ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-15 21:09:05    
ວັດຖຸບູຮານ 272 ​ເຄື່ອງ​ຂອງ​ຫໍພິພິ​ທະ​ພັນ​ອັງ​ກິດ​ຈະ​ວາງ​ສະ​ແດງ​ຢູ່​ປັກ​ກິ່ງ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: "ງານ​ວາງສະ​ແດງ​ວັດ​ຖຸບູຮານ 250 ປີ​ແຫ່ງ​ຫໍພິພິດທະ​ພັນ​ ​ອັງ​ກິດ--ວັດຖຸ​ລ້ຳ​ເລີດ​ຂອງ​ອາລະຍະ​ທຳ​ໂລກ" ​ເຊິ່ງ​ແມ່ນ​ຫໍພິພິທະພັນ​ນະຄອນຫຼວງ​ຈີນ​ກັບ​ຫໍ​ພິ​ພິທະພັນ​ອັງກິດ​ຮ່ວມ​ກັນ​ຈັດ​ຂຶ້ນນັ້ນ​ໄດ້​ກຽມ​​ເສັດ​ສັບ​ແລ້ວ, ງານ​ວາງສະ​ແດງ​ຈະ​​ເປີດ​ສາກ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 18 ມີນາ.

ວັນ​ທີ 15 ມີນາ, ທ່ານ​ໂກ່​ສຽວ​ລິງ ຫົວໜ້າ​ຫໍພິພິທະພັນ​ນະຄອນຫຼວງຈີນ​ແນະນຳ​ວ່າ, ວັດ​ຖຸ​ບູ​ຮານ 272 ​ເຄື່ອງ​ທີ່​ຈະ​ວາງສະ​ແດງ​ໃນ​ເທື່ອ​ນີ້ ລວມທັງ​ມຸມ​ມີ​ຂອງ​ເອຢິບ ຮູບ​ສະ​ຫຼັກ​ຫີນ​ອ່ອນ​ແລະ​ເງິນຕາ​ຂອງ​ເກຼັກ​ແລະ​ລັດ​ໂຣມ ​ເຄື່ອງ​ສັງ​ເກດ​ດາວ​ບູຮານຂອງ​ສາ​ສະ​ໜາ​ອິສ​ລາມ​ເປັນ​ຕົ້ນ, ລະບົບ​ປັບ​ໃຫ້​ອຸນຫະພູມ​ແລະ​ຄວາມ​ຊຸ່ມ​ຢູ່​ໃນ​ລະດັບ​ສະ​ໝ່ຳສ​ະ​ເໝີ ​ແລະ​ລະບົບ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຫໍພິພິທະພັນ​ນະຄອນຫຼວງຈີນຈະ​ສະ​ໜອງ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ວັດຖຸບູຮານ​ເຫຼົ່ານີ້.