ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 21:20:23    
ສີມືດັ້ງ​ເດີມ​ທີ່​ມີ​ປະຫວັດ​ຍາວ​ນານ​ຂອງ​ນະ​ຄອນ​ປັກ​ກິ່ງ​ຈະ​​ໄດ້​ຮັບ​ການ​ອະ​ນຸ​ລັກ​​ໄວ້​ເປັນ​ຈຸດ​ໜັກ

cri Author: lm

ຕາມ​ຂ່າວ​ໜັງສືພິມ​ຈິງ​ຮວາ​ສຶປ້າວ​ຂອງ​ຈີນ: ວຽກ​ງານ​ກວດກາ​ແລະບັນທຶກ​ມໍ​ລະ​ດົກ​ວັດທະນະທຳ​ບໍ່​ແມ່ນ​ວັດຖຸຢູ່​ເຂດ​ຊວນ​ອູ​ນະຄອນ​ປັກ​ກິ່ງ​ໄດ້​ເລີ່​ມດຳ​ເນີນ​ໃນ​ວັນ​ທີ 15 ມີນາ, ຫ້າງ​ຮ້ານ​ເກົ່າ​ແກ່​ງວດ​ໜຶ່ງ​ແລະ​ສີມືດັ້ງ​ເດີມ​ຂອງ​ເຂົາ​ເຈົ້າຈະ​​ໄດ້​ຮັບ​ການ​ອະນຸລັກ​ໄວ້​ເປັນ​ຈຸດ​ໜັກ.

​ໃນ​ວຽກ​ງານ​ກວດກາ​ແລະ​ບັນທຶກ​ເທື່ອ​ນີ້, ​ເຂດ​ຊວນ​ອູ​ນະຄອນ​ປັກ​ກິ່ງ​ຈະ​ພະຍາ​ຍາມ​ຂຸດ​ຄົ້ນ​ສີມື​ທີ່​ເປັນ​ວັດທະນະທຳ​ດັ້ງ​ເດີມ ທັງໃຫ້ການ​ສະໜັບສະໜູນ​ດ້ານ​ນະ​ໂຍບາຍ​ແລະ​ເງິນ​ທຶນ, ​ແລະ​ຮ້ອງ​ຂໍ​ເປັນ​ໂຄງການ​ອະນຸລັກ​ມໍລະດົກ​ວັດ​ທັດ​ທະນະ​ທຳ​ບໍ່​ແມ່ນ​ວັດຖຸ​ລະ​ດັບ​ນະ​ຄອນ​ຫຼືລະດັບ​ຊາດ​ໂດຍ​ຕາມ​ສະພາບ​ຂອງ​ໃຜລາວ.

​ເກີບ​​ເຮັດ​ດ້ວຍຜ້າ​​ແພ​ອັນ​ປານີດດັ້ງ​ເດີມ​ຂອງ​ຮ້ານ​ເກີບ "​ເນີ້​ຍຫຼຽນ​ເຊິງ" ຢາ​ກ້ອນ​ທີ່​ປຸງ​ແຕ່ງ​ດ້ວຍ​ມື​ຂອງ​ຮ້ານ "ຖົງ​ເຢີນຖາງ" ​ເຊິ່ງ​ແມ່ນ​ຮ້ານ​ຢາ​ຈີນທີ່​ມີ​ຊື່​ສຽງ​ດົ່ງ​ດັງ​ແລະ​ກຳ​ມະ​ວິທີ​ຜະລິດໝຶກ​ອັນ​ລະອຽດ​ຂອງ​ຮ້ານ "ຊຸ້ຍ​ເວີນ​ເກີ" ​ເປັນຕົ້ນ, ລ້ວນ​ແຕ່​ແມ່ນ​ສີ​ມື​ດັ້ງ​ເດີມ​​ຍອດ​ຢ້ຽມ.