ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 18:14:09    
ທ່ານ​ອາ​ບາສ​ກ່າວ​ປະ​ນາມ​ຝ່າຍ​ອິສ​ຣາ​ແອນ​ໂຈມ​ຕີ​ຄຸກ​ເຈຣີ​ໂຄ

cri

ຕາມ​ຂ່າວcri:ວັນ​ທີ15 ມີນາ,ທ່ານ​ອາ​ບາສ ປະ​ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນກ່າວ​ປະນາມຢ່າງ​ຮຸນ​ແຮງຕໍ່​ການ​ກະທຳຂອງ​ກອງ​ທະຫານ​ອິສຣາ​ແອນ​ທີ່​ເຂົ້າ​ລ່ວງ​ລ້ຳຄຸກ​ເຈຣີ​ໂຄ​ໃນ​ວັນ​ທີ14 ມີນາ.ທ່ານ​ກ່າວ​ວ່າ,ການ​ໂຈມ​ຕີ​ຂອງ​ອິສຣາ​ແອນ​ແມ່ນ"​ໂທດ​ທີ່ອະ​ໄພ​ບໍ່​ໄດ້".​ໃນ​ຂະນະ​ດຽວ​ກັນ,ທ່ານ​ຮຽກຮ້ອງ​ມວນ​ຊົນ​ຮັກສາ​ຄວາມອົດ​ກັ້ນ​ແລະ​ສະຕິ​ສຳ​ປະຊັນ​ຍະ,ຢ່າ​ຍ້າຍ​ອາລົມ​ຄຽດ​ແຄ້ນ​​ໄປ​ໃສ່ອົງການ​ຕ່າງປະ​ເທດ​ແລະ​ຄົນ​ຕ່າງປະ​ເທດ​ທີ່​ປະຈຳ​ປາ​ເລັສຕິນ.

ມື້​ດຽວ​ກັນ,ຝ່າຍ​ອິສຣາ​ແອນ​ກ່າວ​ວ່າ,ຄົນ​ປາ​ເລັສຕິ6ຄົນທີ່​ກອງ​ທະຫານ​ອິສຣາ​ແອນ​ຈັບ​ຈະ​ຖືກ​ຕັດສິນ​ຢູ່​ອິສຣາ​ແອນ.

ຕໍ່​ສະພາບ​ການ​ອັນເຄັ່ງ​ຕຶງ​ທີ່​ເກີດຂຶ້ນຢູ່​ລະຫວ່າງ​ສອງ​ຝ່າຍ,ຝ່າຍທີ່​ກ່ຽວ​ຂ້ອງກັບ​ບັນຫາ​ຕາ​ເວັນ​ອອກ​ກາງຄື​ສະຫະພາບ​ເອີ​ລົບ,ຣັດ​ເຊຍ​ເປັນຕົ້ນລ້ວນ​ແຕ່​ຮຽກຮ້ອງ​ທັງສອງ​ຝ່າຍຈົ່ງ​ຮັກສາ​ຄວາມອົດ​ກັ້ນ,​ພະຍາຍາມຟື້ນ​ຟູ​ສະຖານະການ​ປາ​ເລັສຕິນອິສຣາ​ແອນ​ເປັນປົກກະຕິພາຍ​ໃນ​ຂອບ​ສີ່​ຝ່າຍ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ.