ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-15 17:34:17    
ຫາງ​ສຽງ​ຮົງ​ກົງ​ແລະ​ມາ​ກາວ​ເອົາ​ໃຈ​ໃສ່​ນຳ​ແຜນ​ກຳ​ນົດ​​ພັດ​ທະ​ນາ​ຂອງ​ຈີນ​ໃນ 5 ປີ​ຂ້າງ​ໜ້າ​ໃນ​ລະ​ດັບ​ສູງ

cri Author: lm

ຕາມ​ຂ່າວ​CRI: ວັນ​ທີ 14 ມີນາ, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ທີ່​ປັກ​ກິ່ງ. ໜັງສືພິມ​ຮົງ​ກົງ​ແລະ​ມາ​ກາວ​ສະບັບ​ວັນ​ທີ 15 ມີນາ ​ໄດ້​ເອົາ​ໃຈ​ໃສ່​​ໃນ​ລະ​ດັບ​ສູງຕໍ່​ແຜນ​ກຳນົດ​ພັດທະນາຂອງ​ຈີນ​ໃນ 5 ປີ​ຂ້າງ​ໜ້າ​​ທີ່​ຖືກ​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ເທື່ອ​ນີ້.

ບົດ​ນຳ​ໜັງສືພິມ "​ເຫ​ວິນ​ຮຸ້ຍປ້າວ" ຂອງ​ຮົງ​ກົງ​ຂຽນ​ວ່າ, ​ແຜນ​ກຳນົດ​ການ​ພັດທະ​ນາ​ໃນ 5 ປີ​ຂ້າງ​ໜ້າ​ໄດ້​ພິຈາລະນາ​ເຖິງຖານະ​ສັບພະ​ຄຸນ​ແລະ​ຄວາມ​ຕ້ອງການ​ຂອງ​ການ​ພັດທະ​ນາ​ຂອງ​ຮົງ​ກົງ​ຢ່າງ​ເຕັມທີ່. ຮົງ​ກົງ​ຄວນ​​ຄົ້ນຄວ້າ​ແຜນ​ກຳນົດ​ດັ່ງກ່າວຢ່າງ​ເອົາ​ຈິງ​ເອົາ​ຈັງ, ລົງ​ເລິກ​ຕາບ​ຈູ​ນ​ທ່າ​ແຮງ​ເຊັ່ງ​ກັນ​ແລະກັນ​ກັບ​ເຂດ​ໃນ, ສ້າງ​ໂອກາດຫຼາຍກວ່າ​ເກົ່າ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ໄດ້​ຜົນ​ປະ​ໂຫຍ​ດພ້ອມ​ກັນ, ຊຸກ​ຍູ້​ໃຫ້​ເສດຖະກິດ​ຮົງ​ກົງພັດ​ທະນາ.

ບົດ​ນຳ​ໜັງສືພິມ "ຕ້າ​ກົ່ງ​ປ້າວ" ຂອງ​ຮົງ​ກົງ​ຂຽນ​ວ່າ, ​ແຜນ​ກຳນົດ​ການ​ພັດທະນາ​ແຫ່ງ​ຊາດ​ໄດ້​ຈັດ​​ເອົາ​ເນື້ອ​ໃນ​ກ່ຽວ​ກັບ​ເຂດ​ພິ​ເສດ​ຮົງ​ກົງ​ແລະ​ມາ​ກາວ​ເຂົ້າ​ໃນ​ຫັ້ນ​ເປັນຄັ້ງ​ທຳ​ອິດ, ທັງ​ນີ້ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຕ້ອງ​ຮັກສາ​ຖານະສູນ​​ສາກົນ​ຂອງ​ຮົງ​ກົງ​ດ້ານ​ການ​ທະນາ​ຄານ ການ​​​ເດີນທະ​ເລ​ແລະ​ການ​ຄ້າ. ນີ້​ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ​ແມ່ນ​ຢືນຢັນ​ອະນາຄົດ​ຂອງ​ຮົງ​ກົງ, ຈະ​ເຊີດ​ຊູ​ກຳລັງ​ໃຈ​ຂອງຊາວ​ຮົງ​ກົງ​.

ບົດ​ນຳ​ໜັງສືພິມມາ​ກາວ​ລາຍ​ວັນ​ຂຽນ​ວ່າ, ​ແຜນ​ກຳນົດ​ການ​ພັດທະນາ​ໃນ 5 ປີ​ຂ້າງ​ໜ້າ​ໄດ້​ສະ​ແດງ​ເຖິງ​ອະນາຄົດ​ອັນ​ດີງາມ​ກວ່າ​ເກົ່າ​ໃຫ້​ແກ່​ປະຊາຊົນຈີນ, ມີ​ແຕ່​ຍຶດໝັ້ນພະຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ແລ້ວ, ​ເປົ້າໝາຍ​ໃນ​ແຜນ​ກຳນົດ​ຈຶ່ງ​ຈະ​ປະກົດ​ຜົນ​ເປັນ​ຈິງ​ໄດ້.