ປະທານສະພາອົງຄະມົນຕີໄທຮຽກຮ້ອງບັນດາຝ່າຍເຈລະຈາກັນແກ້ໄຂຄວາມເຫັນຂັດກັນທາງການເມືອງ
cri
Author: sayvanny
ວິທະຍຸສາກົນແຫ່ງປະເທດຈີນລາຍງານວ່າ: ວັນທີ 15 ມີນາ ທ່ານເປຼມ.ຕິນສຸລານົນ ປະທານສະພາອົງຄະມົນຕີໄທໄດ້ຮຽກຮ້ອງບັນດາຝ່າຍຂອງໄທຖືຜົນປະໂຫຍດຂອງປະເທດແລະຂອງປະຊາຊົນເປັນສຳຄັນ, ເຈ ລະຈາແກ້ໄຂຄວາມເຫັນຂັດກັນທາງການເມືອງ.ສື່ມວນຊົນໄທເຫັນວ່າ, ນີ້ແມ່ນພະບໍລົມມະວົງສານຸວົງໄທສະແດງທ່າທີຕໍ່ວິກິດການການເມືອງໃນປະຈຸບັນເປັນຄັ້ງທຳອິດ.
ຂ່າວສານໄທລາຍງານວ່າ,ມື້ດຽວກັນ, ທ່ານເປຼມໃຫ້ສຳພາດຕໍ່ນັກຂ່າວວ່າ, ທ່ານເຊື່ອວ່າບັນດາພັກການເມືອງແລະຝ່າຍຕ່າງໆທີ່ກ່ຽວພັນກັບວິກິດການການເມືອງຂອງໄທສາມາດແກ້ໄຂຄວາມເຫັນຂັດກັນທາງການເມືອງຢ່າງມີສະຕິສຳປະຊັນຍະ, ບໍ່ເຮັດເລື່ອງທີ່ເປັນຜົນຮ້າຍຕໍ່ປະເທດແລະປະ ຊາຊົນ. ພ້ອມກັນນັ້ນ, ທ່ານກ່າວວ່າ,ຫວັງໃຫ້ບັນດາຝ່າຍເຈລະຈາກັນແກ້ໄຂບັນຫາ, ສິ້ນສຸດວິກິດການການເມືອງ.
|
|