ່ານກົວເຕີກາງ, ຊື່ວ່າເວົ້າເລື່ອງຫຼິ້ນການພະນັນ, ໃນຊ້ຽງເຊີງຕອນນີ້, ທ່ານກົວເຕີກາງໄດ້ໃຊ້ສຳນວນແບບຕະຫຼົກສ່ອງແສງໃຫ້ເຫັນຄວາມກະວົນກະວາຍຂອງຜູ້ຫຼິ້ນການພະນັນບາງຄົນ. ຈາກສຽງຫົວທີ່ຈູບຈ້າວຂອງຜູ້ຟັງກັບບ່ອນແລ້ວ, ທ່ານອາດຈະສາມາດສຳນຶກຮູ້ວ່າທ່ານກົວເຕີກາງໄດ້ຮັບຄວາມນິຍົມຫຼາຍປານໃດແລ້ວ.
ທ່ານກົວເຕີກາງປີນີ້ອາຍຸ33ປີ, ຕົວບໍ່ສູງປານໃດ, ໜ້າມົນຕົວອ້ວນ, ໃນເວລາສະແດງ, ເພິ່ນມັກນຸ່ງເສື້ອຍ່າມສີຫີນກະລາຟິດເຊິ່ງເປັນຊຸດດັ້ງເດີມຂອງຈີນທີ່ນັກສະແດງຊ້ຽງເຊີງລຸ້ນອາວຸໂສມັກນຸ່ງ. ຈາກທ່ານກົວເຕີກາງ, ຄົນທັງຫຼາຍສາມາດຮູ້ສຶກເຖິງຄວາມລຽບງ່າຍແລະຄວາມເອື້ອອາລີຂອງສິນປະປິນພື້ນເມືອງຈີນ.
ທ່ານກົວເຕີກາງເກີດຢູ່ນະຄອນທຽນສິນ, ເມື່ອອາຍຸ8ປີ, ເພິ່ນໄດ້ເລີ່ມຮຽນຊ້ຽງເຊີງນຳອາຈານ, ພາຍຫຼັງມາ, ເພິ່ນເຄີຍໄປຮຽນແລະສະແດງຢູ່ຄະນະສິນລະປະວັນນະຄະດີຫຼາຍຄະນະຂອງນະຄອນທຽນສິນ. ທ່ານເຄີຍຮຽນງິ້ວປັກກິ່ງ, ງິ້ວພາກເໜືອແລະງິ້ນເຫີໜານເປັນຕົ້ນ. ການຫຼໍ່ຫຼອມຂອງສິນລະປະອັນມີມູນເຊື້ອປະເພດຕ່າງໆໄດ້ເຮັດໃຫ້ທ່ານກົວເຕີກາງຈໍ່ຕົວຂຶ້ນເປັນທຳນອງສິນລະປະທີ່ມີເອກະລັກຂອງຕົນ.
ໃນກາງຊຸມປີ90ສະຕະວັດທີ່ແລ້ວ, ທ່ານກົວເຕີກາງໄດ້ມາຮອດປັກກິ່ງເຊິ່ງເປັນແຫຼ່ງກຳເນີດຂອງຊ້ຽງເຊີງ, ເພື່ອການຢູ່ລອດ, ເພິ່ນເຄີຍໄປແບກກະສອບແລະເຮັດທຸລະກິດດ້ວຍ. ແຕ່ບໍ່ວ່າຊີວິດການເປັນຢູ່ຈະຫຍຸ້ງຍາກລຳບາກປານໃດ, ທ່ານກົວເຕີກາງກໍບໍ່ໄດ້ລືມຊ້ຽງເຊີງຕະຫຼອດມາ. ປີ1996, ທ່ານກົວເຕີກາງໄດ້ສ້າງຕັ້ງຄະນະຊ້ຽງເຊີງຄະນະໜຶ່ງທີ່ຊື່ວ່າເຕີຢຸນເຊີ, ສະມາຊິກທັງຫຼາຍຂອງເຕີຢຸນເຊີໄປສະແດງຊ້ຽງເຊີງຢູ່ຮ້ານນ້ຳຊາທີ່ມີລູກຄ້າພຽງ80ຄົນຫາ100ຄົນເທົ່ານັ້ນ. ເມື່ອເວົ້າເຖິງສະພາບໃນຄາວນັ້ນ, ທ່ານກົວເຕີກາງໄດ້ຫວນຄືນດ້ວຍຄວາມຕະຫຼົກວ່າ:
ປະຈຸບັນ, ໃນໂຮງລະຄອນມີຄົນຢືນຟັງຊ້ຽງເຊີງເຕັມໝົດ, ຢູ່ທາງປະຕູຍັງມີ200ຄົນຢືນຟັງຢູ, ແຕ່ກ່ອນມີເທື່ອໜຶ່ງມີແຕ່ຜູ້ຟັງຜູ້ດຽວເທົ່ານັ້ນ. ເມື່ອຂ້ອຍຂຶ້ນເວທີສະແດງ, ຂ້ອຍກໍເວົ້ານຳເພິ່ນວ່າ: ມື້ນີ້ເຈົ້າຕ້ອງຟັງໃຫ້ດີໆເດີ, ຖ້າທ່ານຢາກໄປຫ້ອງນ້ຳກໍຕ້ອງບອກຂ້ອຍແດ່ເດີ້. ດຽວນີ້ເມື່ອເວົ້າເຖິງເລື່ອງນີ້, ຄົນທັງຫຼາຍລ້ວນແຕ່ຫົວຮະໆ, ແຕ່ໃນຄາວນັ້ນແມ່ນເລື່ອງທີ່ເຈັບໃຈທີ່ສຸດ.
ແຕ່ວ່າ, ເມື່ອ10ປີຜ່ານໄປແລ້ວ, ທ່ານກົວເຕີກາງກັບເຕີຢຸນເຊີຂອງທ່ານພັດເລີ່ມມີຊື່ມີສຽງໂດ່ງດັງຂຶ້ນຢູ່ນະຄອນປັກກິ່ງແລະນະຄອນທຽນສິນ. ແຕ່ຕົ້ນປີນີ້ມາ, ຢູ່ຈີນມີສື່ມວນຊົນຮ້ອຍກວ່າແຫ່ງໄດ້ລາຍງານຂ່າວກ່ຽວກັບທ່ານກົວເຕີກາງແລະຊ້ຽງເຊີງຂອງທ່ານ; ເມື່ອ ມີການສະແດງຂອງທ່ານກົວເຕີກາງເທື່ອໃດ, ກໍມີຫຄົນນັບເປັນຮ້ອຍຄົນມາລຽນແຖວຕັ້ງແຕ່ຍາມເຊົ້າ, ຖ້າຊື້ປີ້ຢູ່ບ່ອນຂາຍປື້ຂອງໂຮງລະຄອນ; ສ່ວນແຟນຊ້ຽງເຊີງທີ່ມັກທ່ານກົວເຕີກາງນັ້ນ, ມີບາງຄົນຈົນວ່າໄປມາຢູ່ລະຫວ່າງນະຄອນປັກກິ່ງແລະນະຄອນທຽນສິນທ້າຍສັບປະດາ, ພຽງແຕ່ແມ່ນເພື່ອຊົມການສະແດງຊ້ຽງເຊີງຂອງທ່ານກົວເຕີກາງເທົ່ານັ້ນ.
ຄັນຊັ້ນ, ເປັນຫຍັງການເວົ້າດຶກໃນຂອງທ່ານກົວເຕີກາງເປັນມາປານນີ້? ສື່ມວນຊົນວິໄຈແລ້ວເຫັນວ່າມີມູນເຫດສາມດ້ານ:
ກ່ອນອື່ນ, ທ່ານກົວເຕີກາງມີພື້ນຖານດ້ານການສະແດງຊ້ຽງເຊີງທີ່ໜາແໜ້ນ, ການເວົ້າ, ການຮຽນແບບ, ການຊວນຫົວແລະການຂັບຮ້ອງຢ່າງໃດກໍເກັ່ງ, ທ່ານສາມາດສະແດງລາຍການຊ້ຽງເຊີງດັ້ງເດີມຫຼາຍຕອນຂອງຈີນ, ແລະກໍມີລາຍການຊ້ຽງເຊີງບໍ່ໜ້ອຍແມ່ນທ່ານແຕ່ງເອງ, ເພິ່ນຍັງຊ່າງເອົາເລື່ອງຊວນຫົວໃນຊີວິດຕົວຈິງສອດຮ້ອຍເຂົ້າໃນລາຍການຊ້ຽງເຊີງດັ້ງເດີມ, ນີ້ໄດ້ເຮັດໃຫ້ຮູບການສິນລະປະດັ້ງເດີມປະເພດນີ້ໃນຂະນະທີ່ຈົ່ງຜູ້ຊົມທີ່ອາຍຸສູງໄວ້ນັ້ນ, ກໍມີແຮງດຶງດູດຕໍ່ຜູ້ຊົມຊາວໜຸ່ມ.
ທີສອງ, ລາຍການຊ້ຽງເຊີງຂອງທ່ານກົວເຕີກາງກ້າເວົ້າສຽດສີຕໍ່ປະກົດການຫຍໍ້ທໍ້ໃນສັງຄົມປະຈຸບັນ. ໃນລາຍການຊ້ຽງເຊີງ, ທ່ານກົວເຕີງກາງໄດ້ຕິຕຽນປະກົດການບໍ່ດີໃນຊີວິດຕົວຈິງຢ່າງໃຈກ້າທີ່ສຸດ. ໃນລາຍການເລື່ອງພໍດ້າມພໍດີເຊິ່ງເປັນບົດປະພັນຫຼ້າສຸດຂອງເພິ່ນ, ເພິ່ນໄດ້ໃຊ້ສຳນວນສຽດສີສະຫຼຸບເລື່ອງລາວຕ່າງໆທີ່ມີການຖົກຖຽງກັນຫຼາຍທີ່ເກີດຂຶ້ນໃນວົງການວັດທະນະທຳຈີນໃນປີ2005, ຜູ້ທີ່ຖືກເວົ້າສຽດສີນັ້ນມີຜູ້ກຳກັບການສະແດງທີ່ມີຊື່ສຽງ, ກໍມີດາລາທີ່ຊື່ດັງທີ່ສຸດ. ຄວາມໃຈກ້າຂອງທ່ານກົວເຕີກາງກໍແມ່ນມູນເຫດໜຶ່ງທີ່ພາໃຫ້ເພິ່ນໄດ້ຮັບຄວາມນິຍົມຊົມຊອບຈາກຊາວໜຸ່ມທີ່ມີແນວຄິດຕ້ານ.
ນອກນີ້, ໃນຫຼາຍປີມານີ້, ທ່ານກົວເຕີກາງໄດ້ສະແດງລາຍການຊ້ຽງເຊີງຢູ່ໂຮງລະຄອນນ້ອຍທີ່ມີຜູ້ຊົມປະມານ100ຄົນ200ຄົນຢ່າງຫຼາຍຫ້າຫົກຮ້ອຍຄົນຕະຫຼອດມາ, ເມື່ອເປັນແນວນີ້, ຜູ້ສະແດງກັບຜູ້ຊົມກໍສາມາດແລກປ່ຽນກັນໃນເວລາເວົ້າຊ້ຽງເຊີງ, ທ່ານກົວເຕີກາງມັກສະແດງສົດ, ມັກເຮັດໃຫ້ຜູ້ຊົມຫົວຈົນໄສ້ຄົດໄສ້ໂຂ.
ເວົ້າລວມແລ້ວ, ລາຍການຊ້ຽງເຊີງຂອງທານກົວເຕີກາງ, ມີຈຸດປະສົງງ່າຍດາຍແຕ່ຍົວະໃຫ້ຄົນຫົວ, ບໍ່ມີການສັ່ງສອນ, ກໍບໍ່ມີການສັນລະເສີນສະພາບຄວາມເປັນຈິງ, ມີແຕ່ເລື່ອງລາວຕ່າງໆທີ່ຊວນຫົວເທົ່ານັ້ນ. ເມື່ອເວົ້າເຖິງຄວາມເຂົ້າໃຈຕໍ່ລາຍການຊ້ຽງເຊີງຫຼືເວົ້າດຶກໃນ, ທ່ານກົວເຕີກາງກ່າວວ່າ:
ລາຍການຊ້ຽງເຊີງ, ຂ້ອຍເຫັນວ່າແມ່ນຮູບການບັນເທິງທີ່ເຮັດໃຫ້ຄົນມີຈິດໃຈມ່ວນຊື່ນ. ຕອນແລງ4ໂມງເຄິ່ງ, ຜູ້ຊົມກໍມາຖ້າເບິ່ງລາຍການຊ້ຽງເຊີງແລ້ວ, ພວກເພິ່ນມາເພື່ອຫຍັງ, ມາເພື່ອຂຶ້ນຫ້ອງຮຽນຫວະ? ມາເພື່ອຮັບເອົາການສຶກສາຫວະ? ລາວມາແມ່ນເພື່ອຄວາມມ່ວນຊື່ນເທົ່ານັ້ນ, ນີ້ກໍແມ່ນຄວາມເຂົ້າໃຈຂອງຂ້ອຍທີ່ເປັນນັກສະແດງຊ້ຽງເຊີງຜູ້ໜຶ່ງ.
ແຕ່ວ່າ, ຄຽງຄູ່ກັບເພິ່ນມີຊື່ມີສຽງຂຶ້ນ, ສຽງຕິຕຽນກໍໄດ້ປະກົດຕົວຂຶ້ນຄືກັນ. ຜູ້ທີ່ບໍ່ມັກເພິ່ນ, ພັດເຫັນວ່າລາຍການຊ້ຽງເຊີງຂອງເພິ່ນນັ້ນມີທ່າອ່ຽງຫຍາບຄາຍ, ຫວັງໃຫ້ເພິ່ນຍົກທ່ວງທຳນອງຂອງຊ້ຽງເຊີງໃຫ້ສູງຂຶ້ນ. ທ່ານອູເວິນໂຄທີ່ຄົ້ນຄວ້າຄີຕະສິນໃນສະຖາບັນຄົ້ນຄວ້າສິນລະປະຈີນເຫັນວ່າ, ຄວນໃຊ້ທ່າທີທີ່ອະໂຫສິກວ່າເກົ່າມາປະຕິບັດຕໍ່ທ່ານກົວເຕີກາງ. ການປະກົດຕົວຂອງທ່ານກົວເຕີກາງໄດ້ສ່ອງແສງໃຫ້ເຫັນເຖິງບັນຍາກາດເສລີແຫ່ງການຫັນເປັນຫຼາຍເຄົ້າຂອງຕະຫຼາດວັດທະນະທຳຈີນ. ທ່ານເວົ້າວ່າ:
ແຕ່ກ່ອນເມື່ອເວົ້າເຖິງຄີຕະສິນດັ້ງເດີມແລ້ວ, ຄົນທັງຫຼາຍລ້ວນແຕ່ເຫັນວ່າມີແຕ່ຄົນໄວກາງແລະຜູ້ເຖົ້າຜູ້ແກ່ມັກເທົ່ານັ້ນ, ປະຈຸບັນ, ຜູ້ທີ່ນິຍົມທ່ານກົວເຕີກາງນັ້ນແມ່ນຊາວໜຸ່ມເປັນຕົ້ນຕໍ. ນີ້ໄດ້ສ່ອງແສງໃຫ້ເຫັນວ່າຢູ່ໃຕ້ເງື່ອນໄຂເສດຖະກິດຕະຫຼາດ, ສະພາວະວັດທະນະທຳ, ການປະດິດແຕ່ງແລະການສະແດງວັດທະນະທຳໄດ້ສົມເຫດສົມຜົນຂຶ້ນ, ນີ້ແມ່ນປະກົດການຢ່າງໜຶ່ງ.ແຕ່ນັກຄົ້ນຄວ້າຜູ້ນີ້ກໍເຫັນວ່າ, ລາຍການຊ້ຽງເຊີງຂອງທ່ານກົວເຕີກາງໄດ້ຮັບຄວາມນິຍົມຊົມຊອບບໍ່ໄດ້ໝາຍຄວາມວ່າສິນລະປະຊ້ຽງເຊີງຂອງຈີນໄດ້ພົ້ນຈາກສະພາບຕົກຕ່ຳແລ້ວ, ເພາະວ່າຜູ້ຊົມການສະແດງຊ້ຽງເຊີງຂອງທ່ານກົວເຕີກາງຢູ່ໂຮງລະຄອນນັ້ນຍັງບໍ່ຫຼາຍປານໃດ, ການຈະເລີນຄືນໃໝ່ຂອງລາຍການຊ້ຽງເຊີງ, ຍັງຕ້ອງການນັກສະແດງຊ້ຽງເຊີງຍິ່ງຫຼາຍກາຍເປັນບຸກຄົນທີ່ໄດ້ຮັບຄວາມນິຍົມຈາກມວນຊົນຄືກັນກັບທ່ານກົວເຕີກາງ.
|
|
|