ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 09:09:44    
ຈັກ​ຊັກ​ເຄື່ອງ​ທີ່​ບໍ່​ຕ້ອງ​ໃສ່​ຜົງ​ຊັກ​ຟອກ​(ສຽງ)

cri Author: shuo

​​
ທຳ​ມະ​ດາ​ແລ້ວ​ວ່າ,ຈັກຊັກ​ເຄື່ອງ​ຕ້ອງ​ໃສ່​ຜົງ​ຊັກ​ຟອກ​ຈຶ່ງ​ຊັກ​ເຄື່ອງ​ໃຫ້​ສະ​ອາດ​ໄດ້.​ແຕ່​ປະຈຸ​ບັນ​ນີ້,ມີ​ຈັກຊັກ​ເຄື່ອງ​ຊະ​ນິດ​ໜຶ່ງຂາຍ​ດິບຂາຍດີ​ຢູ່​ຕະ​ຫຼາດ​ແຫ່ງ​ຕ່າງໆ​ຂອງ​ຈີນ,​ຈັກ​ຊັກ​ເຄື່ອງ​ດັ່ງ​ກ່າວ​ບໍ່​ຕ້ອງ​ໃສ່​ຜົງ​ຊັກ​ຟອກ​ກໍ​ຊັກ​ເຄື່ອງ​ໃຫ້​ສະ​ອາດ​ໄດ້.​

ຢູ່ຮ້ານ​ຂາຍ​ເຄື່ອງ​ໄຟຟ້າຮ້ານໜຶ່ງຂອງປັກ​ກິ່ງ,ນັກ​ຂ່າວ​ໄດ້​ເຫັນຈັກຊັກ​ເຄື່ອງ​ແບບ​ໃໝ່​ດັ່ງ ກ່າວ.​ເຄື່ອງ​ຈັກ​​ເຄື່ອງ​ນີ້​ຍາ​ວ60​ເຊັນ ກວ້າງ​50​ເຊັນ ສູງ​90​ເຊັນ.​ຮູບ​ນອກ​​ເປັນ​ສີ​ເງິນ​ ຝາ​ພັບ​ຢູ່​ເທີງ​ເປັນ​ສີ​ນ້ຳ​ທະ​ເລ,​ທັນ​ສະ​ໄໝ​ທີ່​ສຸດ.​ຈັກ​ຊັກ​ເຄື່ອງ​ທີ່​ງາມ​ຕາ​ເຄື່ອງ​ນີ້,ຍັງ​ມີ​ສັບ​ພະ​ຄຸນ​ທີ່​ບໍ່​ທຳ​ມະ​ດາ.

ນັກ​ຂ່າວ​ໄດ້​ເຫັນ​ວ່າ,ຜູ້​ຈຳໜ່າຍ​​ໄດ້ເອົາ​ຜ້າ​ຂົນ​ໜູ​ທີ່​ຂາວ​ສະ​ອາດ​ຜຶນ​ໜຶ່ງ​ໄປ​ຈຸບ​ສິ່ງ​​ເປິະ​ເປື້ອນ​ຕ່າງໆ ​ເຊັ່ນ​ນ້ຳ​ໂກ​ລາ ​ນ້ຳ​ຊີ​ອິວ​ແລະ​ນ້ຳ​ສົ້ມ​ເປັນ​ຕົ້ນ,​ແລ້ວ​​ເອົາ​ຜ້າ​ຂົນ​ໜູ​ຜືນ​ນີ້​ຖິ້ມ​ລົງ​ໃສ່​​ໃນ​ຈັກ​ຊັກ​ເຄື່ອງ​ທີ່​ປ່ອຍ​ນ້ຳ​ໃສ່​​ເຕັມ.​ເມື່ອ​​ໄດ້​ປັ່ນ​ໄປ​ຫຼາຍ​ນາ​ທີ​ແລ້ວ,​ຜ້າ​ຂົນ​ໜູ​ຜືນ​ນີ້​ກໍ​ສະ​ອາດ​ຄື​ເກົ່າ​ປານ​ຫຼິ້ນ​ກົນ.ທັງ​ນີ້​ແມ່ນ​ຍ້ອນ​ຫຍັງ?ບໍ່​ໃຊ້​ຜົງ​ຊັກ​ຟອກ​​ກໍ​ລ້າງ​ເຄື່ອງ​ໃຫ້​ສະ​ອາດ​ໄດ້​ຫວະ?​ຍ້ອນວ່າ​ມີ​ຂໍ້​ສົງ​ໄສ​ດັ່ງກ່າວ, ນັກ​ຂ່າວ​ໄດ້​ນຳ​ເອົາ​ບັນ​ຫາໄ​ປ​ຫາ​ກຸ່ມ​​ໄຫ​ເອີ​ຈີນ ​ເຊິ່ງ​ເປັນ​ວິ​ສາ​ຫະ​ກິດ​ທີ່​ຜະລິດ​ຈັກ​ຊັກ​ເຄື່ອງດັ່ງກ່າວ​.ທ່ານ​ຫຼູ​​ເພີ້ຍ​ຊື່ ຫົວ​ໜ້າ​ພະ​ແນກ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ຈັກ​ຊັກ​​ເຄື່ອງ​ຂອງ​ກຸ່ມດັ່ງກ່າວໄດ້​ບອກ​​ຄວາມ​ລັບ​ຂອງ​ຈັກ​ຊັກ​ເຄື່ອງ​ດັ່ງ​ກ່າວ​ໃຫ້​ນັກ​ຂ່າວ​ຊາບ​ວ່າ:​"ຈັກ​ຊັກ​ເຄື່ອງ​ຊະນິດ​ນີ້​ຕ່າງ​ກັນ​ຫຼາຍ​ກັບ​ຈັກ​ຊັກ​ເຄື່ອງ​ທຳ​ມະ​ດາ​​ໃນ​ດ້ານ​ອົງ​ປະ​ກອບ​ແລະ​ຫຼັກ​ມູນ.​ເຄື່ອງ​ອາ​ໄຫຼ່​ແກນ​ກາງ​ຂອງ​ຈັກ​ຊັກ​ເຄື່ອງ​ຊະນິດ​ນີ້​ແມ່ນ​ຮາງ​ແຍກ​ທາດ​ດ້ວຍ​ໄຟຟ້າ."

ທ່ານຫຼູ​ເພີ້​ຍຊື່​ອະ​ທິບາຍ​ວ່າ,​ເມື່ອມີ​ຮາງ​ແຍກ​ທາດ​ດ້ວຍ​ໄຟຟ້າ​ແລ້ວ,ນ້ຳປະປາ​ກໍ​ຈະ​ຖືກ​ແຍກ​ທາດ​ເປັນ​ນ້ຳ​ທາດ​ດັ່ງອ່ອນໆ,ສ່ວນສິ່ງ​​ເປິ​ະເປື້ອນ​ທີ່​ຕິດ​ຢູ່​ຕາມ​ເສື້ອ​ຜ້າ,ສ່ວນ​ຫຼາຍ​ເປັນ​ທາດ​ກົດ​​ອ່ອນໆ,​ເມື່ອ​ທາດ​ດັ່ງກັບ​ພົບ​ກັບ​ທາດ​ກົດຈະ​ເກີດ​ປະຕິ​ກິລິຍາ​ເຄມີ,​​ສິ່ງ​​ເປິະ​ເປື້ອນຕາມ​ເສື້ອ​ຜ້າ​ກໍ​ຖືກ​ແຍກ​ອອກ,​​ເສື້ອ​ຜ້າ​ກໍ​ສະອາດ​ໂລດ."

ກຸ່ມ​ໄຫ​ເອີຜະລິດຈັກຊັກ​ເຄື່ອງ​ທີ່​ບໍ່​ຕ້ອງ​ໃສ່​ຜົງ​ຊັກ​ຟອກຊະນິດ​ນີ້​ສຳຄັນ​ແມ່ນ​ອີງ​ໃສ່​ທັດສະ ນະ​ຄະຕິ​ທີ່​ຮັກສາສຸຂະພາບຂອງ​ຜູ້​ໃຊ້​ແລະອະນຸລັກ​ສິ່ງ​ແວດ​ລ້ອມ".​​ໃຜໆ​ກໍ​ຮູ້​ວ່າ,​ໃນ​ຜົງ​ຊັກ​ຟອກ​ມີ​ວັດຖຸ​ເຄມີ​ຢ່າງ​ຫຼວງຫຼາຍ,ຖ້າວັດຖຸ​ເຫຼົ່ານີ້​ຕິດ​ຄ້າງຢູ່​ຕາມ​ເຄື່ອງນຸ່ງກໍ​ຈະກະຕຸກ​ຜິວ ໜັງ​ຂອງ​ຄົນ,​ແລ້ວ​ພາ​ໃຫ້​ຜິວ​​ແຫ້ງ​ແລະຄັນ​ເປັນຕົ້ນ.ບໍ່ພຽງ​ແຕ່​ທໍ່ນີ້,ນ້ຳ​​ໂສ​ໂຄກທີ່​ເກີດຈາກ​ການໃຊ້ຜົງ​ຊັກ​ຟອກຈະ​ເຊື່ອມ​ພິດສິ່ງ​ແວດ​ລ້ອມ.

​ເພື່ອຄົ້ນຄວ້າ​ຜະລິດ​ຈັກຊັກ​ເຄື່ອງ​ທີ່​ບໍ່​ຕ້ອງ​ໃຊ້​ຜົງ​ຊັກ​ຟອກ,ກຸ່ມ​ໄຫ​ເອີ​ໄດ້​ຈັດຕັ້ງຄະນະ​ປະ ດິດ​ສ້າງ​ທີ່​ປະ​ກອບ​ດ້ວຍ​8ພະ​ແນ​ກ ​ເຊັ່ນ​ພະ​ແນ​ກບຸກ​ເບີກ​ຕະ​ຫຼາດ,​ສູນ​ຄົ້ນ​ຄວ້າ​ພັດ​ທະ​ນາ,​ການ​ບໍ​ລິ​ການ​ຫຼັງ​ການ​ຈຳ​ໜ່າຍ​ແລະ​ສິດ​ຊັບ​ສິນ​ທາງ​ປັນຍາ​ເປັນ​ຕົ້ນ.​ເມື່ອ​ໄດ້​ທຳ​ຄວາມ​ພະ ຍາ​ຍາມ​ສີ່​ປີ​ແລ້ວ,​ໄດ້​ຜະ​ລິດ​ຈັກ​ຊັກ​ເຄື່ອງ​ທີ່​ບໍ່​ຕ້ອງ​ໃຊ້​ຜົງ​ຊັກ​ຟອກ​ດັ່ງ​ກ່າວ.​ຈັກ​ຊັກ​ເຄື່ອງ​ຊະ​ນິດ​ນີ້​ມີ​ສິດ​ທິ​ບັດ​ເຕັກ​ນິກ​32ລາຍ,​ເມື່ອ​ສູນ​ຕິດ​ຕາມ​ກວດ​ສອບ​ຄຸນ​ນະ​ພາບ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ແຫ່ງ​ຊາດ​ຈີນ​ກວດ​ສອບ​ແລ້ວ​ເຫັນ​ວ່າ,​ໃຕ້​ສະ​ພາບ​​ທີ່​ບໍ່​​​ໃຊ້​ຢາ​ຊັກ​ຟອກ,​ອັດ​ຕາ​ຊັກ​ເຄື່ອງ​ໃຫ້​ສະ​ອາດ​ໄດ້​ບັນ​ລຸ​0,875,​ສູງ​ກວ່າ​ຈັກ​ຊັກ​ເຄື່ອງ​ທຳ​ມະ​ດາ​25%.

ຍ້ອນ​ມີ​ສັບ​ພະ​ຄຸນ​ເຕັກ​ນິກ​ອັນ​ດີ​ງາມ,​ໃນ​ຕົ້ນ​ປີ​ນີ້,​ຈັກ​ຊັກ​ເຄື່ອງ​ຊະນິດ​ນີ້​ໄດ້​ຮັບ​ລາງ​ວັນ​ ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ລະ​ດັບ​ຊາດ​ຂອງ​ຈີນ,​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ຊະ​ນິດ​ໜຶ່ງ​ຊະ​ນິດ​ດຽວ​ທີ່​ໄດ້​ຮັບ​ລາງ​ວັນ​ດັ່ງ​ກ່າວ​ໃນ​ຂະ​ແໜງ​ເຄື່ອງ​ໄຟ​ຟ້າ​ໃຊ້​ໃນ​ເຮືອນ​ຂອງ​ຈີນ.​ແຕ່​​ເລີ່​ມນຳ​ອອກ​ຈຳ​ໜ່າຍ​ໃນ​ຕະ​ຫຼາດ​ເມື່ອ​ປີ​2005​ເປັນ​ຕົ້ນ​ມາ,​ຈັກ​ຊັກ​ເຄື່ອງ​ຊະ​ນິດ​ນີ້​ໄດ້​ກາຍເປັນ​ຜະ​ລິດ​ຕະ​ພັນ​ທີ່​ຂາຍດິບ​ຂາຍ​ດີ​ໃນ​ຕະຫຼາດ​ຢ່າງ​ວ່ອງ​ໄວ.

ທ່ານ​ຢາງ​ຊິ່ງລີ​ນພວມ​ເລືອກ​ຊື້ຈັກຊັກ​ເຄື່ອງ​ໃນ​ຮ້ານ​ຂາຍ​ເຄື່ອງ​ໄຟຟ້າ​ຮ້ານ​ນີ້,​ເມື່ອ​​ໄດ້​ຟັງ​ຄຳ​ແນະນຳ​ອັນລະອຽດຂອງ​ຜູ້​ຂາຍ,​ແລະ​ເຫັນ​ຜົນ​ການ​ໃຊ້ເຄື່ອງຢູ່​ກັບ​ບ່ອນ​ແລ້ວ,ທ່ານຕົກ ລົງ​​ໂລດ​ວ່າ​ຈະຊື້​ຈັກຊັກ​ເຄື່ອງ​​ຊະນິດ​ນີ້​.

"ຈັກຊັກ​ເຄື່ອງ​ຊະ​ນິດ​ນີ້​ດີ​ສົມຄວນ,ດ້ານ​ໜຶ່ງ​ເວົ້າສຳລັບ​ພວກ​ເຮົາ​ແລ້ວ,ປະຢັດ​​ເງິນ,ບໍ່​ຕ້ອງ​ຊື້​ຜົງ​ຊັກ​ຟອກ,​ເວົ້າ​ໃນ​ພາກສ່ວນ​ໃຫຍ່​​ແລ້ວ,​ກໍ​ມີ​ຜົນ​ດີ​ຕໍ່​ການ​ອະນຸລັກ​ສິ່ງ​ແວດລ້ອມ​ຂອງ​ບ້ານ​ເມືອງ."

ທ່ານ​ຈ່າງ​ຢາງ​ຫາ​ກໍ່​ສ້າງ​ຄອບຄົວ,ທ່ານ​ໄດ້​ຊື້​ຈັກຊັກ​ເຄື່ອງ​ຊະນິດ​ນີ້​​ເມື່ອ​ໃຊ້​ເດືອນ​ປາຍ​ແລ້ວ,​ປັດ​ຈຸ​ບັນ​ທ່ານ​ຮູ້ສຶກ​ເພີ່ງ​ພໍ​ໃຈ​ຫຼາຍຕໍ່​ຈັກຊັກ​ເຄື່ອງ​ຊະນິດ​ນີ້,ທ່ານ​ເວົ້າວ່າ:"​ໃນ​ຫົວທີ​ຂ້ອຍ​ຍັງ​ລັ່ງ​ເລ​ໃຈ​ຢູ່ວ່າ​,ຈັກຊັກ​ເຄື່ອງ​ຊະນິດ​ນີ້​ມັນ​ຈະ​ດີ​ຄື​​ການ​ໂຄສະນາ​ຫຼື​ບໍ່?​ພາຍ​ຫຼັງ​ມາ,​ມີ​ໝູ່​ສະ​ເໜີ​ໃຫ້​ຊື້,​ຂ້ອຍ​ກໍ​ຊື້​ເຄື່ອງ​ໜຶ່ງ,​ເມື່ອ​ໃຊ້​​ໄດ້​ເດືອນ​ປາຍ​ແລ້ວ,​ດຽວ​ນີ້​​ຮູ້​ສຶກ​ວ່າ​ດີ​ພໍ​ສົມ​ຄວນ.​ເຖິງ​ວ່າ​ບໍ່​ໄດ້​ໃຊ້​ຜົງ​ຊັກ​ຟອກ,​ແຕ່​ຍັງຊັກ​ເຄື່ອງ​​ໄດ້​ສະ​ອາດ​ທີ່​ສຸດ.​ຍ້ອນ​ວ່າ​ບໍ່​ມີ​ວັດ​ຖຸ​ເຄ​ມີ​ທີ່​ມີ​ຜົນ​ຮ້າຍ,​ສະ​ນັ້ນ,​ເຄື່ອງນຸ່ງ​ຊັ້ນ​ໃນ​​ກໍ​ຊັກ​ດ້ວຍ​ຈັກ​ຊັກ​ເຄື່ອງ​ຊະນິດ​ນີ້​ໄດ້."

ຄຽງ​ຄູ່​ກັບ​ການ​​ເຜີຍ​ແຜ່​​ຄວາມ​ຮູ້​​​ວິທະຍາສາດເຕັກນິກໃໝ່,ປະຈຸ​ບັນ​ນີ້,ຄົນ​ທັງຫຼາຍກໍ​ໄດ້ ຄ່ອຍໆ​ເຂົ້າ​ໃຈ​ແລະ​ຮັບ​​ເອົາ​ທັດສະນະ​ຄະຕິໃໝ່​ທີ່​ບໍ່​ໃຊ້​ຜົງ​ຊັກ​ຟອກ​ກໍຊັກເຄື່ອງ​ໃຫ້​ສະ​ອາດ​ໄດ້.​ແຕ່​ວ່າ​ລາຄາ​ແພງ​ກວ່າ​ຈັກຊັກ​ເຄື່ອງ​ທຳ​ມະ​ດາ​ປະມານ​ເທົ່າໜຶ່ງ,ຈຶ່ງ​ເຮັດ​ໃຫ້​ຜູ້​ຊື້​ຫຼາຍ ຄົນ​ບໍ່​ກ້າ​ຊື້.

ແຕ່​ວ່າ,ນາງ​ວາງອ້ຽນຝ່າ​ງທີ່​ໄດ້​ໃຊ້​ຈັກຊັກ​ເຄື່ອງ​ຊະນິດ​ນີ້ພັດ​ຄິດ​ໄລ່​​ແບບ​ຕ່າງ​ຫາກ,​ຄື ຈັກ ຊັກ​ເຄື່ອງ​ຊະນິດ​ນີ້​ປະ​ຢັດ​ເງິນ​ຊື້​ຜົງ​ຊັກ​ຟອກ,​ແລະຍ້ອນ​ບໍ່​ຕ້ອງ​ໄລ່​ຫຼາຍ​ເທື່ອ,​ຈຶ່ງ​ປະ​ຢັດ​ຄ່າ​ນ້ຳ​ແລະ​ຄ່າ​ໄຟ​ຟ້າ​ນຳ​ໄດ້​ອີກ.

"ເຖິງ​ວ່າ​ລາຄາ​ຂອງ​ມັນ​ຢາກແພງ​ແດ່,​ແຕ່ຫຼັງຈາກ​ຊື້​ແລ້ວ,​ຕົ້ນ​ທຶນ​​ໃນ​ການ​ໃຊ້​ພັດ​ຕ່ຳ​ລົງ,​ໃຊ້​ນ້ຳ​ໜ້ອຍ​ກວ່າ,ບໍ່​ຕ້ອງ​ຊື້​ຢາ​ຊັກ​ຟອກ,ທໍ່​ກັບ​ວ່າ​ລົງ​ທຶນ​ເທື່ອ​ດຽວກໍ​ພໍ​ແລ້ວ."

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ພໍ່ຄ້າຈຳໜ່າຍຂອງ​10ກວ່າ​ປະ​ເທດ​ເຊັ່ນ​ອາ​ເມ​ລິ​ກາ ນູ​ແວນ​ເຊ​ລັງ ຍີ່ ປຸ່ນ ປາ​ກີ​ສະຖານ​ແລະ​ອິນ​ເດຍ​ເປັນຕົ້ນ​ໄດ້​ພາ​ກັນ​ເຊັນ​ຂໍ້​ຜູກ​ພັນ​ກັບ​ກຸ່ມ​ໄຫ​ເອີ,​ເພື່ອ​ຈອງ​ຊື້​ຈັກ​ຊັກ​ເຄື່ອງ​ຊະ​ນິດ​ນີ້,​ຜູ້​ຕາງ​ໜ້າ​ບໍ​ລິ​ສັດ​ຈຳ​ໜ່າຍ​ຂອງ​ສີ່​ປະ​ເທດ ຄື ມາ​ເລ​ເຊຍ ​ໄທ ສິງ​ກະ​ໂປ​ແລະ​ອິນ​ໂດ​ເນ​ເຊຍ​ໄດ້​ຊື້​ຂາດ​ສິດ​ຈຳ​ໜ່າຍ​ຈັກ​ຊັກ​ເຄື່ອງ​ຊະ​ນິດ​ນີ້​ແຕ່​ຝ່າຍ​ດຽວ​4​ໝື່ນ​ເຄື່ອງ​ຢູ່​ທ້ອງ​ຖິ່ນ​ດັ່ງ​ກ່າວ​ນຳ​ກຸ່ມ​ໄຫ​​ເອີ.​ໃນ​ອະ​ນາ​ຄົດ​ທີ່​ບໍ່​ດົນ​ປານ​ໃດ,​ຈັກ​ຊັກ​ເຄື່ອງ​ຊະ​ນິດ​ນີ້​ຈະ​ປະກົດ​ຕົວ​ຢູ່​ຕະ​ຫຼາດ​ຕ່າງ​ປະ​ເທດ,​ຮັບ​ໃຊ້​ຜູ້​ບໍລິ​ໂພກ​ຫຼາຍ​ກວ່າ​ເກົ່າ.