ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-15 17:31:24    
ຈີນ​ເລີ່​ມວັດ​ແທກ​ແລະ​ແຕ້ມ​ແຜນ​ທີ່​ກຳ​ແພງ​ເມືອງ​ຈີນ​ຍ່ານ​ປັກ​ກິ່ງ​ຢ່າງ​ຮອບ​ດ້ານ

cri Author: lm

ຕາມ​ຂ່າວ​ໜັງສືພິມ​ຊິນ​ຈິ່ງ​ປ້າວ​ຂອງ​ຈີນ: ຫວ່າງ​ມໍ່ໆ​ນີ້ ​ໂຄງການ​ວັດ​ແທກ​ແລະ​ແຕ້ມ​ແຜນ​ທີ່​ກຳ​ແພງ​ເມືອງ​ຈີນ​ຍ່ານ​​ປັກ​ກິ່ງ​ໄດ້​ເລີ່​ມຕົ້ນຢ່າງ ຮອບດ້ານ, ​ພາຍຫຼັງສຳ​ເລັດ​ການ​ວັດ​ແທກ​​ແລ້ວ, ຮູບ​ໂສມ​ກຳ​ແພງ​ເມືອງ​ຈີນຍ່ານປັກ​ກິ່ງຈະ​ຖືກ​​ແຕ້ມ​ເປັນ​ແຜນ​ທີ່​ເອ​ເລັກ​ໂຕຼ​ນິກ, ​ໃຫ້​ເປັນ​ຂໍ້​ມູນ​ຂ່າວສານ​​ທີ່​ມີ​ອິດ​ທິພົນ​ກວ່າ​ໝູ່​ຂອງ​ນະຄອນ​ປັກ​ກິ່ງ​ໃນ​ການ​ອະ​ນຸ​ລັກ​ກຳ​ແພງ​ເມືອງ​ຈີນ.

​ໂຄງການ​ວັດ​ແທກ​ຈະ​ໃຊ້​ພາຫະນະ​ເຕັກນິກ​ສູງ​ ​ເຊັ່ນ ຢັ່ງ​ແທກຈາກ​​ໄລຍະໄກ​ແລະ​ກຳ​ນົດ​ຈຸດ​ດ້ວຍ​ດາວ​ທຽມ​ເປັນຕົ້ນ, ຕົ້ນຕໍ​ຈະວັດ​ແທກ​ກຳ​ແພງ​ເມືອງຈີນ​ຍ່ານທີ່​ຍັງ​ບໍ່ທັນ​ໄດ້​ສ້າງ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ. ​ໂຄງການ​ດັ່ງກ່າວ​ຍັງ​ຈະ​ສ້ອມ​ແປງ​ກຳ​ແພງ​ເມືອງ​ຈີນທີ່​ຢູ່​ສອງ​ຂ້າງ​ດ່ານ​ປ່າ​ຕາຫຼິງ ​ເຊິ່ງຖື​ວ່າ​ເປັນ "ຍ່ານ​​ກຳ​ແພງ​ເມືອງຈີນ​ລະດັບ​ມິ່ງ​ເມືອງ" ຕາມ​ມາດ​ຖານ​​ໄລ​ຍະ​ທ້າຍ​ລາຊະວົງ​ໝິງ, ຄາດ​ວ່າ​ຈະ​ສຳ​ເລັດ​ການ​ວັດ​ແທກ​ໃນ​ທ້າຍປີ​ໜ້າ.