ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 10:22:49    
ສື່​ມວນ​ຊົນ​ແລະ​ນັກ​ປາດ​ຕ່າງ​ປະ​ເທດ​​ຕີ​ລາ​ຄາ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ

cri Author: sayvanny
ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ຫວ່າງ​ມໍ່ໆ​ນີ້, ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ໄດ້​ອັດ​ລົງ​ແລ້ວ,​ ​ສື່​ມວນ​ຊົນ​ແລະ​ນັກປາດ​ຕ່າງ​ປະ​ເທດ​ສຸດ​ທິ​ເອົາ​ໃຈ​ໃສ່​ນຳ,​ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາ​ຊົນ​ນະ​ບົດ ບັນ​ຫາ​ໄຕ້​ຫວັນ​ແລະ​ແຜນ​ພັດ​ທະ​ນາ​ຫ້າ​ປີ​ຄັ້ງ​ທີ 11 ທີ່​ກ່າວ​ໃນ​ກອງ​ປະ​ຊຸມ​ສອງ​ສະ​ພາ​ນັ້ນ​ໄດ້​ເຮັດ​ໃຫ້​ມີ​ສຽງ​ສະ​ທ້ອນ​ຢ່າງ​ຟົດ​ຟື້ນ​ແລະ​ຕີ​ລາ​ຄາ​ຢ່າງ​ຕັ້ງ​ຫນ້າ.

ຫນັງສືພິມ​ລຽນ​ເຫີ​ຈາວ​ປາວ​ຂອງ​ສິງກະ​ໂປ​ສະບັບ​ວັນ​ທີ 15 ມີນາ​ໄດ້​ພິມ​ບົດ​ນຳ​ຂຽນ​ວ່າ, ​ແຜນການ​ຫ້າ​ປີ​ຄັ້ງທີ 11 ທີ່​​ໄດ້​ຜ່ານ​ໃນກອງ​ປະຊຸມ​ສະພາ​ປະຊາຊົນ​ແຫ່ງ​ຊາດສະ​ແດງ​ໃຫ້​ເຫັນ​ວ່າ​ພັດທະນາ​ທັດ​ວິ​ທະ​ຍະ​ສາດ​ໄດ້​ກາຍ​ເປັນ​ຫລັກ​ການ​ຊີ້​ນຳ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ຈີນ​​ຕໍ່​ໄປ​ພາຍ​ຫນ້າ​ຢ່າງ​ເປັນ​ທາງ​ການ.ທິດ​ພັດ​ທະ​ນາ​ຂອງ​ຈີນ​ໃນ​ຫ້າ​ປີ​ພາຍ​ຫນ້າ​ນີ້​ແມ່ນ​ຊັດ​ແຈ້ງ.

ຫນັງ​ສື​ພິມ​ຮວາ​ຊາງ​ຢື້​ປາວ​ຂອງ​ກຳ​ປູ​ເຈຍ​ສະ​ບັບ​ວັນ​ທີ 15 ມີນາ​ໄດ້​ພິມ​ບົດ​ວິຈານ​ຂຽນ​ວ່າ, ​ໃນກອງ​ປະ​ຊຸມ​ສອງ​ສະພາ​ປີ​ນີ້​ຫົວ​ຂໍ້​ທີ່​ຖື​ຄົນ​ເປັນ​ຫລັກ, ​ແລະ​ສ້າງ​ສັງ​ຄົມ​ທີ່​ກົມ​ກຽວ​ກັນ​ແມ່ນ​ຫົວ​ຂໍ້​ທີ່ພົ້ນ​ເດັ່ນ.

ວັນ​ທີ 15 ມີນາ ສື່​ມວນ​ຊົນ​ປາ​ກິ​ສະ​ຖານ​ໄດ້​ລາຍ​ງານ​ເນື້ອ​ໃນ​ທີ່​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເວີນ​ເຈຍ​ປາວ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ໃນ​ງານ​ໃຫ້​ສຳພາດ​ຂ່າວ​ຂອງ​ກອງ​ປະຊຸມ​ສະ​ພາ​ຜູ່​ແທນະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຄັ້ງທີ 4 ສະ​ໄຫມ​ທີ 10.ສື່​ມວນ​ຊົນ​ປາ​ກິ​ສະຖານ​ໄດ້​ລາຍ​ງານ​​ເປັນ​ພິ​ເສດ​ກ່ຽວ​ກັບ​ທ່ານ​ເວີນ​ເຈຍ​ປາວ​ກ່າວ​ເຕືອນ​ຢ່າງ​ສຽບ​ຂາດ​ຕໍ່​ໄຕ້​ຫວັນທີ່​ຈະ​ແຍກ​ອອກ​ເປັນ​ເອ​ກະ​ລາດ​.