ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 16:43:19    
ຂົວ​ອາ​ກາດ​060315(ສຽງ)

cri

ຊົມ​ເຊີນ​ທ່ານຮັບ​ຟັງ​ລາຍ​ການ"ຂົວ​ອາກາດ".ນັບ​ແຕ່​ວິ​ທະ​ຍຸcriພວກ​ເຮົາ​ຈັດ​ລາຍການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ--​ເກາະ​ປະ​ເສີດ​ຂອງ​ຈີນ​ເປັນ​ຕົ້ນ​ມາ,ພວກ​​ເຮົາ​ໄດ້ຮັບ​ຈົດໝາຍ​​ແລະ​​ໃບ​ຕອບ​​​ເສັງຄວາມ​ຮູ້​ຈາກ​ທ່ານ​ຜູ້​ຟັງ​ຈຳນວນ​ຫຼວງ​ຫຼາຍ​,ບັນດາ​ເພື່ອນ​ມິດ​ຜູ້​ຟັງບໍ່ພ​ຽງ​ແຕ່​ໄດ້​ຕອບ​ຄຳ​ຖາມ​ໃນ​ລາຍການ​ເສັງ​ຄວາມ​ຮູ້ທໍ່​ນັ້ນ,ບາງ​ທ່ານ​ຍັງໄດ້​ສະ​ເໜີ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຕົນ​ກ່ຽວ​ກັບ​ໄຕ້​ຫວັນ,ນະ​ທີ່​ນີ້,ຂ້າພະ​ເຈົ້າ​ຂໍ​ຕາງໜ້າ​ພະນັກ​ງານ​ທັງ​ຫຼາຍ​ໃນ​ພາກ​ພາສາ​ລາວສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ບັນດາ​ທ່ານ,ຂອບ​ໃຈ​ບັນດາ​ທ່ານໄດ້​ເອົາ​ໃຈ​ໃສ່​ນຳ​ລາຍການ​ຂອງ​ພວກ​ເຮົາ​​ໂດຍ​ຕະ​ຫຼອດ,​ແລະ​ຂອບ​ໃຈ​ບັນດາ​ທ່ານທີ່​​ເຂົ້າ​ຮ່ວມລາຍ​ການ​ເສັງ​ຄວາ​ມຮູ້​ຂອງ​ພວກ​​ເຮົາ​ຢ່າງ​ຫ້າວ​ຫັນ,ພ້ອມ​ນີ້ພວກ​ເຮົາ​ກໍຫວັງ​ໃຫ້​​ທ່ານ​ທັງ​ຫຼາຍ​ສະໜັບ​ສະໜູນ​ລາຍການ​ຂອງ​ພວກ​ເຮົາຄື​ແຕ່​ເກົ່າ​ເມືອ​ຫຼັງ.ລາຍ​ຊື່ຂອງ​ທ່ານ​ຜູ້​ຟັງ​ທີ່ຈະ​​ໄດ້​ຮັບ​ລາງວັນ​ໃນ​ການ​ເສັງ​ຄວາມ​ຮູ້​​ເທື່ອ​ນີ້ພວກ​ເຮົາ​ຈະ​ແຈ້ງ​ໃຫ້​ຊາບ​ໃນ​​ໄວໆນີ້,​​ຂໍ​ໃຫ້​ທ່ານ​​ຈົ່ງເອົາ​ໃຈ​ໃສ່​ຕິດ​ຕາມ,​ແລະ​ຂໍ​ໃຫ້​ທ່ານຈົ່ງ​ໂຊກ​ດີ.​ສຳລັບ​ລາຍ​ການ​ມື້​ນີ້,ພວກ​ເຮົາ​​ໄດ້​ຈັດ​ເພງ​ມ່ວນໆ​ເພັງ​ໜຶ່ງ​ສູ່​ຟັງ,​ເພັງ​ນີ້​​ຊື່ວ່າ"ຊີງ​ຫຼາງ"​ແປ​ວ່າ ທ້ອງ​ຟ້າ​​ປອດ​ໂປ່​ງ,ພວກ​ເຮົາ​ຂໍ​ສົ່ງຄວາມ​ຂອບ​ອົກ​ຂອບ​​ໃຈ​ຂອງ​ພວກ​ເຮົາ​​ໄປ​ນຳ​ສຽງ​ເພງ,ຂໍໃຫ້​ທ້ອງ​ຟ້າ​​ໃນ​​ໃຈ​ຂອງ​ທ່ານ​ຈົ່ງ​ປອດ​ໂປ່​ງຕະຫຼອດ​ໄປ