ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-15 18:18:11    
ກະຊວງ​ກະສິກຳ​ຈີນ​ຕິດຕາມ​ກວດ​ກາ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ໃນ​ລະດູ​ໃບ​ໄມ້​ປົ່ງ​ຢ່າງ​ຂະ​ໜາດ​ໃຫຍ່

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ​ເພື່ອ​ເຮັດ​ວຽກ​ງານ​ປ້ອງ​ກັນ​​ແລະ​ຄວບ​ຄຸມ​ໄຂ້ຫວັດ​ສັດ​ປີກ​ປະ​ເພດ​ຮ້າຍ​ແຮງ​ໃນ​ລະດູ​ໃບ​ໄມ້​ປົ່ງ​ໃຫ້​ດີ,ຫວ່າງ​ມໍ່ໆ​ນີ້, ກະຊວງ​ກະສິກຳ​ຈີນ​ໄດ້​​ແຕ່ງ​ໜ່ວຍ​ສຳ​ຫຼວດ 6 ໜ່ວຍ​ໄປ​ເຮັດ​ວຽກຕິດຕາມ​ກວດກາ​ແລະ​ຄົ້ນຄວ້າການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຢູ່ 13 ​ແຂວງ​ຈຸດ​ໜັກ, ຮັບປະກັນ​ໃຫ້​ມາດ​ຕະການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິບັດ​ຕົວ​ຈິງ.

ຕາມ​ໄດ້​ຊາບ, ໜ່ວຍ​ສຳຫຼວດ​ຈະ​ຕິດຕາມ​ກວດກາ​ວຽກງານ​ຕິດຕາມ​ຄຸ້ມ​ຄອງ​ການ​ສະ​ໜອງ ການ​ຮັກສາ​ແລະການ​ໃຊ້​ວັກ​ແຂງ​ຢູ່​ແຫ່ງ​ຕ່າງໆ, ຊີ້​ນຳ​ແຫ່ງ​ຕ່າງໆ​ບູລະນະ​ລະບົບ​ບັນ​ຊາ​ສຸກ​ເສີນ​ໃຫ້​ສົມບູນ​ຂຶ້ນຕື່ມ​ອີກ. ກ່ຽວ​ກັບ​ສະພາບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ສັດ​ປີກ​ຂອງ​ເຂດ​ອ້ອມ​ຂ້າງ​ສະຖານ​ທີ່​ນົກ​ຍ້າຍ​ແກ່ງ​ພັກ​ເຊົາ ​ເຂດ​ຊາຍ​ແດນ​ແລະ​ເຂດ​ພູ​ດອຍ​ທີ່​ຫ່າງ​ໄກ​ສອກ​ຫຼີກ​ເປັນຕົ້ນ, ໜ່ວຍ​ສຳຫຼວດຈະ​ກວດກາ​​ເປັນ​ຈຸດ​ໜັກ.