ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 11:33:42    
ທ່ານ​ຈ່າງ​ອີ້​ຊ່ານ​ກ່າວ​ເນັ້ນ​ວ່າ​ສະ​ພາ​ສິດ​ທິ​ມະ​ນຸດ​ຄວນ​ຫຼີກ​ເວັ້ນ​ບໍ່​ໃຫ້​ຊ້ຳຮ​ອຍ​ເກົ່າ​ຂອງ​ຄະ​ນະ​ກຳ​ມາ​ທິ​ການ​ສິດ​ທິ​ມະ​ນຸດ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ດ້ານ​ການ​ເມືອງ

cri Author: min
ຕາມ​ຂ່າວCRI: ​ຫຼັງຈາກ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 60 ​ໄດ້​ຜ່ານ​ມະຕິ​ສ້າງ​ຕັ້ງ​ສະພາສິດທິ​ມະນຸດ​ແລ້ວ, ວັນ​ທີ 15 ມີນາ, ທ່ານ​ຈ່າງ​ອີ້​ຊ່ານ ຮອງ​ຜູ້​ແທນ​ຈີນ​ປະຈຳ​ສະຫະ​ປະຊາ​ຊາດໄດ້ກ່າວຄຳ​ປາ​ໄສ​ຊີ້​ອອກ​ວ່າ, ຫວັງ​ໃຫ້​ສະພາ​ສິດທິ​ມະນຸດ​ສາມາດ​​ເສີມ​ຂະຫຍາຍ​ບົດບາດ​ທີ່​ເທົ່າ​ຄວນ​ຂອງຕົນ, ຊຸກ​ຍູ້​ສິດ​ທິ​ມະນຸດ​ແລະ​ເສລີ​ພາບພື້ນ​ຖານ​ຂອງ​ໝົດ​ທຸກ​ຄົນ​ຢ່າງ​ບັງ​ເກີດ​ຜົນ​ຕື່ມອີກໃນ​ຂອບ​ເຂດ​ທົ່ວ​ໂລກ, ​ຫຼີກ​ເວັ້ນບໍ່​ໃຫ້​ຊ້ຳຮອຍ​ເກົ່າ​ຂອງ​ຄະນະ​ກຳມາ​ທິການ​ສິດທິ​ມະນຸດທີ່​ເປັນປໍ​ລະ​ປັກ​ກັນ​ດ້ານ​ການ​ເມືອງ​ຂອງ​.

ທ່ານ​ຈ່າງ​ອີ້​ຊ່ານ​​ເວົ້າ​ວ່າ, ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ຜ່ານ​ຮັບຮອງ​ມະຕິ​ດັ່ງກ່າວ​ແມ່ນ​ວາລະ​ອັນ​ເປັນປະ​ຫວັດ​ການ. ມະຕິ​ບໍ່ພ​ຽງ​ໄດ້​ກ່າວ​ລື້ມ​ຫຼັກ​ການ​ສິດທິ​ມະນຸດ​ອັນ​ສຳຄັນ​ເທົ່າ​ນັ້ນ, ຍັງ​ໄດ້​ກ່າວ​ເຖິງ​ການ​ແກ້​ໄຂ​ບັນຫາ​ສິດທິ​ມະ​ນຸດ​ດ້ວຍ​ວິທີ​ທ່ຽງ​ທຳ​ແລະ​ບໍ່​ແມ່ນຄັດ​ເລືອກ​ເອົາ​ຕັ້ງ​ຫຼາຍ​ເທື່ອ, ຫຼີກ​ເວັ້ນບໍ່​ໃຫ້​ເປັນ​ສອງມາດ​ຖານ​ແລະ​ການ​ກາຍ​ເປັນ​ການ​ເມື​ອງ, ຊຸກ​ຍູ້​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ທີ່​ມີ​ລັກ​ສະນະ​ສ້າງສັນ​ໃນ​ຂົງ​ເຂດ​ສິດທິ​ມະນຸດ. ຝ່າຍ​ຈີນ​ເຫັນ​ວ່າ, ຫຼັກການ​ເຫຼົ່ານີ້​ຄວນ​ກາຍ​ເປັນ​ເຂັມທິດ​ຊີ້​ນຳ​ວຽງ​ງານ​ສະພາ​ສິດທິ​ມະນຸດ​ໃນ​ອະນາຄົດ, ​ເພື່ອຫຼີກ​ເວັ້ນ​ບໍ່​ໃຫ້​ຊ້ຳຮ​ອຍ​ເກົ່າ​ຂອງ​ຄະນະ​ກຳມາ​ທິການ​ສິດທິ​ມະນຸດ ທີ່​ເປັນປໍ​ລະ​ປັກ​ກັນ​ດ້ານ​ການ​ເມືອງ​.