ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 21:27:49    
ທ່ານ​ວາງ​ຈົ່ງ​ຢູ​ກ່າວ​ວ່າ ປະ​ຊາ​ຄົມ​ໂລກ​ຄວນ​​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕື່ມ​ອີກ​ເພື່ອ​ບັນ​ລຸ​ຈຸດ​ໝາຍ​ສະ​ຫັດ​ສະ​ວັດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ສະ​ຫະ​ປະ​ຊາ​ຊາດ

cri

ຕາມ​ຂ່າວcri:ວັນ​ທີ16 ມີນາ,ຢູ່​ປັກ​ກິ່ງ,ທ່ານ​ວາງ​ຈົ່ງ​ຢູ ປະທານ​ສະພາ​ມົນຕີ​​ເສດຖະກິດ​ສັງຄົມ​ຈີນ,ປະທານ​ຄະນະ​ກຳມະການ​ສາກົນ​ສະພາ​ມົນຕີ​ເສດຖະກິດ​ສັງຄົມ​ແລະ​ອົງການຈັດ​ຕັ້ງ​ຄ້າຍຄືກັນ​ກ່າວ​ວ່າ,ທຸກປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຕື່ມ​ອີກ,ພະຍາຍາມ​ສຸດ​ຂີດຫຼຸດ​ຄວາມຜິດ​ໂຕນ​ກັນຂອງການ​ພັດທະນາ​ໃຫ້​ໜ້ອຍ​ລົງ,ຮັບປະກັນການບັນລຸ​ຈຸດໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາຂອງ​ສະຫະ​ປະຊາ​ຊາດ.

ທ່ານ​ວາງ​ຈົ່ງ​ຢູ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ"ກອງ​ປະ​ຊຸມ​ໂຕະ​ມົນ​ການສຶກສາ​ແລະອົບຮົມກ່ຽວ​ກັບ​ຈຸດໝາຍ​ສະຫັດ​ສະ​ວັດດ້ານ​ການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ"ທີ່​ຈັດ​ຂຶ້ນ​​ໃນ​ມື້​ດຽວ​ກັນ.ທ່ານ​ສະ​ເໜີ​ໃຫ້ບັນດາ​ປະ​ເທດ​​ເອົາ​ຈຸດ​ໝາຍ​ສະຫັດ​ສະ​ວັດດ້ານ​ການ​ພັດທະນາ​ຂອງ​ສະຫະ​ປະຊາ​ຊາດ​ປະສົມ​ປະສານ​ກັບ​ຍຸດ​ທະ​ສາດພັດທະນາ​ຂອງ​ປະ​ເທດ​ຕົນ,ວາງຕາລາງ​ເວລາ​ແລະ​ແຜນການ​ທີ່​ປະຕິບັດ​ໄດ້,​ເສີມ​ຂະຫຍາຍ​ບົດບາດ​ຊີ້ນຳ​ແລະ​ປະສານ​ງານ​ຂອງ​ສະພາ​ມົນຕີ​​ເສດຖະກິດ​ສັງຄົມ​​ສະຫະ​ປະຊາ​ຊາດ​ໃນ​ຂົງ​ເຂດ​ພັດທະນາ,ສ້າງ​ສະພາບ​ແວດລ້ອມ​ສາກົນ​ອັນ​ດີງາມ​ໃຫ້​ບັນດາ​ປະ​ເທດ​ໂດຍ​ສະ​ເພາະ​​ແມ່ນ​ປະ​ເທດ​ທີ່​ພວມ​ພັດທະນາ.