ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 18:38:57    
[ຫຼີສຶໝິນ]

cri Author: lm

ໃນ​ສະ​ໄໝສັກດິນາ​, ຖ້າ​ເຈົ້າຈັກກະພັດ​ອົງ​ໃດ​ສາມາດ​ຮັບ​ເອົາ​ຂໍ້​ສະ​ເໜີ​ຂອງ​ລູກ​ນ້ອງ​ຢ່າງ​ມີຫົວ​ກ້າວໜ້າ ສາມາດ​ຄຳນຶງ​ເຖິງ​ຄວາມທຸກ​ສຸກ​ຂອງສາມັນ​ຊົນ ຫຼຸດຜ່ອນ​ສ່ວຍ​ສາ​ອາ​ກອນ, ເຈົ້າ​ຈັກ​ກະພັດ​ອົງ​ນັ້ນກໍ່​ຈະຖືກຖື​ເປັນ​ຮ້ອງ​ເຕ້ທີ່​ດີ. ຖ້າ​ພະ​ອົງ​ຍັງ​ໄດ້​ສ້າງ​ຄຸນງາມ​ຄວາມ​ດີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນຫຼາຍຂົງ​ເຂດ, ພະ​ອົງ​ນັ້ນກໍ່​ຈະ​ຖືກ​ຖື​ເປັນ​ຮ້ອງ​ເຕ້ທີ່​ຍິ່ງ​ໃຫຍ່. ​ເຈົ້າ​ຈັກ​ກະ​ພັດ​ຫຼີສຶໝິນ​ໃນ​ປະຫວັດສາດ​ຈີນ​ກໍ່​ແມ່ນ​ຮ້ອງ​ເຕ້ຍິ່ງ​ໃຫຍ່ອົງ​ໜຶ່ງ​​.

ຫຼີສຶໝິນ​ແມ່ນ​ຮ້ອງ​ເຕ້ອົງ​ທີ​ສອງ​ຂອງ​ລາຊະວົງ​ຖາງ​ຂອງຈີນ​ແຕ່​ສະຕະວັດ​ທີ 7 ຮອດ​ສະ​ຕະ​ວັດ​ທີ 9, ​ເລີ່​ມ​ແຕ່​ປີ 627, ພະ​ອົງ​ໄດ້​ຄອງ​ອຳນາດ 23 ປີ. ​ໃນ 20 ກວ່າ​ປີ​ທີ່​ພະ​ອົງ​ຫຼີ​ສຶ​ໝິນ​ຄອງ​ອຳນາດ​ນັ້ນ, ພະ​ອົງ​ໄດ້​ສ້າງ​ຄຸນງາມຄວາມດີຫຼາຍ​ສົມ​ຄວນ, ຕົວຢ່າງ​ຄື ອອກ​ແຮງ​ສ້າງ​ພື້ນຖານ​ໂຄງ​ລ່າງ​ກະສິກຳ, ພັດທະນາ​ການ​ຜະລິດ​ກະສິກຳ, ຫຼຸດຜ່ອນ​ສ່ວຍ​ສາ​ອາກອນ​ຂອງ​ຊາວ​ໄຮ່ຊາວນາ​ເປັນຕົ້ນ. ພະ​ອົງ​ມີສຸພາສິດ​ການ​ເມືອງ​ທີ່​ມີ​ຊື່​ສຽງ​ປະ​ໂຫຍກ​ໜຶ່ງ​ວ່າ: ພະ​ເຈົ້າ​ຄື​ເຮືອ, ສາມັນ​ຊົນ​ຄືນ້ຳ, ນ້ຳ​​ເຮັດ​ໃຫ້​ເຮືອ​ຟູ​ໄດ້ ກໍ່​ເຮັດ​ໃຫ້​ເຮືອ​ຈົມ​ໄດ້ຄື​ກັນ. ພະ​ອົງຊົງເຫັນວ່າ, ສາມັນ​ຊົນ​ສາມາດ​ສະໜັບສະໜູນອຳນາດ​ການ​ປົກ​ຄອງ ​ແລະກໍ່​ສາມາດ​ໂຄ່ນ​ລົ້ມ​ລົງ​ໄດ້. ສະນັ້ນ ພະ​ອົງ​ເອົາ​ໃຈ​ໃສ່​ນຳ​ມະຕິ​ຊົນທີ່​ສຸດ.

​ເຈົ້າຈັກກະພັດຫຼີສຶໝິນ​ມີ​ຄຸນງາມຄວາມດີສອງ​ລາຍ​ເຊິ່ງ​ໄດ້​ຮັບຄວາມຍ້ອງຍໍ​ສໍລະ​ເສີນທີ່​ສຸດ​ຈາກ​ສາມັນ​ຊົນ, ນັ້ນກໍ່​ຄື ໜຶ່ງ ພະ​ອົງ​ໄດ້ຕັ້ງລະບອບ​ສອບ​ຄັດ​ເລືອກ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ລະບອບ​ສຶກສາ​ທິການ​ ອັນມີ​ຜົນ​ສະທ້ອນ​​ເປັນ​ເວລາ​ຕັ້ງ 1300 ປີ​ຢູ່​ຈີນ, ສອງ​ ພະ​ອົງ​ແມ່ນ​ເຈົ້າ​ຈັກກະພັດ​ອົງ​ໜຶ່ງ​ທີ່​ສາມາດ​ຮັບ​ເອົາຄວາມ​ເຫັນ​ຂອງ​ເສນາ​ບໍດີ​ທັງ​ຫຼາຍ​ຢ່າງ​ຖ່ອມ​ຕົວກວ່າ​ໝູ່​ໃນ​ເຈົ້າຈັກກະພັດ​ທັງ​ໝົດ​​ໃນ​ປະຫວັດສາດຈີນ.

ກ່ອນ​ລາຊະວົງ​ຖາງ, ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖິ່ນ, ບໍ່​ວ່າ​ແມ່ນ​ຕຳ​ແໜ່​ງການ​ທະ​ຫານ ຫຼື​ວ່າ​ຕຳ​ແໜ່​ງຝ່າຍ​ພົນລະ​ເຮືອນ, ລະບອບ​​ເຈົ້າຂຸນ​ມຸນນາຍຕົ້ນຕໍ​ຖື​ການ​ສືບ​ສັນຕະ​ຕິ​ວົງ​ເປັນ​ຫຼັກ. ສາມັນ​ຊົນ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ເຂົ້າຮັບ​ລາຊະການ​ໄດ້​ຍາກ. ​ເຖິງ​ວ່າ​ລະ​ບອບ​ສອບ​ຄັດ​ເລືອກຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ເຂົ້າຮັບ​ລາຊະການ​ຂອງ​ຈີນໄດ້​ກຳ​ເນີດ​ຂຶ້ນ​ກ່ອນ​ລາຊະວົງ​ຖາງ​ກໍ່ຕາມ, ​ແຕ່​ການ​ພັດທະນາ​ກາຍ​ເປັນ​ລະບອບ​ຄັດ​ເລືອກ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຢ່າງ​ສົມບູນ​ແລະ​ແໜ້ນ​ແຟ້ນ ພັດ​ແມ່ນ​ເລີ່​ມຈາກ​ລາຊະວົງ​ຖາງ. ຫຼັງ​ຈາກ​ພະ​ອົງຫຼີສຶໝິນຂຶ້ນຄອງ​ລາຊະ​ສົມ​ບັດ​ບໍ່​ດົນ​ກໍ່​ລິ​ເລີ່​ມສອບ​ຄັດ​ເລືອກຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ສອບວິຊາກົດໝາຍ ປະຫວັດສາດ​ແລະ​ວິຊາ​ຄະນິດສາດ​ເປັນຕົ້ນ, ບໍ່​ວ່າ​ຜູ່​ເຂົ້າ​ສອບ​ມີ​ຖານະ​ແນວ​ໃດ, ​ເມື່ອ​ສອບ​ໄດ້​ກໍ່​ເລືອກ​​ເອົາ​ແລະ​ໃຫ້​ດຳລົງ​ຕຳ​ແໜ່​ງ​ໃນ​ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ. ທຸກ​ສະ​ໄໝ​ຕໍ່​ມາຫຼັງລາຊະວົງ​ຖາງ​ໄດ້​ຮຽນ​ແບບ​ລະບອບ​ດັ່ງກ່າວ, ​ເຮັດ​ໃຫ້​ບຸກຄົນ​ຜູ່​ດີ​ເດັ່ນ​ແຕ່​ມີ​ຖານະຕ່ຳ​​ໃນສັງຄົມສາມາດ​ຜ່ານ​ການ​ສອບ​​ເສັງ​ເຂົ້າ​ຮັບ​ລາ​ຊະການ​ໃນ​ອົງການ​ອຳນາດ​ການ​ປົກຄອງ, ອັນ​ໄດ້​ຮັບປະກັນ​ໃຫ້​ອຳນາດ​ການ​ປົກ​ຄອງ​ແຫ່ງ​ລັດ​ໝູນ​ເດີນ​ຢ່າງ​ບັງ​ເກີດ​ຜົນ.

ການ​ບັນທຶກ​ໃນ​ໜັງສື​ປະ​ຫວັດ​ສາດ​ກ່ຽວ​ກັບ​ພະ​ອົງຫຼີສຶໝິນນຳ​ໃຊ້​ຂໍ້​ສະ​ເໜີ​ຂອງ​ລູກ​ນ້ອງ​ຢ່າງ​ຖ່ອມຕົວ​ນັ້ນມີຫຼາຍທີ່​ສຸດ. ມີ​ຕອນ​ໜຶ່ງ​ໄດ້​ບັນທຶກ​ໄວ້​ວ່າ, ​ໃນຕອນ​ຕົ້ນທີ່​ພະ​ອົງ​ຫຼີ​ສຶ​ໝິນຂຶ້ນຄອງ​ອຳນາດ, ມີ​ຜູ່​ໜຶ່ງ​ຊື່ວ່າ​ຢວນລີ້​ຊື​ໄດ້ຂັດ​ຂືນພະ​ອົງ, ພະ​ອົງຫຼີສຶໝິນຊົງ​ໂມ​ໂຫທີ່​ສຸດ ຈົນ​ສັ່ງ​ໃຫ້​ຂ້າ​ຢວນລີ້​ຊື. ​ໃນ​ເວລາ​ນີ້, ​ເສນາ​ບໍດີ​ຊື່​ຊຸນ​ຝູ​ເຈ່ຍ​ໄດ້​ເຂົ້າບັງຄົມ​ທູນ​ວ່າ: ອີງ​ຕາມ​ກົດໝາຍ, ຢວນລີ້​ຊືບໍ່​ມີ​ໂທດ​ໜັກ​ເຖິງ​ຂັ້ນປະຫານ​ຊີວິດ, ​ຈະ​ລົງ​ໂທດ​​ແບບ​ທາ​ລຸນທົ່ວທີບ​ໄດ້​ແນວ​ໃດ? ພະ​ອົງຫຼີສຶໝິນ​ໄດ້​ຟັງ​ແລ້ວ ກໍ່​ຊົງ​ຕັດ​ສັ່ງໃຫ້​ປ່ອຍ​ຢວນ​ລີ້​ຊື, ​ແລະ​ຍັງ​ພະ​ລາ​ຊະ​ທານ​ສວນອຸທິຍານແຫ່ງ​ໜຶ່ງ​ໃຫ້​ຊຸນ​ຝູ​ເຈ່ຍ. ຜູ່​ອື່ນ​ສະ​ເໜີ​ວ່າ, ຊຸນ​ຝູ​ເຈ່ຍ​ບັງຄົມ​ທູນ​ນັ້ນ​ແມ່ນ​ເລື່ອງ​ທຳ​ມະ​ດາ, ພະ​ອົງ​ໃຫ້​ລາງວັນຫຼາຍ​ເກີນ​ໄປ​ແລ້ວ. ພະ​ອົງ​ຫຼີ​ສຶ​ໝິນຊົງ​ອະທິບາຍ​ວ່າ: "​ແຕ່​ພະ​ອົງ​​ເຮົາ​ຂຶ້ນສະ​ເຫວີຍ​ລາດ​ເປັນຕົ້ນມາ, ຍັງ​ບໍ່​ມີ​ໃຜ​ກ້າ​ເຕືອນ​ພະ​ອົງ​ເຮົາ, ຊຸນ​ຝູ​ເຈ່ຍ​ເປັນ​ຜູ່​​ເຕືອນ​ພະ​ອົງ​ເຮົາຜູ່ທຳ​ອິດ, ​ນີ້ແມ່ນ​ເລື່ອງ​ຫາ​ຍາກ​, ສະ​ນັ້ນ​ຈຶ່ງ​ໃຫ້​ລາງວັນ​ໃຫຍ່." ພະ​ອົງຫຼີສຶໝິນຍັງ​ຊົງ​ແຕ່ງຕັ້ງ​ໃຫ້​ເວີ້​ຍ​ເຈິ່ງ ຜູ່​ທີ່​ກ້າ​ຕັກ​ເຕືອນ​​ແບບ​ກົງ​​ໄປ​ກົງ​ມາ​ ເປັນ​ເສນາ​ບໍດີ​ສະ​ເພາະສະ​ເໜີ​ຄວາມ​ເຫັນ​ຕໍ່​ຮ້ອງ​ເຕ້​ກ່ຽວ​ກັບ​ເລື່ອງ​ສຳ​ຄັນ​ແຫ່ງ​ຊາດ. ໜັງສື​ປະຫວັດສາດ​ໄດ້​ບັນທຶກ​ໄວ້​ວ່າ, ​ເວີ້​ຍ​ເຈິ່ງ​ເຄີຍ​ຕິຕຽນ​ກິລິ​ຍາ​ວາ​ຈາ​ຫຼືການ​ຕົກລົງ​ອັນ​ບໍ່​ເໝາະສົມ​ຂອງພະ​ອົງຫຼີສຶໝິນ​ໂດຍຢູ່​ຕໍ່​ໜ້າ​ຄົນ​ທັງ​ຫຼາຍ, ບາງ​ເທື່ອ​ຈົນ​ເຮັດ​ໃຫ້​ຮ້ອງ​ເຕ້ຕົກ​ຢູ່​​ໃນສະ​ພາບ​ເກີ້​ເຂີນ, ​ແຕ່​​ເວີ້​ຍ​ເຈິ່ງກໍ່​ບໍ່​ຖືກ​ລົງ​ໂທດ​ຈັກ​ເທື່ອ, ນີ້​ເກືອບ​ແມ່ນ​ກໍລະນີ​ພຽງ​ໜຶ່ງ​ດຽວ​ໃນ​ປະຫວັດສາດຈີນ. ພະ​ອົງ​ຫຼີ​ສຶ​ໝິນ​ຊົງ​ລ້ຽງ​ວ່າວ​ໂຕ​ໜຶ່ງຊົງ​ຊົມ​ຊອບຫຼາຍ. ມີ​ມື້ໜຶ່ງ, ພະ​ອົງ​ພວມ​ຊົງຫຼິ້ນກັບ​ວ່າວ​ໂຕນັ້ນ ​ໂດຍ​ໃຫ້​ມັນ​ຢືນ​ຢູ່​ເທິງ​ແຂນ​ຂອງ​ພະ​ອົງ, ໃນ​ເວລາ​ນີ້ ​ເສນາ​ບໍດີ​ເວີ້​ຍ​ເຈິ່ງ​​ເຂົ້າບັງຄົມ​ທູນ​ໂດຍ​ມີ​ເລື່ອງ​ດ່ວນ. ພະ​ອົງ​ຫຼີ​ສຶ​ໝິນຈຶ່ງ​ຊົງ​ຮີບ​ເຊື່ອງ​ວ່າວ​​ເຂົ້າ​ໃນ​​ແຂນ​ເສື້ອ​ຂອງ​ພະ​ອົງ​ເອງ, ​ເພາະ​ຊົງ​ຢ້ານ​ວ່າ​ເວີ້​ຍ​ເຈິ່ງ​ຈະ​ຕິຕຽນ​ພະ​ອົງ​ເອງ​​ມົວເມົາ​ນຳ​ແຕ່​ຫຼິ້ນ, ຈຶ່ງ​ບໍ່​ກ້າ​ປ່ອຍ​ວ່າວອອກ​ມາ​ແຕ່​ຕົ້ນ​ຕະ​ຫຼອດ​ປາຍ, ​ໃນ​ທີ່​ສຸດວ່າວ​ໂຕນັ້ນກໍ່​​ເລີຍ​ອຶດ​ໃຈຕາຍ​.

​ພາຍຫຼັງ​ເວີ້​ຍ​ເຈິ່ງ​ເຖິງ​ແກ່​ກຳ​ແລ້ວ, ພະ​ອົງຫຼີສຶໝິນຊົງ​ເສຍ​ພະ​ໄທຫຼາຍ ​ແລະ​ສະ​ເດັດ​ໄປ​ໄວ້ອາ​ໄລ. ພະ​ອົງ​ຊົງ​ກ່າວ​ວ່າ, ຖ້າ​ນຳ​ທອງ​ແດງ​ມາ​ສ່ອງ​​ເປັນ​ກະຈົກ, ກໍ່ສາມາດ​ຈັດ​ເຄື່ອງ​ແຕ່ງ​ກາຍ​ໃຫ້​ຮຽບຮ້ອຍ​ໄດ້; ຫາກ​ນຳ​ອະດີດ​ມາ​ສອງ​ເປັນ​ແວ່ນ​ແຍງ, ຈະສາມາດ​ຮັບ​ຮູ້​​ເຖິງ​ຄວາມ​ຈະ​ເລີ​ນ​ແລະ​ຄວາມລົ້ມ​ແຫຼວຂອງ​ຍຸກ​ສະ​ໄໝ; ຫາກ​ໃຊ້​ຄົນ​ມາ​ສ່ອງ​ເປັນ​​ແວ່ນ​ແຍງ, ຈະສາມາດ​ຮັບ​ຮູ້​ເຖິງຄວາມ​ສຳ​ເລັດ​ແລະ​ຄວາມ​ຜິດ​ພາດ. ດຽວ​ນີ້ ​ເວີ້​ຍ​ເຈິ່ງ​ເຖິງ​ແກ່​ກຳ​ແລ້ວ, ພະ​ອົງ​ເຮົາ​ກໍ່​ເສຍ​​ແວ່ນ​ແຍງ​ໄປ​ແວ່ນ​ໜຶ່ງ. ສາມ​ປະ​ໂຫຍ​ກດັ່ງກ່າວ​ໄດ້​ເລົ່າ​ລື​ກັນ​ມາ​ຈົນ​ຮອດ​ຊູ່ມື້​ນີ້, ກາຍ​ເປັນ​ຄຳ​ຕັກເຕືອນທີ່​ມີ​ຊື່​​ດັງກວ່າ​ໝູ່​ຂອງ​ຈີນ.

​ໃນ​ໄລຍະ​ພະ​ອົງຫຼີສຶໝິນຄອງ​ອຳນາດ​ນັ້ນ, ນອກຈາກ​ມີ​ຄຸນງາມຄວາມດີ​ອັນ​ລ້ຳ​ເລີດ​ທາງ​ດ້ານ​ການ​ເມືອງ ການ​ທະຫານ​ແລ້ວ, ​ໃນ​ດ້ານ​ສັງຄົມ​ແລະ​ວັດທະນະທຳ ພະ​ອົງ​ກໍ່​ມີ​ຄຸນ​ງາມ​ຄວາມ​ດີ​ຫຼາຍສົມຄວນ. ພະ​ອົງຫຼີສຶໝິນ​ໄດ້​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຫົວ​ກ້າວໜ້າ​ສົມ​ຄວນ​ຕໍ່​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ພາກຕາ​ເວັນ​ຕົກ​ຂອງ​ຈີນ, ​ແລະ​ກໍ່​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຫຼົ່າ​ນີ້, ສະນັ້ນ ພະ​ອົງ​ຖືກ​ໂຄລົບ​ເປັນ "​ເຈົ້າ​ຈັກ​ກະ​ພັດ​ສະ​ຫວັນ".

ສຸສານ​ຂອງ​ພະ​ອົງຫຼີສຶໝິນຊື່ວ່າ​ຈ່າວຫຼິງ, ຕັ້ງຢູ່​ເມືອງຫຼີສວນ​ແຂວງ​ສ້າ​ນຊີ່ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ, ​ເປັນ​ບ່ອນ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ດົ່ງ​ດັງ​​ແຫ່ງ​ໜຶ່ງ.